ຜູ້ຜະລິດເຮືອບິນຂອງລັດຖະບານ ຈີນ ແມ່ນກຳລັງປະເຊີນກັບຄວາມສົງໄສໃນອຸດສາຫະກຳດັ່ງກ່າວ ກ່ຽວກັບ ການກ່າວອ້າງຂອງເຂົາເຈົ້າທີ່ວ່າ ເຮືອບິນໂດຍສານລຳໃໝ່ສຸດຂອງເຂົາເຈົ້າ, ຄື C919, ແມ່ນສາມາດທຳລາຍການຄອບງຳຂອງສອງບໍລິສັດເຮືອບິນໂດຍສານ ຄື ໂບອິງ ແລະ ແອບັສ.
ການເດີນທາງເພື່ອໂຄສະນາຂອງບໍລິສັດ COMAC ຜ່ານຕະຫຼາດການບິນທີ່ກຳລັງເຕີບໂຕຢ່າງວ່ອງໄວຂອງ ສິງກະໂປ, ຫວຽດນາມ, ລາວ, ກຳປູເຈຍ ແລະ ອິນໂດເນເຊຍ ໄດ້ສິ້ນສຸດໃນປະເທດ ມາເລເຊຍ ເມື່ອວັນພຸດທີ່ຜ່ານມາ, ອີງຕາມອົງການຂ່າວ ຊິນຫົວ ຂອງທາງການ ຈີນ. ໃນການຢຸດແວ່ແຕ່ລະຄັ້ງ, ບໍລິສັດທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ຊຽງໄຮ້ ໄດ້ນຳສະເໜີເຮືອບິນ C919 ຂອງເຂົາເຈົ້າຕໍ່ຜູ້ທີ່ອາດເປັນຜູ້ຊື້ ດັ່ງກັບທາງເລືອກອື່ນ ທີ່ສາມາດປະຕິບັດໄດ້ຄືກັບເຮືອບິນ ແອບັສ 320 ແລະ ໂບອິງ 737.
ການທ່ອງທ່ຽວພາຍໃນພາກພືຶ້ນ ຕ່າງປະເທດ ແລະ ພາຍໃນຂົງເຂດ ແມ່ນຄາດວ່າ ຈະເຖິງ, ແລ້ວກາຍລະດັບກ່ອນໂຣກລະບາດໃນຫຼາຍປະເທດເອເຊຍຕາເວັນອອກສຽງໃຕ້ໃນປີນີ້, ອີງຕາມບັນດານັກວິເຄາະຜູ້ທີ່ໄດ້ເຕືອນວ່າ ການເຕີບໂຕໃນເວລາຕາມມາ ອາດເປັນຕົວຕັດສິນຕໍ່ການຟື້ນຄືນຕົວຢ່າງເຕັມທີ່ຂອງເສດຖະກິດຈີນ.
ບໍລິສັດການບິນພານິດແຫ່ງ ຈີນ ຫຼື COMAC ຄາດວ່າຄວາມຮຽກຮ້ອງຕ້ອງການສຳລັບເຮືອບິນໂດຍສານໃນຕະຫຼາດເອເຊຍປາຊີຟິກ ຈະຂະຫຍາຍຕົວໃນສອງທົດສະວັດຂ້າງໜ້າ ຈາກເຮືອບິນ 3,314 ລຳ ເປັນ 9,701 ລຳ, ອີງຕາມສື່ມວນຊົນຈີນ.
ແຕ່ Skift, ເຊິ່ງແມ່ນເວັບໄຊ້ການຄົ້ນຄວ້າອຸດສາຫະກຳທ່ອງທ່ຽວ, ໄດ້ຢ້ຳຄຳເວົ້າຂອງປະທານໃຫຍ່ຂອງບໍລິສັດ Air Lease, ເຊິ່ງແມ່ນນຶ່ງໃນຜູ້ໃຫ້ເຊົ່າເຮືອບິນທີ່ໃຫຍ່ທີ່ສຸດໃນໂລກ, ເວົ້າວ່າ ບໍລິສັດດັ່ງກ່າວບໍ່ມີແຜນທີ່ຈະຊື້ເຮືອບິນ C919 ຈັກລຳ.
“ພັກຄອມມູນິສ ຈີນ ແລະ COMAC ແມ່ນມີຄວາມສົນໃຈຫຼາຍໃນການຂາຍເຮືອບິນ C919, ແຕ່ມັນແມ່ນຄວາມຮັກຂ້າງດຽວ.” ອີງຕາມການກ່າວຂອງທ່ານ ສຕີເວັນ ອຸດວາ-ເຮຊີ ຢູ່ສະໂມສອນ Wings Club ຂອງອຸດສາຫະກຳການບິນໃນນະຄອນ ນິວຢອກ ເມື່ອວັນທີ 29 ກຸມພາທີ່ຜ່ານມາ.