ຈີນ ແຕ່ງຕັ້ງ ລມຕ ປ້ອງກັນປະເທດ ແລະການຕ່າງປະເທດ ຄົນໃໝ່

ທ່ານ Chang Wanquan ລັດຖະມົນຕີກະຊວງປ້ອງກັນປະເທດ ຄົນໃໝ່ຂອງຈີນ (ກາງ, ແຖວໜ້າ) ນັ່ງຮ່ວມກັນກັບຄະນະຜູ້ຕາງໜ້າຄົນອື່ນໆ ໃນກອງປະຊຸມສະພາປະຊາຊົນແຫ່ງ ຊາດ ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (16 ມີນາ 2013)

ໃນວັນເສົາມື້ນີ້ ສະພາປະຊາຊົນແຫ່ງຊາດຂອງຈີນ ໄດ້ຮັບຮອງ ເອົາການແຕ່ງຕັ້ງ 2 ຕຳແໜ່ງທີ່ສຳຄັນ.

ທ່ານນາງ Wang Yi ອະດີດເອກອັກຄະລັດຖະທູດຈີນ ປະຈຳ
ປະເທດຍີ່ປຸ່ນ ແມ່ນເປັນລັດຖະມົນຕີການຕ່າງປະເທດຄົນໃໝ່
ຂອງຈີນ.

ການແຕ່ງຕັ້ງທ່ານນາງ Wang ທີ່ປາກພາສາຍີ່ປຸ່ນໄດ້ມີຂຶ້ນໃນ
ເວລາທີ່ຫຼໍ່ແຫຼມສຳຄັນ ໃນຄວາມສຳພັນລະຫວ່າງຈີນກັບຍີ່ປຸ່ນ ຂະນະທີ່ປະເທດທັງສອງພວມເຈລະຈາຫາລືກັນກ່ຽວກັບກຳມະ ສິດຂອງໝູ່ເກາະນ້ອຍໆທີ່ບໍ່ມີຄົນອາໄສຢູ່ໃນເຂດທະເລຈີນຕາ
ເວັນອອກ.

ສ່ວນທ່ານ Chang Wanquan ທີ່ເຄີຍພົວພັນກັບໂຄງການອະ ວະກາດຂອງຈີນນັ້ນ ໄດ້ຮັບການອະນຸມັດ ໃຫ້ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດຄົນໃໝ່ຂອງຈີນ.