ຈີນ ບໍ່ໃຫ້ຄວາມສໍາຄັນ ຕໍ່ຂ່າວລືທີ່ວ່າ ທ່ານ Wang Lijun ຂໍລີ້ໄພ ຢູ່ກົງສຸນສະຫະລັດ

  • ທອງປານ ເທບວົງສາ

Palestinians clash with Israeli forces, not pictured, in the West Bank city of Hebron, April 4, 2013.

ເມື່ອ​ວັນ​ພະຫັດ​ມື້​ນີ້ ຈີນ​ໄດ້​ປັດ​ປ່າຍ​ບໍ່​ໃຫ້​ຄວາມ​ສຳຄັນ​ ຕໍ່ເຫດການ​ກໍລະນີ ນຶ່ງທີ່ກ່ຽວ​ພັນ
ກັບ​ນັກ​ການ​ເມືອງ​ລະດັບ​ສູງ​ຄົນ​ນຶ່ງ ທີ່​ມີ​ຂ່າວ​ລື​ວ່າ​ໄດ້​ຂໍລີ້​ໄພ​ການ​ເມືອງ​ທີ່​ສະຖານ​ກົງສຸນ
ສະຫະລັດ​ລຸນ​ຫຼັງ​ຈາກ​ເລື່ອງນອງນັນ​ດ້ານ​ການ​ເມືອງ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ນັ້ນ.

ເມື່ອວັນ​ພຸດ​ວານ​ນີ້ພວກ​ເຈົ້າໜ້າ​ທີ່​ສະຫະລັດ ​ໄດ້​ຢືນຢັນ​ວ່າ ທ່ານ Wang Lijun ຮອງ​ເຈົ້າ
ຄອງ​ກໍາ​ແພງ ​ແລະ​ອະດີດ​ຫົວໜ້າ​ຕໍາຫຼວດ​ເມືອງ Chong qing ​ໄດ້​ໄປ​ຢ້ຽມຢາມ​ສະຖານ​
ກົງສຸນ​ສະຫະລັດ​ແຫ່​ງນຶ່ງ​ເມື່ອ​ຕົ້ນ​ອາທິດ​ນີ້ ທີ່​ເມືອງ Chengdu ​ແຕ່​ທາງ​ກົງສຸນ​ບໍ່​ໄດ້​ຊີ້​ແຈງ​
ໃດໆ​ວ່າ ການ​ພົບ​ປະກັນ ​ແມ່ນ​ກ່ຽວ​ກັບ​ເລຶ່ອງຫຍັງ​ແທ້. ລາຍ​ງານ​ຂ່າວ​ບາງ​ກະ​ແສຄາດ
ການ​ວ່າ​ທ່ານ ອາດ​ຂໍ​ລີ້​ໄພ​ການ​ເມືອງ.

ໃນວັນ​ພະຫັດ​ມື້​ນີ້ ທ່ານ Cui Tiankai ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ຈີນບໍ່ໄດ້​ໃຫ້​ຄວາມ​
ສຳຄັນ​ໃດໆ​ຕໍ່​ເລຶ່ອງດັ່ງກ່າວ ​ໂດຍເວົ້າ​ວ່າ​ເລຶ່ອງນີ້​ໄດ້​ຖືກ​ແກ້​ໄຂ​ໄປ​ແລ້ວ ​ແລະ​ໜ້າ​ຈະ​ບໍ່​ກະທົບ
ກະ​ເທືອ​ນການ​ໄປ​ຢ້ຽມຢາມ​ສະ ຫະລັດ ຂອງ​ຮອງ​ປະທານ​ປະ​ເທດ ທ່ານ Xi Jinping ​ໃນ
ອາທິດ​ໜ້າ​ນີ້​ແຕ່​ຢ່າງ​ໃດ.

ທ່ານ ຫວັງ ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງຫົວໜ້າ​ຕໍາຫຼວດ​ເມືອງ Chongqing ​ເມື່ອ​ອາທິດ
ຜ່ານ​ມາ ທີ່​ກໍ່​ໃຫ້​ເກີດ​ຂ່າວ​ລື​ຕ່າງໆ​ນານາ ຂອງ ການ​ຕົກ​ຈາກ​ອໍານາດແລະ​ເກີດ​ການ​ຂັດ
ແຍ້​ງກັບ​ທ່ານ Bo Xilai ​ເລຂາ​ທິການພັກ​ຄອມ​ມີ​ວນີສທີ່​ມີ​ອິດ​ທິພົນ​ສູງ​ໃນເມືອງ​ດັ່ງກ່າວ.

ຂ່າວ​ລື​ແມ່ນ​ໜັກໜ່ວງ​ຂຶ້ນ​ໄປ​ອີກ​ໃນ​ວັນ​ພຸດ​ວານ​ນີ້ ​ເວລາ​ລັດຖະບານ​ເມືອງ ດັງ​ກ່າວ​ເວົ້າວ່າ
ທ່ານ ຫວັງ ກໍາລັງ​ໄປຮັບ​ການ​ປິ່ນປົວ​ແບບ​ພັກຜ່ອນຍ່ອນ​ໃຈຍ້ອນ​ຄວາມ​ອຸກ​ອັ່ງ ​ແລະ​ເຮັດ
ວຽກ​ໜັກ​ເກີນ​ໄປ. ການ​ລາ​ປ່ວຍບາງ​ເທື່ອ​ກໍ​ຖືກ​ໃຊ້​ເປັນ​ທາງ​ອອກ​ທີ່​ນິ່ມນວນ ​ສຳ​ຫຼັບການ
ກວດ​ລ້າງ​ທາງ​ການ​ເມືອງ​ຢູ່​ໃນ​ຈີນ.