ໄວຣັສໂຄໂຣນາ ກໍາລັງລະບາດໄປໃນທົ່ວໂລກ ແຕ່ເບິ່ງຄືວ່າ ບໍ່ໄດ້ສົ່ງຜົນກະທົບຕໍ່ລາວພໍປານໃດ ທີ່ຈະເຮັດໃຫ້ ແຜນການຂະໜາດໃຫຍ່ຂອງຈີນ ທີ່ຈະເຊື່ອມຕໍ່ລົດທາງໄຟຄວາມໄວສູງ ຈາກເຂດພາຍໃນປະເທດທີ່ບໍ່ມີທາງອອກສູ່ທະເລຂອງຕົນ ໄປສູ່ທ່າເຮືອຂອງສິງກະໂປທີ່ມີກິດຈະກຳເສດຖະກິດຢ່າງຄຶກຄັກ ໂດຍຈະແລ່ນຜ່ານດິນແດນ ປະເທດຕ່າງໆໃນເຂດເອເຊຍຕາເວັນອອກສຽງໃຕ້. ປີເຕີ ຊາມບໍ (Peter Zsombor) ມີລາຍງານຈາກນະຄອນຫຼວງກົວລາລຳເປີ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ຈີນບຸກໜ້າຕໍ່ໄປ ໃນການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ເພື່ອເຊື່ອມຈອດ ເຂດເອເຊຍຕາເວັນອອກສຽງໃຕ້
ພວກຄົນງານ ໄດ້ເລີ້ມວາງລາງລົດໄຟ ຊ່ວງທຳອິດໄປແລ້ວ ໂດຍມີເສັ້ນ ທາງຍາວ 414 ກິໂລແມັດ ຜ່ານປະເທດໃນເດືອນມີນາ, 5 ປີກ່ອນ ຫຼັງຈາກທີ່ໄດ້ວາງສີລາລຶກໄປແລ້ວ. ໂດຍມີອຸໂມງແລະຂົວຫຼາຍກວ່າສິບແຫ່ງຈະຕ້ອງໄດ້ເຈາະແລະສ້າງຜ່ານພູຜາແລະແມ່ນໍ້າຕ່າງໆ ທາງພາກເໜືອຂອງລາວ ອີງຕາມສື່ມວນຊົນຂອງທາງການທີ່ໄດ້ລາຍງານວ່າ ໂຄງການ 6 ຕື້ໂດລານີ້ ໄດ້ສຳເລັດໄປແລ້ວ 90 ເປີເຊັນ. ການເປີດບໍລິການແມ່ນມີກໍານົດຈະເລີ້ມຂຶ້ນພາຍໃນປີ 2022.
ບັນດານັກວິເຄາະກ່າວວ່າ ທາງລົດໄຟທີ່ຄົບຖ້ວນຍັງຄົງເປັນພາກສ່ວນນຶ່ງຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງທີ່ສຳຄັນຍິ່ງຂອງປັກກິ່ງ. ໂດຍເລີ້ມຕົ້ນໃນຄຸນໝິງເມືອງເອກຂອງແຂວງຢູໜານຂອງຈີນ ຊຶ່ງມັນຈະຊ່ອຍຂົງເຂດທີ່ຫ່າງໄກສອກຫລີກເຈາະເຂົ້າເສດຖະກິດທັງຫຼາຍທີ່ໃຫຍ່ທີ່ສຸດຂອງເຂດເອເຊຍຕາເວັນອອກສຽງໃຕ້ ໃນຂະນະດຽວກັນກໍເສີມຂະຫຍາຍອິດທະພົນທາງການເມືອງຂອງຈີນຕໍ່ປະເທດທັງຫຼາຍໃນຂັ້ນຕອນດັ່ງກ່າວ.
“ທາງລົດໄຟຈາກຄຸນໝິງໄປຫາສິງກະໂປ ເປັນບູລິມະສິດສູງສໍາລັບຈີນ. ມັນຈະອຳນວຍຂົງເຂດທາງພາກຕາເວັນຕົກຂອງຈີນທີ່ທຸກຍາກ ຊຶ່ງໃນປັດຈຸບັນນີ້ ເປັນພື້ນທີ່ບໍ່ມີທາງອອກສູ່ທະເລ ເຂົ້າຫາເຂດຕ່າງໆທີ່ຮັ່ງມີກວ່າໃນເອເຊຍຕາເວັນສຽງໃຕ້ໄດ້ຫຼາຍຂຶ້ນ. ມັນຈະເສີມຂະຫຍາຍການຄ້າຂາຍ ແລະການທ່ອງທ່ຽວ” ນັ້ນແມ່ນຄຳເວົ້າຂອງທ່ານເມີເຣຍ ຮີເບີດຕ໌ ເຈົ້າໜ້າທີ່ອາວຸໂສຮັບຜິດຊອບໂຄງການເອເຊຍຕາເວັນສຽງໃຕ້ ຢູ່ທີ່ສູນກາງດ້ານຍຸທະສາດແລະການສຶກສາຄົ້ນຄວ້າລະຫວ່າງປະເທດ ໃນນະຄອນຫຼວງວໍຊິງຕັນ ທີ່ໄດ້ກ່າວໄປ.
ທ່ານຮີເບີດຕ໌ ຜູ້ຂຽນປຶ້ມຊື່ວ່າ “Under Beijng’s Shadow: Southeast Asia’s China Challenge” ທີ່ກໍາລັງຈະອອກມານັ້ນ ກ່າວຕື່ມວ່າ “ມັນຈະເສີມຂະຫຍາຍໃນດ້ານອິດທິພົນຂອງຈີນ ແຕ່ກໍມີຂອບເຂດທີ່ຈຳກັດ. ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ຍັງຄົງກັງວົນໃຈກ່ຽວກັບເປົ້າໝາຍຂອງຈີນ.”
ທ່ານໃຫ້ຂໍ້ສັງເກດວ່າ ການກ່າວອ້າງກຳມະສິດໃນເຂດທະເລຈີນໃຕ້ຈາກບັນດາປະເທດດັ່ງກ່າວນັ້ນ ຍ້ອນຂັດແຍ້ງກັບປັກກິ່ງ ແລະພວກເຂົ້າເຈົ້າຖິ້ມໂທດໃສ່ ເຂື່ອນໄຟຟ້າຕ່າງໆຂອງຈີນ ເຮັດໃຫ້ແມ່ນໍ້າຂອງແຫ້ງລົງ ແລະເຮັດໃຫ້ສະພາບແຫ້ງແລ້ງໜັກຂຶ້ນກວ່າເກົ່າ ໃນບໍ່ເທົ່າໃດປີຜ່ານມານີ້.
ພາບທາງອາກາດຂອງແຜນການວາງເສັ້ນທາງລົດໄຟນັ້ນ ຈະສະແດງໃຫ້ເຫັນວ່າ ມັນຄົດລ້ຽວຜ່ານດິນແດນຂອງລາວ ໄທ ແລະມາເລເຊຍກ່ອນຈະໄປເຖິງສິງ ກະໂປ ແລະຈະແລ່ນເຂົ້າຫານະຄອນຫຼວງຂອງບັນດາປະເທດດັ່ງກ່າວເຊັ່ນ ວຽງຈັນ ບາງກອກ ແລະກົວລາລຳເປີ ຕາມເສັ້ນທາງຂອງລົດໄຟນັ້ນ.
ທ່ານປຣະພັດ ທັບຊາຕຣີ ຫົວໜ້າທີ່ສູນກາງສຶກສາຄົ້ນຄວ້າອາຊຽນ ຢູ່ມະຫາວິ ທະຍາໄລທຳມະສາດຂອງໄທ ໄດ້ກ່າວວ່າ “ມັນຈະສະໜອງການຊຸກຍູ້ຂະໜາດໃຫຍ່ໃຫ້ແກ່ຈີນ ເພື່ອຂະຫຍາດອິດທິພົນທາງດ້ານເສດຖະກິດຂອງຕົນຈົນໃນທີ່ສຸດຄອບງຳພາກພື້ນເອເຊຍຕາເວັນອອກສຽງໃຕ້ ຂ້າພະເຈົ້າຄຶດວ່າ ອັນນັ້ນເປັນເປົ້າໝາຍໄລຍະຍາວ.”
ລາວແມ່ນຍິນດີຮັບເອົາໂຄງການດັ່ງກ່າວຢ່າງກະຕືລືລົ້ນ ໂດຍຫວັງວ່າ ມັນຈະປ່ຽນແປງນຶ່ງໃນບັນດາປະເທດເຂດເອເຊຍຕາເວັນອອກສຽງໃຕ້ທີ່ທຸກຍາກທີ່ສຸດ ຈາກການບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດ “ເຊື່ອມຈອດທາງດິນ” ແລະດຶງດູດເອົາທຸລະກິດໃໝ່ໆທີ່ຮັບປະກັນວ່າ ຈະນຳການຄ້າ ແລະພວກນັກທ່ອງທ່ຽວເຂົ້າມາໃນແຕ່ລະເສັ້ນທາງ. ມັນຈະຫັນປ່ຽນໃນສິ່ງທີ່ເປັນການເດີນທາງໄລຍະສາມວັນ ຈາກບໍ່ເຕັນຊາຍແດນຟາກເບື້ອງຂອງລາວ ຕິດກັບຈີນ ໄປຫານະຄອນຫຼວງວຽງຈັນ ທີ່ມີຊາຍແດນຕິດກັບໄທ ກາຍມາເປັນສາມຊົ່ວໂມງເທົ່ານັ້ນ.
ເຖິ່ງຢ່າງໃດກໍຕາມ ຜົນປະໂຫຍດທີ່ໄດ້ມານັ້ນ ຍ່ອມຈະມີຄວາມສ່ຽງຕິດຕາມມາດ້ວຍ.
ບົດລາຍງານປີ 2018 ໂດຍສູນກາງເພື່ອການພັດທະນາໂລກທີ່ມີຫ້ອງການຢູ່ໃນສະຫະລັດ ໄດ້ຈັດເອົາລາວເຂົ້າໄວ້ໃນບັນຊີບັນດາປະເທດທີ່ຮັບເອົາໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຫຼື BRI ຊຶ່ງກຳລັງປະເສີນ ກັບຄວາມສ່ຽງ ໃນດ້ານໜີ້ສິນ. ລາຍງານຫຼ້າສຸດມໍ່ໆມານີ້ກ່ຽວກັບໜີ້ສິນດ້ານໂຄງການ BRI ໂດຍສະຖາບັນໂລວີ ຂອງອອສເຕຣເລຍ ໄດ້ກ່າວວ່າ ລາວເປັນໜີ້ຕ່າງປະເທດຫຼາຍກວ່າໝູ່ຄືຈີນ ຈຳນວນ 45 ເປີເຊັນ ຫຼາຍກວ່າເກົ້າປະເທດອື່ນໆ ທີ່ໄດ້ຖືກຄັດເລືອກສຳລັບການສຶກສານີ້. ໜີ້ສິນສ່ວນໃຫຍ່ແມ່ນຈະຈ່າຍເພື່ອທາງລົດໄຟ. ລັດ ຖະບານລາວໄດ້ກູ້ຢືມເງິນປະມານ 1,500 ລ້ານໂດລາຈາກທະນາຄານຂາອອກຂາເຂົ້າ ຫຼື Export-Import ຂອງຈີນ ທີ່ລັດຖະບານເປັນເຈົ້າຂອງ ເພື່ອຊ່ອຍຈ່າຍສຳລັບຮຸ້ນສ່ວນຂອງຕົນໃນໂຄງການ 30 ເປີເຊັນ ອີງຕາມສະຖາບັນເພື່ອການສຶກສາຄົ້ນຄວ້າ ສຳລັບເຂດເອເຊຍຕາເວັນອອກສຽງໃຕ້ ຢູ່ໃນສິງກະໂປ.
ພວກນັກວິຈານ ກ່ຽວກັບ “ໜີ້ດ້ານການທູດ” ຂອງຈີນກ່າວວ່າ ປັກກິ່ງກຳລັງຊັກດຶງເສັ້ນສາຍດ້ານການເງິນເຫຼົ່ານັ້ນເພື່ອໃຫ້ລາວເຮັດຕາມຂໍ້ຕໍ່ລອງຂອງຈີນພາຍໃນອາຊຽນ. ໃນຖານະທີ່ເປັນປະເທດສະມາຊິກ ນຶ່ງໃນ 10 ຂອງກຸ່ມດັ່ງກ່າວ ລາວຢູ່ໃນຈຸດຢືນທີ່ໄດ້ຖືກກ່າວຫາວ່າ ເປັນຜູ່ຊ່ອຍທຳລາຍຄວາມພະຍາຍາມທີ່ຈະຮ່ວມປຸ້ມລຸມກັນຕໍ່ຕ້ານການອ້າງກຳມະສິດຢ່າງຮອບດ້ານໃນເຂດທະເລຈີນໃຕ້ຂອງປັກກິ່ງ.
ທ່ານແອລລີອັອຕ ເບຣນເນັນ ນັກວິເຄາະກ່ຽວກັບເຂດເອເຊຍຕາເວັນອອກສຽງໃຕ້ ແລະນັກຄົ້ນຄວ້າປະຈຳຢູ່ສະຖາບັນເພື່ອຄວາມໝັ້ນຄົງ ແລະພັດທະນານະ ໂຍບາຍຂອງສະວີເດັນ ກ່າວວ່າ “ໃນລະດັບຂັ້ນພາກພື້ນແລ້ວ ຈີນໄດ້ໃຊ້ລາວເປັນຫລີ້ມເພື່ອແຍກປະເທດອື່ນໆໃນອາຊຽນ.”
ເສັ້ນທາງລົດໄຟຊ່ວງໃໝ່ທີ່ແລ່ນຜ່ານລາວ ຈະບໍ່ມີຄວາມສຳຄັນຫຼາຍພໍປານໃດສຳລັບຈີນ ຖ້າຫາກມັນບໍ່ສາມາດຂະຫຍາຍໄປເຖິງພາກໃຕ້ ໂດຍເຂົ້າໃຈວ່າ ມັນຈະເຊື່ອມໂຍງເຂົ້າກັບເສດຖະກິດທີ່ໃຫຍ່ກວ່າທັງຫຼາຍຂອງເຂດເອເຊຍຕາເວັນອອກສຽງໃຕ້.
ແຕ່ແນວໃດກໍຕາມ ທ່ານປຣະພັດ ໄດ້ກ່າວວ່າ ໄທແລະມາເລເຊຍ ແມ່ນບໍ່ຍິນຍອມທີ່ຈະຖືກແກ່ດຶງເຂົ້າໄປໃນວົງໂຄຈອນຂອງຈີນແລະບໍ່ຄືກັນກັບລາວ ທີ່ມີທ່າທີຈະຖືກຊັກຊວນ ແລະບັງຄັບໂດຍເງື່ອນໄຂຕ່າງໆ.
ທ່ານປຣະພັດ ເວົ້າວ່າ “ໄທ ແມ່ນລະມັດລະວັງຫຼາຍ ເປັນຫ່ວງເປັນໃຍຫຼາຍກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນຢູ່ໃນລາວແລະກຳປູເຈຍ ເມື່ອທັງສອງປະເທດນີ້ກາງຕໍ່ຈີນຫຼາຍເກີນໄປ” ໂດຍປຽບທຽບພວກເຂົາເຈົ້າເໝືອນດັ່ງກັບເປັນແຂວງຂອງປະເທດເພື່ອນບ້ານຍັກໃຫຍ່ຂອງພວກເຂົາເຈົ້ານັ້ນ.
ໄທແລະມາເລເຊຍ ພິສູດໃຫ້ເຫັນວ່າ ມີຄວາມເປັນໄປໄດ້ຫຼາຍກວ່າໃນພາກຕົວຈິງກ່ຽວກັບໂຄງການດັ່ງກ່າວເຊັ່ນກັນ.
ທ່ານຮີເບີດກ່າວວ່າ “ແມ່ນກະທັງຫລັງຈາກການກໍ່ລັດຖະປະຫານໃນປີ 2014 ເມື່ອລະບອບການປົກຄອງໃນບາງກອກໄດ້ຖືກລັງກຽດໂດຍລັດຖະບານປະເທດຕາເວັນຕົກທັງຫຼາຍ ແລະຈີນຈຶ່ງໄດ້ກາຍເປັນພັນທະມິດພຽງແຫ່ງດຽວຂອງຕົນ ຊຶ່ງພວກນາຍພົນທັງຫຼາຍຫຼິ້ນຕົວກໍເພາະວ່າ ຂໍ້ສະເໜີຂອງຈີນ ໃນດ້ານລົດໄຟຄວາມໄວສູງນັ້ນ ແມ່ນແພງຫຼາຍ ແລະບໍ່ແມ່ນບູລິມະສິດສຳລັບຜູ້ນຳຂອງໄທ.”
ໄທໄດ້ເຄື່ອນໄຫວຢ່າງລະມັດລະວັງໃນການບັນລຸຂໍ້ຕົກນລົງກັບຈີນ ເພື່ອສ້າງທາງລົດໄຟຈກາກລາວຫາບາງກອກ ຍ້ອນຄວາມເປັນຫ່ວງກ່ຽວກັບຄ່າໃຊ້ຈ່າຍແລະໄດ້ໂຈະແຜນການເຊັນສັນຍາຂໍ້ຕົກລົງທັງຫຼາຍໃນເດືອນທັນວາ. ແມ່ນກະທັງ ມາເລເຊຍ ກໍໄດ້ຍຸຕິວຽກງານຊ່ວງການວາງລາງລົດໄຟຈາກໄທຫານະຄອນ ຫຼວງກົວລາລຳເປີ ເປັນເວລາເກືອບນຶ່ງປີແລ້ວ ແລະໄດ້ຕົກລົງທີ່ຈະເລີ້ມຕົ້ນຄືນອີກໃນເດືອນເມສາປີ 2019 ພຽງຫລັງຈາກທີ່ໄດ້ໂນ້ມນ້າວໃຫ້ຈີນຫລຸດຜ່ອນມູນຄ່າໂຄງການໃນເບື້ອງຕົ້ນ ຈຳນວນ 20 ພັນລ້ານໂດລາ ລົງປະມານນຶ່ງສ່ວນສາມ.
ບັນດານັກວິເຄາະກ່າວວ່າ ຄວາມຝັນຂອງຈີນໃນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງທີ່ຍາວຢຽດຜ່ານພາກພື້ນເອເຊຍຕາເວັນອອກສຽງໃຕ້ນັ້ນ ຍັງຈະຍາກຂຶ້ນກວ່າເກົ່າທີ່ຈະນຳສະເໜີໂຄງການຫຼັງຈາກທີ່ຖືກກະທົບຢ່າງໜັກຕໍ່ເສດ ຖະກິດຂອງພາກພື້ນຈາກໂຣກລະບາດໄວຣັສໂຄໂຣນາ.
ຈົນກວ່າວ່າ ເສັ້ນທາງລົດໄຟຈະສ້າງໄປຮອດສິງກະໂປໃນທີ່ສຸດແລ້ວ ທ່ານປຣະພັດ ໄດ້ກ່າວວ່າ “ມັນກໍຍັງຈະເປັນເວລາອີກຍາວໄກຢູ່.”