ປະທານາທິບໍດີຟີລິບປິນ ຈະຢ້ຽມຢາມປະເທດຈີນ

  • ທອງປານ ເທບວົງສາ

ກໍາປັ່ນ BRP Gregorio del Pilar ຊຶ່ງເປັນກໍາປັ່ນລົບລໍາໃໝ່ສຸດ ແລະໃຫຍ່ສຸດຂອງຟີລິບປີນ ທີ່ຊື້ຈາກສະຫະລັດ.

ເອກອັກຄະລັດຖະທູດຈີນ ປະຈໍານະຄອນຫລວງມະນິລາ ປະເທດຟິລິບປິນ ກ່າວວ່າ ປະເທດຂອງທ່ານເຕັມໃຈທີ່ຈະພິຈາລະນາເບິ່ງ ການສ້າງພາຄີກັບຟິລິບປິນ ໃນບໍລິເວນທີ່ ເປັນກໍລະນີພິພາດກັນໃນຂົງເຂດທະເລຈີນໃຕ້ນັ້ນ. ຖ້ອຍຖະແຫລງດັ່ງກ່າວນີ້ ມີຂຶ້ນນຶ່ງອາທິດ ກ່ອນປະທານາທິບໍດີຟິລິບປິນ ຈະອອກເດີນທາງໄປຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ເປັນເທື່ອທໍາອິດ. ທອງປານມີລາຍງານມາສະເໜີທ່ານ.

ທ່ານ Liu Jianchao ​ເອກ​ອັກຄະ​ລັດຖະທູດ​ຈີນ ກ່າວ​ວ່າ ຂົງ​ເຂດ​ທະ​ເລຈີນ​ໃຕ້​ຈະ​ເປັນ​ນຶ່ງ​
ໃນ​ຫລາຍໆ​ບັນຫາ ທີ່​ຈະ​ຍົກ​ຂຶ້ນມາ​ປຶກສາ​ຫາລື​ກັນ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຈີນ​ເປັນ
ເວລາ​ຫ້າ​ວັນ​ຂອງ​ປະທານາທິບໍດີຟິລິ​ບປິນ ທ່ານ ​ເບ​ນິກ​ໂນ ອາ​ຄີ​ໂນ ທີ່​ຈະ​ເລິ່ມຕົ້ນ​ໃນ​ວັນ​
ທີ 30 ​ເດືອນ ສິງຫາ ມື້​ອື່ນ​ນີ້. ເອກ​ອັກຄະ​ລັດຖະທູດ ຫລິວ ກ່າວວ່າ:

ເນຶ່ອງຈາກ​ວ່າ​ບັນຫາ​ດັ່ງກ່າວ​ນີ້ ​ໄດ້​ຍືດ​ເຍື້ອ​ມາ​ເປັນ​ເວລາຫລາຍ​ສິບ​ປີ​ແລ້ວແລະ
ພວກ​ເຮົາ​ກໍ່​ບໍ່​ສາມາດ
ຈະຄາດຫວັງວ່າ ຈະແກ້​ໄຂຕົກລົງ​ກັນ​ໄດ້​ໂດຍຜ່ານການຢ້ຽມ
ຢາມ​ຄັ້ງ​ນີ້​ເທົ່າ​ນັ້ນ. ​ແຕ່​ຂ້າພະ​ເຈົ້າກໍ​ຮູ້​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້
ຈະ​ສົ່ງ​ເສີມ​ແລະຍົກ
ລະດັບ
ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ຂອງ​ຜູ້​ນໍາ​ທັງ​ສອງ​ຂອງທັງສອງ​ລັດຖະບານ​ ໃຫ້ສູງ​ຂຶ້ນ.”

ການ​ອ້າງ​ເອົາ​ກໍາມະສິດ​ຕ່າງໆ​ໃນ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ໄດ້ເປັນ​ຈຸດແຫ່ງຄວາມ​ບາດ
ໝາງ​ຜິດຂ້ອງ​ໝອງໃຈ​ກັນ ລະຫວ່າງປະ​ເທດ​ທັງ​ສອງ​ມາ​ຕະຫລອດ​ປີ​ນີ້. ພວກ​ເຈົ້າໜ້າ​ທີ່​ຟິ
ລິບ​ປິນລາຍ​ງານວ່າ ມີ​ຢ່າງ​ໜ້ອຍ​ເຈັດ​ຄັ້ງ ​ທີ່​ໄດ້ມີ​ການ​ປະ​ເຊີນ​ໜ້າ​ກັບ​ກໍ່າ​ປັ່ນ​ຂອງ​ຈີນ​ຢູ່​ໃນ
ອານາ​ເຂດ ​ທີ່​ມະນິລາ​ອ້າງ​ເອົາ​ເປັນເຂດ​ເສດຖະກິດ​ຂອງ​ຕົນ​ໂດຍ​ສະ​ເພາະນັ້ນ. ​ເຂດ​ແດນ
ຂອງແຕ່ລະປະ​ເທດ​ ທີ່ກໍານົດໃຫ້ໂດຍອົງການ​ສະຫະ​ປະຊາ​ຊາດ​ນັ້ນ ​ແມ່ນ​ຍື່ນ​ກາຍເຂດ
ແນວ​ຝັ່ງ​ຂອງ​ປະ​ເທດອອກ​ໄປ 370 ກິ​ໂລ​ແມດ. ​ແຕ່ຈີນ​ກ່າວວ່າ ຕົນ​ບໍ່​ໄດ້​ລ່ວງ​ລໍ້າ​ຫຍັງ ​
ເນຶ່ອງຈາກ​ວ່າ​ຈີນ​ໄດ້​ອ້າງ​ເອົາ​ເຂດ​ດັ່ງກ່າວ​ມາ ​ໄດ້​ນຶ່ງ​ສັດຕະວັດ​ແລ້ວ ຊຶ່ງ​ຈີນ​ເວົ້າວ່າ
ອໍານວຍ​ໃຫ້ຈີນ​ມີ​ອະທິ​ປະ​ໄຕ​ໃນ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້​ທັງ​ໝົດ.

ເຂດ​ທະ​ເລ​ດັ່ງກ່າວ​ມີ​ເສັ້ນທາງ​ເດີນ​ເຮືອ​ທີ່​ສໍາຄັນໆ​ຫລາຍ​ເສັ້ນ ​ແລະ​ເຊື່ອ​ວ່າເປັນ​ເຂດ​ທີ່
ອຸດົມສົມບູນ​ໄປ​ດ້ວຍ​ບໍ່ແກ​ສທໍາ​ມະ​ຊາດ​ແລະ​ນໍ້າມັນ​. ນອກຈາກ​ຈີນ ​ແລະ​ຟິລິບ​ປິນ​ແລ້ວ
ກໍ​ມີຫວຽດນາມ ມາ​ເລ​ເຊຍ ບຣູໄນ ​ແລະໄຕ້ຫວັນ ທີ່ພາກັນ​ອ້າງ​ເອົາ​ກໍາມະສິດຊ້ອນ​ກັນ ໃນຂົງ​ເຂດ​ນີ້.

ຟິລິບ​ປິນ​ໄດ້​ພະຍາຍາມ​ຜັກ​ດັນ ​ໃຫ້​ມີ​ການ​ແກ້​ໄຂຕົກລົງ​ກັນ​ໃນ​ເລຶ່ອງນີ້ ​ໂດຍ​ຜ່ານ​ສານ​ຂອງ​
ອົງການ​ສະຫະ​ປະຊາ​ຊາດ ​ແຕ່​ຈີນ​ໄດ້​ເວົ້າຊໍ້າ​ແລ້ວ​ຊໍ້າອີກ​ວ່າ ຕົນ​ຢາກ​ໃຫ້​ມີ​ການ​ເຈລະຈາ​ກັນ​
ສອງ​ຕໍ່​ສອງເທົ່າ​ນັ້ນ ກັບ​ແຕ່ລະ​ປະ​ເທດ ​ປາດ​ສະ​ຈາກ​ການຫຍຸ້ງ​ກ່ຽວ​ໃດໆ​ຈາກ​ມື​ທີ່​ສາມ. ຕະຫລອດ​ໄລຍະ​ແຫ່ງ​ການ​ຖົກ​ຖຽງ​ກັນ​ມາ​ນີ້ ຟິລິບ​ປິນ​ໄດ້​ເວົ້າຢູ່​ຕະຫລອດ​ມາວ່າ ການ​ຮ່ວມ​ມື​ ແລະ​ການ​ສໍາ​ຫລວດຮ່ວມ​ກັນ​ໃນ​ຂົງ​ເຂດ​ທີ່​ເປັນ​ກໍລະນີ​ພິພາດ​ນັ້ນ ຄວນ​ຈະເປັນ​ວິທີ​ທາງ​ທີ່​ຈະ​ດໍາ​ເນີນ​ໄປ​ໜ້າໄດ້.

ໃນ​ລະຫວ່າງ​ການ​ຖະ​ແຫລ​ງຕໍ່​ພວກນັກ​ຂ່າວ​ທ້ອງ​ຖິ່ນ​ແລະຕ່າງປະ​ເທດ​ ທີ່​ນະຄອນຫລວງ
ມະນິລາ ​ໃນ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ທ່ານເອກ​ອັກຄະ​ລັດຖະທູດ ຫລິວ ​ຍັງໄດ້​ຮຽກຮ້ອງ​ໃຫ້​ມີ
ການ​ດໍາ​ເນີນ​ຄວາມ​ພະຍາ​ຍາມ​ຮ່ວມ​ກັນ ​ແລະກ່າວວ່າ ຈີນ​ແມ່ນ​ຕ້ອງການຄວາມ​ພະຍາ
ຍາມ​ທໍານອງ​ນັ້ນ​ ມາ​ຕັ້ງ​ແຕ່​ປີ 1985. ເອກ​ອັກຄະ​ລັດຖະທູດ ຫລິວ ​ເວົ້າ​ວ່າ:

“ພວກ​ເຮົາ​ຕຽມ​ພ້ອມ​ທີ່​ຈະ​ມີ​ການ​ສໍາ​ຫລວດ​ແລະ ທໍາການ​ພັດທະນາ​ຮ່ວມ​ກັນ
ກັບ​ພວກ​ປະ​ເທດ​ອື່ນໆທີ່​ອ້າງ​ເອົາ​ກໍາມະ​ສິດ​ໃນ​ຂົງ​ເຂດ​ທັງ​ໝົດ
ຄືກັນ​ນັ້ນ.
ແນ່ນອນ​ທີ່​ສຸດ ພວກ​ເຮົາ​ຈະຕ້ອງ​ບັນລຸ
ການເຫັນພ້ອງຕ້ອງກັນ ​ແລະ​ຕ້ອງ​ໄດ້
ມີ​ຂໍ້​ຕົກລົງ​ກັນ​ຢ່າງ​ໃດ​ຢ່າງ​ນຶ່ງ
ກ່ຽວກັບວ່າພວກ​ເຮົາ​ຈະສາມ​າດຮ່ວມໄມ້​ຮ່ວມ​ມື​
ກັນ​ເຊັ່ນ​ນັ້ນ​ໄດ້
ຢູ່ບ່ອນ​ໃດ ​ແລະ ແບບ​ໃດ.”

ເອກ​ອັກຄະ​ລັດຖະທູດ​ຫລິວ ກ່າວ​ຕໍ່​ໄປວ່າ ຈີນ​ແມ່ນ​ຈະ​ຕ້ອງໄດ້ສຶກສາ​ເພີ່ມ​ຕື່ມ ​ໃນ​ເລື່ອງ
ແນວ​ຄິດ​ຂອງ​ຟິລິບ​ປິນ ກ່ຽວ​ກັບການ​ເປັນ​ພາຄີກັນ​ນັ້ນວ່າ ຈະ​ເປັນ​ແບບ​ໃດກັນ​ແທ້.

ເມື່ອ​ຕົ້ນ​ອາທິດແລ້ວນີ້ ກ່ອນ​ໜ້າການ​ອອກ​ມາ​ຖະ​ແຫລ​ງຕໍ່​ນັກ​ຂ່າວ​ຂອງ​ເອກ​ອັກຄະ​ລັດຖະ
ທູດ​ຈີນ​ນັ້ນ ກໍ່າ​ປັ່ນ​ທະຫານ​ລໍາ​ໃຫຍ່ທີ່​ສຸດແລະ​ໃໝ່ທີ່​ສຸດ​ຂອງ​ຟິລິບ​ປິນ ​ໄດ້​ເຂົ້າຈອດທີ່​ທ່າ​
ກໍາ​ປັ່ນ​ນະຄອນຫລວງ​ມະນິລາ. ກໍ່າ​ປັ່ນ​ດັ່ງກ່າວ​ ​ມີ​ຄວາມ​ຍາວ 115 ແມດ ​ແລະມີ​ຊື່ວ່າ
BSP Gergorio Del Pilar. ​ພາລະກິດ​ຫລັກ​ຂອງ​ກໍາ​ປັ່ນ​ລໍາ​ນີ້ ກໍ​ຄືປົກ​ປ້ອງ​ຄຸ້ມ​ຄອງເຂດ
ນໍ້າ​ແດນດິນ ​ທີ່ຟິລິບ​ປິນ​ອ້າງ​ເອົາກໍາມະສິດ ໃນ​ຂົງ​ເຂດທະ​ເລ​ຈີນ​ໃຕ້​ນັ້ນ.

ປະທານາທິບໍດີ Benigno Aquino III ຂຶ້ນໄປເບິ່ງກໍາປັ່ນ BRP Gregorio Del Pilar (PF15) ໃນພິທີຕ້ອນ ຮັບກໍາປັ່ນລໍາໃໝ່ສຸດແລະໃຫຍ່ສຸດ ຂອງຟີລິບປີນ ຢູ່ທ່າເຮືອນະຄອນ ຫລວງມະນີລາ, ວັນທີ 23 ສິງຫາ 2011.

ໃນ​ການ​ກ່າວ​ຄໍາ​ປາ​ໃສ​ເມື່ອ​ວັນ​ອັງຄານ​ອາ
ທິດ​ແລ້ວ​ນີ້ ໃນໂອກາດ​ຕ້ອນຮັບກໍາ​ປັ່ນລົບ
cutter ລຸ້ນ Hamilton ອາຍຸ​ 46 ປີ ທີ່​ຊື້
ຈາກ​ສະຫະລັດນັ້ນ ປະທານາທິບໍດີອາ​ຄິ​ໂນ ​
ໄດ້​ເນັ້ນ​ຍໍ້າ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ປະ​ເທດ
ຂອງ​ທ່ານໃນການ​ເສີມ​ສ້າງສະມັດ​ທະ​ພາບ
ທາງດ້ານ​ທະຫານ​ຂອງ​ຕົນ ​ເພື່ອປ້ອງ​ກັນ ຕົນ​ເອງ​ນັ້ນ​.

ປະທານາທິບໍດີ ​ອາ​ຄິ​ໂນ ກ່າວວ່າ ກໍ່າ​ປັ່ນ​ທີ່​
ທັນ​ສະ​ໄໝ​ລໍາ​ນີ້ ​ເປັນ​ສັນ​ຍາ​ລັກ​ຂອງຄວາມ
ສາມາດທີ່​ຟິລິບ​ປິນ​ໄດ້​ມາ​ໃໝ່ໆ ​ເພື່ອພິທັກ
ປົກ​ປ້ອງ ປ້ອງ​ກັນ ​ແລະ ຖ້າ​ຈໍາ​ເປັນ ກໍ​ຕໍ່ສູ້​
ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຂອງ​ທ່ານ.

ຢ່າງ​ໃດ​ກໍ​ຕາມ ພວກ​ເຈົ້າໜ້າ​ທີ່​ຟິລິບ​ປິນກ່າວ​
ວ່າ ການ​ຢ້ຽມຢາມ​ຈີນ​ຂອງ​ປະທານາທິບໍດີ
ອາ​ຄິ​ໂນ​ໃນ​ຄັ້ງ​ນີ້ ​ແມ່ນ​ຈະ​ເນັ້ນ​ໜັກ​ເປັນສ່ວນ
ໃຫຍ່​ໃສ່​ການ​ຊຸກຍູ້​ສົ່ງ​ເສີມການ​ຄ້າ ການ
ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ​ການທ່ອງທ່ຽວ​ ລະຫວ່າງ​ປະ​ເທດ​ທັງ​ສອງ.

ທ່ານນາງ Christine Ortega ລັດຖະມົນຕີ​ຊ່ວຍວ່າການຕ່າງປະ​ເທດ​ຟີລິບ​ປິນ​ໄດ້​ບອກ
ພວກ​ຜູ້​ສື່​ຂ່າວເມື່ອ​ວັນ​ພຸດອາທິດ​ແລ້ວ​ນີ້​ວ່າ ພວກ​ເຈົ້າໜ້າ​ທີ່​ຟິລິບ​ປິນບໍ່​ຄາດ​ວ່າ​ ຈະ​ມີ​ການ​
ປະຊຸມ​ແບບ​ປະ​ເຊີນ​ໜ້າ​ກັນ ​ກ່ຽວ​ກັບ​ອານາ​ເຂດ​ທີ່​ເປັນ​ກໍລະນີ​ພິພາດ​ກັນ​ນັ້ນ​ແຕ່​ຢ່າງ​ໃດ.
ແຕ່ທ່ານນາງ Ortega ກໍ​ໄດ້​ເວົ້າວ່າ ທ່ານ​ອາ​ຄິ​ໂນຈະ​ຍົກຂຶ້ນມາ​ປຶກສາ​ກັນ ບັນຫາຂົງ​ເຂດ
ທະ​ເລ​ຟິລິບ​ປິນຕາ​ເວັນ​ຕົກ ຊຶ່ງ​ເປັນ​ຊື່ທີ່​ລັດຖະບານ​ຟິລິບ​ປິນ​ເອີ້ນ​ ຂົງ​ເຂດ​ທະ​ເລີ​ຈີນ​ໃຕ້​ນັ້ນ.