ຈີນ ແລະ ຟິລິບປີນ ຫາທາງ ເປີດການເຈລະຈາ ຫລັງຈາກ ການຕັດສິນຂອງສານສະຫະປະຊາຊາດ

ພວກລູກເຮືອຟິລິບປີນ ພາກັນຍົກມືໃສ່ ເຮືອລາດຕະເວນຈີນ ໃນ ຂະນະທີ່ເຂົາເຈົ້າຕັນ ບໍ່ໃຫ້ເຮືອດັ່ງກ່າວເຂົ້າໄປໃນເຂດ Thomas Shoal ຢູ່ທະເລຈີນໃຕ້.

ຈີນ​ທີ່​ມີ​ຄວາມ​ໂກດ​ແຄ້ນ​ບໍ່ພໍ​ໃຈ ​ແລະ​ຟີ​ລິບ​ປິນທີ່​ມີ​ຄວາມ​ດີ​ອົກ​ດີ​ໃຈ ກຳລັງ​ຊອກ ຫາ​ຊ່ອງ​ທາງ​ເພື່ອ​ເປີດ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ ຊຶ່​ງ​ເປັນ​ການ​ເຄື່ອນ​ໄຫວ ທາງ​ດ້ານ​ການ​ເມືອງ ​ທີ່​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກ​ປະຊາຊົນ ​ໃນ​ຂະນະ​ທີ່​ມັນ​ອາດ​ຈະ​ຊ່ອຍບໍ່​ໃຫ້​ເກີດການ​ຂັດ​ແຍ້​ງດ້ວຍ​ອາວຸດຫລັງ​ຈາກ​ສານ​ຂອງ​ອົງການ ສະຫະ​ປະຊາ​ຊາດ ​ໄດ້​ປະຕິ​ເສດ​ໃນ​ວັນ​ອັງຄານ​ວານ​ນີ້​ ຕໍ່​ພື້ນຖານ​ທາງ​ກົດໝາຍທີ່​ປັກ​ກິ່ງ​ຈະ​ອ້າງເອົາ​ກຳມະສິດ​ຢູ່​ໃນ ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້​ງກັນນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ​ໄດ້​ກ່າວ​ເຍາະ​ເຍີ້ຍຕໍ່​ການ​ຕັດສິນ​ຂອງ​ສານ​ສະຫະ​ປະຊາ​ຊາດ ທີ່​ໄດ້​ປະຕິ​ເສດ​ເຖິງ​ຄວາມ​ສົມບູນ ​ກ່ຽວ​ກັບ ພື້ນຖານ​ທາງ​ກົດໝາຍ​ຂອງ​ຈີນ ພາຍ​ໃຕ້ອັນ​ທີ່​ເອີ້ນ​ວ່າ “nine-dash-line” ທີ່ໄດ້​ອ້າງ​ເອົາ​ກຳມະສິດ​ຂອງ​ພື້ນທີ່3 ລ້ານ 5 ​ແສນ​ກິ​ໂລ​ແມັດ​ມົນທົນ ຂອງ​ທະເລ​ທີ່​ເຕັມ​ໄປ​ດ້ວຍ​ປູ​ປາ​ນາ​ນ້ຳ ນ້ຳມັນ ​ແກັສທຳ
​ມະ​ຊາດ ​ແລະ​ເສັ້ນທາງ​ເດີນ​ເຮືອ ທີ່​ສຳຄັນ​ຂອງ​ໂລກ. ແຕ່​ໃນ​ຂະນະ​ດຽວ​ກັນ ທ່ານ​ກໍ​ໃຫ້​ຮ່ອງຮອຍ ທີ່​ວ່າ​ຈີນ​ຕ້ອງການ​ເປີດ​ການ​ຫາລື​ກັນ.

​ເວລາ​ນີ້ ລະຄອນ​ຕະລົກ​ໄດ້​ສິ້ນສຸດ​ລົງ​ແລ້ວ ​ແລະ​ມັນ​ເປັນ​ເວລາ​ທີ່​ຈະ​ກັບ​ຄືນ​ໄປ​ສູ່ເສັ້ນ ທາງທີ່​ຖືກຕ້ອງ ທ່ານ​ກ່າວ​ໃນ​ຕອນ​ແລງ​ຂອງ​ວັນ​ອັງຄານ​ວານ​ນີ້. ຝ່າຍ​ຈີນໄດ້​ສັງ​ເກດ​ເຫັນ ວ່າ ລັດຖະບານ​ໃໝ່​ຂອງ​ຟີ​ລິບ​ປິນຫວ່າງ​ບໍ່​ດົນ​ມານີ້ ​ໄດ້​ອອກ​ຖະແຫລ​ງຂ່າວ​ເປັນ​ລຳດັບ ມາ ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ເຕັ​ມ​ໃຈ​ທີ່​ຈະ​ເລີ້ມການ​ເຈລະຈາ​ຄືນ​ອີກ​ກັບ​ຈີນ ກ່ຽວ​ກັບ​ບັນ ຫາ​ໃນ​ທະ​ເລ​ຈີນ​ໃຕ້.

ປັກ​ກິ່ງ​ໄດ້​ກ່າວ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວວ່າ ຕົນ​ຕ້ອງການ​ຢາກ​ໃຫ້​ມີ​ການ​ເຈລະຈາ​ສອງ ຝ່າຍ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງທາງ​ທະ​ເລແທນ​ທີ່​ຈະ​ໃຊ້​ການ​ເຈລະ​ຈາ​ຫລາຍ​ຝ່າຍ.

ຊາວຟິລິບປີນ ພາກັນສະຫລອງຫລັງຈາກ ສານສະ​ຫະ​ປະ​ຊາ​ຊາດ ທີ່ນະຄອນ Hague ຕັດສິນເຫັນພ້ອມກັບຟິລິບປີນ ໃນຄະດີຕ້ານຈີນ ທີ່ໂຕ້ຖຽງກັນ ກ່ຽວກັນນ່ານນໍ້າທະເລຈີນໃຕ້.

ທີ່​ນະຄອນຫລວງ​ມະນີ​ລາ​ໃນ​ວັນ​ອັງຄານ​ວານ​ນີ້​ ລັດຖະມົນຕີ​ການ​ຕ່າງປະ​ເທດຟີລິບ​ປິນ ທ່ານ Perfecto Yasay ​ເອີ້ນການ​ຕັດສິນ​ນີ້ວ່າ ​ເປັນ​ການ​ຕັດສິນ​ທີ່​ສຳຄັນ ​ໂດຍ​ເວົ້າວ່າ ການ​ຕັດສິນ​ນີ້ ​ແມ່ນ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ການ ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງທາງ​ທະ​ເລ​ທີ່​ພວມ​ດຳ​ເນີນ​ຢູ່ແລະ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ ​ໃ​ຊ້ຄວາມ​ຢັບຢັ້ງ.

ຮູບພາບຈາກດາວທຽມ ສະແດງໃຫ້ເຫັນນ່ານນໍ້າເອເຊຍ ຈາກສູນກາງຍຸດທະສາດ ທີ່ນະຄອນຫລວງ ວໍຊິງຕັນ.

ສ່ວນ​ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ Rodrigo Duterte ທີ່​ຫາ​ກໍ​ເຂົ້າຮັບ​ຕຳ ​ແໜ່​ງ​ເມື່ອ ວັນ​ທີ 30 ມີ​ຖຸນາ​ຜ່ານ​ມານີ້ ກ່າ​ວວ່າ ທ່ານ​ຕ້ອງການ​ຢາກ​ເຈລະຈາ ​ແບບ​ສອງ​ຕໍ່​ສອງ​ກັບ ຈີນ ​ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ສະ​ແດງ​ທ່າ​ທາງ​ຢ່າງ​ແຂງ​ຂັນກວ່າ​ນີ້ ​ໃນ​ລະຫວ່າງ​ການ​ໂຄສະນາ ຫາ​ສຽງ ​ທີ່​ເຕັມ​ໄປ​ດ້ວຍ​ການ​ໃຊ້​ຄຳ​ເວົ້າທີ່​ບໍ່ສຸພາບ​ ແລະ​ການ​ໃຫ້​ຄຳ​ໝັ້ນສັນຍາ​ຕ່າງໆ​ນັ້ນ.

ອ່ນຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

UN Arbitration Court Rules Against China's South Sea Claims

v