ຈີນ ຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ ຄວາມໝັ້ນຄົງ ແຫ່ງຊາດ ເພື່ອຄວບຄຸມ ອິນເຕີແນັດ

ຜູ້ຊົມໃຊ້ ຄອມພິວເຕີ ຄົນນຶ່ງ ກຳລັງອ່ານຂໍ້ຄວາມ ຈາກເຈົ້າໜ້າທີ່ຕຳຫລວດ ທີ່ກ່າວເຖິງການນຳໃຊ້ ອິນເຕີແນັດ ທີ່ຖືກຕ້ອງຕາມກົດໝາຍ ຢູ່ທີ່ຮ້ານ ອິນເຕີແນັດກາເຟ ແຫ່ງນຶ່ງ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ.

ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ ໄດ້​ຮັບຮອງ​ເອົາຮ່າງ​ກົດໝາຍ ​
ວ່າດ້ວຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ສະບັບ​ໃໝ່ ທີ່​ບັນດາ​ນັກ​ວິ
ຈານກ່າວວ່າ ຈະ​ໃຫ້ການປົກປ້ອງເປັນພິເສດ​ແລະຂະຫຍາຍ
​ສິດອຳນາດໃນການ​ປາບ​ປາມຕໍ່​ບັນດາ​ຜູ້​ທີ່​ບໍ່​ເຫັນ​ດີ​ພ້ອມທາງ​
ດ້ານ​ການ​ເມືອງ.

ສະພາ​ປະຊາຊົນ​ແຫ່ງ​ຊາດຂອງຈີນ ຊຶ່ງສ່ວນໃຫຍ່ແລ້ວມີໜ້າ
ທີ່ໃນທາງພິທີການເທົ່ານັ້ນໄດ້ຮັບຮອງເອົາຮ່າງກົດໝາຍສະ
ບັບນຶ່ງ ​ໃນ​ວັນ​ພຸດ​ມື້​ນີ້ ດ້ວຍຄະ​ແນນ​ສຽງ 144 ຕໍ່​ 1 ສຽງ ອິງ​
ຕາມ​ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນ.

ກົດໝາຍ​ດັ່ງກ່າວ ອະນຸຍາດ​ໃຫ້​ບັນດາ​ເຈົ້າໜ້າ​ທີ່ “​ເອົາ​ທຸກໆ ​ມາດ​ຕະການ​ທີ່​ຈຳ​ເປັນ”
ເພື່ອ​ປົກປ້ອງອະທິປະ​ໄຕ ​ແລະ ​ເພື່ອ​ຮັບປະກັນ ການ​ຄວບ​ຄຸມ​ຢ່າງຄົບ​ຖ້ວນ​ ດ້ານອິນ​ເຕີ
ແນັດ ຂອງປະ​ເທດ ທີ່ມີການ​ກວດ​ກາຢ່າງ​ເຂັ້ມງວດ​ຢູ່​ແ​ລ້ວນັ້ນ.

ກົດໝາຍ​ສະບັບ​ນີ້ ແມ່ນການສະໜອງຕອບຂອງ​ປັກ​ກິ່ງ​ ​ຕໍ່​ສະຖານະ ການດ້ານ​ຄວາມໝັ້ນ
ຄົງ​ແຫ່ງ​ຊາດ ທີ່ກຳລັງກາຍ​ເປັນ​ເລື້ອງ “ຂັບ​ຂັນ​ເພີ່ມຂຶ້ນ​ເລື້ອຍໆ” ອິງ​ຕາມ ທ່ານ Zheng
Shu’na ຈາກຄະນະ​ກຳມະການ​ປະຈຳສະພາປະຊາຊົນແຫ່ງຊາດ.

ທ່ານ Zheng ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າ​ວວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ປະຕິບັດ​ຕາມແນວທາງ ຂອງ​ການ​ພັດທະນາ​ສັນຕິພາບ ​ແຕ່​ພວກ​ເຮົາ​ຈະ​ບໍ່ຍອມ ສະຫຼະສິດ​ອັນ​ຖືກຕ້ອງ​ຕາມ​ກົດໝາຍ ຂອງ​ພວກ​ເຮົາ​ ແລະ ຈະ​ບໍ່​ຍອມເສຍສະຫຼະ ຜົນ​ປະ​ໂຫຍ​ດຫຼັກຕ່າງໆ ຂອງ​ປະ​ເທດ ຢ່າງ​ເດັດຂາດ.”

ບັນດາກຸ່ມປົກ​ປ້ອງ​ສິດທິມະນຸດ ​ກ່າວ​ວ່າ ກົດໝາຍ​ດັ່ງກ່າວ​ ມອບ​ອຳນາດ ໃຫ້​ແກ່ບັນດາ​
ອົງການ​ຄວາມ​ໝັ້ນຄົງ ຫຼາຍ​ເກີນ​ໄປ ແລະ ​ກວ້າງ​ຂວາງ​ໂພດ ຊຶ່ງ​ບໍ່ໄດ້​ເຈາະ​ຈົງ​ ພຽງພໍວ່າ​
ສິ່ງ​ໃດທີ່​ເຫັນ​ວ່າ​ເປັນ​ອາ​ຊະ​ຍາ​ກຳ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດຈີນ ກ່າວ​ອ້າງອີງເຖິງຮ່າງກົດໝາຍດັ່ງກ່າວ ເມື່ອ​ຕົ້ນປີ​ນີ້ວ່າ “ມັນ​
ຈະ​ເຮັດ​ໃຫ້ການ​ປາບ​ປາມ​ຢ່າງ​ເປັນ​ລະບົບ ຂອງ ລັດຖະບານຈີນ ຕໍ່ພວກບໍ່​ເຫັນ​ພ້ອມ​ທາງ​ດ້ານ​ການ​ເມືອງ​, ພວກ​ຊົນ​ຊາດຊົນເຜົ່າ, ​ກຸ່ມສາ​ສະໜາ ​ແລະ ການທັບມ້າງ ຕໍ່ກຸ່ມ​ສັງຄົມພົນລະ​ເຮືອນ​ ​ເປັນການກະທຳທີ່​ຖືກຕ້ອງ​ຕາມ​ກົດໝາຍ.”
​ແລະ​ກ່າວ​ຕໍ່​ໄປອີກ​ວ່າ “ຮ່າງ​ກົດໝາຍ​ນັ້ນ ປະກອບ​ດ້ວຍ ການ​ຈຳກັດ​ຄວາມ​ຂອງ ‘ຄວາມ​ໝັ້ນຄົງ​ແຫ່ງ​ຊາດ’ ທີ່​ບໍ່​ຈະ​ແຈ້ງ ​ແລະຂໍ້ກຳນົດຕ່າງໆ ທີ່ຈະອຳນວຍໃຫ້ ​ມີການລົງໂທດ ຕໍ່​ທັດສະນະທີ່​ບໍ່​ເຫັດ​ດີ​ເຫັນ​ພ້ອມ, ຄວາມ​ເຊື່ອ​ຖື​ດ້ານ​ສາສະໜາ, ຂໍ້​ມູນ​ອອນລາຍນ໌, ​ແລະ ການ​ທ້າ​ທາຍ​ຕໍ່​ອະທິປະ​ໄຕທາງ​ດ້ານ​ອິນ​ເຕີແນັດ​ຂອງ​ຈີນ.”