ສະຫະລັດ ແລະ ຈີນ ລົງນາມ ໃນຂໍ້ຕົກລົງ ທີ່ຈະພັດທະນາ ຄວາມຮູ້ ກ່ຽວກັບ ໂຣກຫົວໃຈ

Your browser doesn’t support HTML5

ຊົມວີດີໂອ ລາຍງານນີ້

ສະມາຄົມປ້ອງກັນໂຣກຫົວໃຈອາເມຣິກັນ ແລະສາທາລະນະລັດ
ປະຊາຊົນຈີນ ໄດ້ຮັບຮອງເອົາຢ່າງເປັນທາງການ ເມື່ອໄວໆມານີ້
ການເປັນພາຄີຮ່ວມກັນ ທີ່​ໄດ້​ໃຊ້ໃນການເຈລະຈາຕໍ່ລອງມາ
ເປັນເວລາຫຼາຍປີ​ແລ້ວນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Carol Pearson
ລາຍ​ງານ​ເລື້ອງຂອງ​ການ​ເປັນ​ພາຄີດັ່ງກ່າວ ທີ່​ອາດເປັນ​ຜົນດີ​
ໃນ​ການ​ປັບປຸງຄວາມ​ຮູ້ ກ່ຽວກັບ​ເລື້ອງໂຣກຫົວ​ໃຈ ​ແລະໂຣກ
ລົມສາລະບາດ ເຊິ່ງຈະ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ໂລກ​ທັງ​ມວນ. ​
ໄຊຈະ​ເລີ​ນສຸກ ຈະ​ນຳ​ເອົາ​ເລື້ອງ​ນີ້ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ
​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ສະຫະລັດ ແລະ ຈີນ ລົງນາມ ຂໍ້ຕົກລົງ ທີ່ຈະພັດທະນາ ທາງດ້ານຄວາມຮູ້ ກ່ຽວກັບ ໂຣກຫົວໃຈ

ທ່ານ Jin Xiaoming ແມ່ນຜູ້ອຳນວຍການ ກ່ຽວກັບການຮ່ວມມືນາໆຊາດ ປະຈຳກະຊວງ
ວິທະຍາສາດແລະເທັກໂນໂລຈີຂອງຈີນ.

ພິທີລົງນາມ ໃນຂໍ້ຕົກລົງ ຢູ່ທີ່ວໍຊິງຕັນ ລະຫວ່າງ ສະມາຄົມປ້ອງກັນໂຣກຫົວໃຈອາເມຣິກັນ
ແລະ ສາທາລະນະລັດ ປະຊາຊົນຈີນ ຖືເປັນຂັ້ນຕອນສຸດທ້າຍຂອງຂໍ້ຕົກລົງ.

ຂໍ້​ຕົກລົງ​ດັ່ງກ່າວ ຈະສະໜອງ​ ການ​ເຝິກອົບຮົມ ​ໃນ​ການ​ຊ່ອຍໃຫ້ຜູ້ ທີ່ເປັນຫົວໃຈວາຍ
ຟື້ນຊີບຄືນ ຫຼື cardiopulmonary resuscitation ທີ່ເອີ້ນຫຍໍ້ວ່າ CPR ​ໂດຍທີ່ຜູ້ຄົນ ທົ່ວໄປ ກໍສາມາດ​ປະຕິບັດ​ໄດ້. ສະມາ ຄົມປ້ອງກັນໂຣກຫົວໃຈ ອາເມຣິກັນ ກ່າວວ່າ ການ
ຊ່ວຍ​ເຫຼືອດ້ວຍວິທີ​ໃຫ້ CPR ໃນທັນທີ ແກ່ຜູ້ເປັນຫົວໃຈວາຍນີ້ ສາມາດເຮັດໃຫ້ໂອກາດ
ທີ່ຈະລອດຊີວິດໄດ້ ເພີ້ມຂຶ້ນເປັນ 2 ຫາ 3 ເທົ່າ. ຖ້າປາດສະຈາກ ການຊ່ວຍ​ເຫຼືອດ້ວຍ
ການໃຫ້ CPR ແລ້ວ ໂອກາດທີ່ຈະເສຍຊີວິດ ເພີ້ມຂຶ້ນ 10 ເປີເຊັນ ໃນແຕ່ລະນາທີ
ທີ່ຜ່ານໄປ.

ຂໍ້ຕົກລົງສະບັບນີ້ ຍັງສະໜອງໃຫ້ມີການແລກປ່ຽນ ບັນດານາຍແພດ, ນັກຊ່ຽວຊານດ້ານ
ສາທາລະນະສຸກ ແລະ ນັກວິທະຍາສາດ ເພື່ອເຮັດ ວຽກຄຽງບ່າຄຽງໄຫລ່ ກັບຄູ່ຕຳແໜ່ງ
ຢູ່ໃນທັງ ສະຫະລັດ ແລະ ຈີນ. ຜົນທີ່ໄດ້ຮັບ ແມ່ນຄາດກັນວ່າ ຈະເສີມຂະຫຍາຍ ຄວາມຮູ້
ທາງວິທະຍາສາດ ກ່ຽວ​ກັບໂຣກຫົວໃຈ ແລະເສັ້ນເລືອດຕັນ ​ທີ່ສາມາດແບ່ງປັນ ໃຫ້ແກ່
ບັນດາພະນັກງານ ສາທາລະນະສຸກ ໃນທົ່ວໂລກ.

ທ່ານ Douglas Boyle ຈາກສະມາຄົມປ້ອງກັນໂຣກຫົວໃຈ ອາເມຣິກັນ ກ່າວຖະແຫລງ
ກ່ຽວກັບ ການແລກປ່ຽນນີ້ ຢູ່ໃນພິທີ ລົງນາມ​ໃນ​ຂໍ້​ຕົກລົງດັ່ງກ່າວ.

ທ່ານ Boyle ເວົ້າວ່າ “ພວກເຮົາ ເຊື່ອວ່າ ຖ້າ​ມີ​ຄວາມພ້ອມພຽງກັນ ພວກເຮົາ
ສາມາດປ່ຽນ ສິ່ງ​ເຫຼົ່ານັ້ນໄດ້ ໂດຍການສ້າງໂລກ ທີ່ມີແຕ່ການຊ່ວຍເຫຼືອ ຮັກສາ
ຊີວິດ, ໂລກບ່ອນທີ່ໝົດທຸກຄົນ ສາມາດດຳລົງຊີວິດ ດ້ວຍສຸຂະພາບທີ່ດີຂຶ້ນ ແລະ
ມີຊີວິດທີ່ຍືນຍາວ.”

ໂຣກຫົວ​ໃຈ ​ແລະ​ ເສັ້ນ​ເລືອດຕັນ ເປັນສາ​ເຫດອັນ​ດັບ​ໜຶ່ງ ທີ່​ເຮັດ​ໃຫ້​ມີການເສຍ​ຊີວິດ ​
ໃນ​ທົ່ວ​ໂລກ. ສາມ​ສ່ວນ​ສີ່​ຂອງ​ການ​ເສຍ​ຊີວິດ​ເຫຼົ່ານີ້ ​ແມ່ນເກີດ​ຂຶ້ນຢູ່​ໃນພວກປະ​ເທດ ທີ່​ມີ​
ປະ​ຊາຊົນທີ່ມີລາຍໄດ້ຕ່ຳ ​ແລະ ປານ​ກາງ ​ແລະ ການ​ສຶກສາຄົ້ນຄວ້າສະ​ແດງ​ໃຫ້​ເຫັນ​ວ່າ
ຈຳນວນຕົວ​ເລກຂອງ​ຜູ້​ເສຍ​ຊີວິດ ​ແມ່ນ​ຄາດ​ກັນ​ວ່າ ​ຈະ​ເພີ້​ມສູງຂຶ້ນເລື້ອຍໆ. ອັນ​ນັ້ນ
ສ່ວນ​ໃຫຍ່ ເປັນ​ຍ້ອນ​ການ​ປ່ຽນ​ແປງ​ ໃນ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ.​

ນາຍ​ແພດ ​Sidney Smith Jr. ຊ່ຽວຊານ​ດ້ານໂຣກຫົວ​ໃຈ ​ເວົ້າວ່າ “ພວກ​ເຂົາ​ເຈົ້າ ກິນ​
ອາຫານ ໄວທັນໃຈ. ພວກ​ເຂົາ​ເຈົ້າອອກ​ກຳລັງ​ກາຍ ໜ້ອຍ​ລົງ. ພວກ​ເຂົາ​ເຈົ້າ
ສູບຢາ. ແລະ ໄດ້ມີ​ການ​ປ່ຽນ​ແປງ​ດ້ານ​ ການດຳລົງ​ຊີວິດ​ຢ່າງແທ້ຈິງ ຊຶ່ງ​ກ່ອນໜ້າ​
ນີ້ ​ແມ່ນ​ວ່າ ມີ​ສຸຂະພາບ​ຂ້ອນຂ້າງດີ ​ແລະ ​ໄດ້​ຮັບການ​ປົກ​ປ້ອງ​ສ່ວນ​ໃດ​ສ່ວນ​ໜຶ່ງ
ຈາກ​ປັດ​ໄຈ​ ທີ່ເປັນ​ຄວາມ​ສຽງ​ນັ້ນ.”

ນາຍ​ແພດ Sidney Smith, Jr. ​ເຄີຍ​ເປັນອະດີດ ປະທານສະຫະ ພັນປ້ອງກັນໂຣກຫົວ​ໃຈ​
ຂອງໂລກ ຫຼື World Heart Federation. ທ່ານ​ກ່າວ​ວ່າ ບັນດາ​ນາຍ​ແພດ ສາມາດຮັກສາ
ປິ່ນປົວ ​ໂຣກຫົວ​ໃຈ ​ແລະ​ເສັ້ນ​ເລືອດ​ຕັນ ດ້ວຍ​ຢາ ​ເພື່ອ​ແກ້​ໄຂ ຄວາມ​ດັນຂອງ​ເລືອດ​ສູງ
​ແລະ ​ໄຂມັນ​ສູງ ​ແລະ ບັນຫາ​ອື່ນໆອີກ ​ແຕ່​ບັນດານາຍ​ແພດ​ໂຣກຫົວ​ໃຈ ສ່ວນໃຫຍ່ ຄື​ກັບ
​ນາຍ​ແພດ Gordon Tomaselli ກ່າວ​ວ່າ ເຮົາສາມາດແກ້​ໄຂ​ໄດ້ຫຼາຍ​ກວ່າ​ນີ້​ອີກ.

ນາຍ​ແພດ Gordon Tomaselli ຈາກໂຮງໝໍ Johns Hopkins ພະ​ແນ​ກ​ຢາ ​ເວົ້າວ່າ
“ພວກ​ເຮົາ ​ເຮັດ​ວຽກທີ່​ສຳຄັນ ໃນອັນ​ທີ່​ເອີ້ນ​ວ່າ ‘ການ​ປ້ອງ​ກັນ​ອັນ​ດັບ​ສອງ’ ​ແລະ
ຮັກສາ​ປິ່ນປົວ ​ໂຣກຫົວ​ໃຈ ​ໃນເມື່ອ​ມັນ​ໄດ້​ເກີດ​ຂຶ້ນ​ແລ້ວ. ພວກ​ເຮົາ ຈະ​ທຳ​ງານ​ໄດ້​
ດີ​ຫຼາຍຂຶ້ນ ກວ່ານີ້ອີກ ມັນ​ຈະ​ມີ​ປະສິດທິພາບຫຼາຍຂຶ້ນອີກ ຖ້າ​ພວກ​ເຮົາ ປ້ອງ​ກັນ​
ໂຣກຫົວ​ໃຈໄດ້ ​ຕັ້ງ​ແຕ່​ຕົ້ນໆ.”

ໂຣກຫົວ​ໃຈ ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ປ້ອງ​ກັນ​ໄດ້ທັງ​ໝົດ. ​ເພາະສະ​ນັ້ນ ການ​ສຶກສາ​ອົບຮົມ ​ໃຫ້​ສາທາລະນະຊົນຮູ້ ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຕ່າງໆ ຂອງ​ການ​ອອກກຳລັງ​ກາຍ ຫຼັງຈາກກິນ​ອາຫານ​ອີ່ມ​ແລ້ວ ​ແລະ ບໍ່​ສູບຢາ ​ແມ່ນ​ເປັນ​ສິ່ງ​ທີ່​ສຳຄັນ​ ​ໃນ​ການ​ປ້ອງ​ກັນນັ້ນ ​ເຊັ່ນ​ດຽວ​ກັນ​ກັບ ຄວາມ​ພະຍາຍາມ ທີ່​ຈະ​ຫລຸດຜ່ອນ ອັນຕະລາຍ​ຕ່າງໆ ຈາກ​ສະພາບ​ແວດລ້ອມ ຄືມົນ​ລະ​ພິດ​ໃນ​ອາກາດ. ສ່ວນ​ທີ່​ເຫຼືອນັ້ນ ​ແມ່ນການຮຽນຮູ້​ກ່ຽວກັບເລື້ອງ​ຫົວ​ໃຈ ​ແລະ ລະບົບ​ການ​ທຳ​ງານ​ຂອງ​ມັນ, ວິທີ​ເຮັດ​ແນວ​ໃດ ​ໃຫ້​ມັນ​ທຳ​ງານ​ຢ່າງ​ສະດວກ​ສະບາຍ ​ແລະ ວິທີ​ຊ່ວຍ​ເຫຼືອ ​ໃນ​ເວລາ​ທີ່​ມັນ​ບໍ່​ທຳ​ງານ.