ຈີນ ໄດ້ຂັບໄລ່ລັດຖະມົນຕີປ້ອງກັນປະເທດຂອງເຂົາເຈົ້າອອກຈາກຕຳແໜ່ງ, ເຊິ່ງແມ່ນການຂັບໄລ່ລະດັບສູງອັນດັບສອງ ຂອງເຈົ້າໜ້າທີ່ລະດັບສູງໃນບໍ່ເທົ່າໃດເດືອນ. ເຂົາເຈົ້າບໍ່ໄດ້ໃຫ້ຄຳອະທິບາຍສຳລັບການປົດຕຳແໜ່ງຂອງທ່ານ ຫຼີ ຊາງຟູ, ແລະ ປັກກິ່ງ ຍັງບໍ່ໄດ້ແຕ່ງຕັ້ງຄົນທີ່ຈະມາແທນທີ່ຕຳແໜ່ງຂອງທ່ານເທື່ອ.
ການປົດທ່ານ ຫຼີ ອາຍຸ 65 ປີ, ຜູ້ທີ່ເປັນເປົ້າໝາຍຂອງມາດຕະການລົງໂທດໂດຍ ສະຫະລັດ, ໄດ້ມີຂຶ້ນ 7 ເດືອນຫຼັງຈາກທ່ານຖືກແຕ່ງຕັ້ງ ແລະ ອາດຊ່ວຍ ວໍຊິງຕັນ ແລະ ປັກກິ່ງ ສືບຕໍ່ການເຈລະຈາລະດັບສູງລະຫວ່າງ ກອງທັບຕໍ່ກອງທັບ.
ແຟ້ມຮູບ-ຫຼັງຈາກນັ້ນ ລັດຖະມົນຕີການຕ່າງປະເທດຂອງຈີນ ທີ່ຖືກເລືອກໃໝ່ ທ່ານຊິນ ກາງ ໄດ້ເຂົ້າສາບານຕົນຢູ່ທີ່ຫໍປະຊຸມແຫ່ງຊາດໃນນະຄອນຫຼວງປັກກິ່ງ, ວັນທີ 12 ມີນາ 2023. ໃນວັນທີ 25 ກໍລະກົດ, ຈີນ ໄດ້ຖອດ ທ່ານ ຊິນ ອອກຈາກຕໍາແໜ່ງ.
ອີງຕາມສື່ມວນຊົນລັດຖະບານຂອງຈີນ, ທ່ານ ຫຼີ ຖືກປົດອອກຈາກຕຳແໜ່ງຢູ່ກອງປະຊຸມຂອງບັນດາສະມາຊິກສະພານິຕິບັນຍັດລະດັບສູງຂອງຈີນ, ເຊິ່ງແມ່ນຄະນະກຳມະການປະຈຳຂອງສະພາປະຊາຊົນແຫ່ງຊາດ. ນອກຈາກທ່ານ ຫຼີ ແລ້ວ, ອະດີດລັດຖະມົນຕີການຕ່າງປະເທດ ທ່ານ ຈິນ ກາງ ກໍຖືກປົດອອກຈາກຕຳແໜ່ງທີ່ປຶກສາລັດຖະບານທີ່ຍັງເຫຼືອຢູ່ຕຳແໜ່ງດຽວຂອງທ່ານເຊັ່ນກັນ.