ຈີນໄດ້ປະກາດວ່າ ບັນດາສະມາຊິກສະພານິຕິບັດຢັດ ນິຍົມເອກກະລາດ ທີ່ໄດ້ຖືກເລືອກ ແບບປະຊາທິປະໄຕໃນ Hong Kong ບໍ່ສົມຄວນທີ່ຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປນັ່ງ ຢູ່ໃນສະພາ ໂດຍຊັ່ງຊາໃສ່ການໂຕ້ແຍ້ງ ກ່ຽວກັບວິທີການປະຕິບັດ ໃນການສາບານ ລະ ຫວ່າງພິທີສາບານໂຕເຂົ້າຮັບໜ້າທີ່ໃນເດືອນແລ້ວນີ້.
ທຸງຊາດຈີນ ແລະທຸງຮົງກົງ ປີວສະບັດຢູ່ນອກສະພາ ຮົງກົງ.
ນັກການເມືອງທັງສອງ ທີ່ນິຍົມເອກກະລາດ ທ່ານ Yau Wai-ching ແລະທ່ານ Baggio Leung ປົກຄຸມເຂົາເຈົ້າ ດ້ວຍປ້າຍທີ່ປະກາດວ່າ “Hong Kong ບໍ່ແມ່ນຈີນ” ແລະໄດ້ສາ ບານໂຕທີ່ຈະຈົງຮັກພັກດີຕໍ່ປະເທດ “Hong Kong”.
ທ່ານ Li Fei ຮອງລັດຖະມົນຕີ ສະພາປະຊາຊົນແຫ່ງຊາດ ຖືປື້ມກົດໝາຍ ໃນຂະນະທີ່ກ່າວຕໍ່ກອງປະຊຸມນັກຂ່າວ.
ບໍ່ໄດ້ເປັນທີ່ແຈ້ງຂາວເທື່ອວ່າ ມີບັນດາສະມາຊິກສະພາຈັກຄົນ ທີ່ຈະໄດ້ຮັບຜົນກະທົບຈາກຄຳສັ່ງດັ່ງກ່າວ ແຕ່ປັກກິ່ງໄດ້ລົງຄວາມເຫັນວ່າ ສະມາຊິກບາງຄົນບໍ່ເໝາະສົມທີ່ຈະເຂົ້າຮັບໜ້າທີ່ ເພາະວ່າວິທີທີ່ເຂົາເຈົ້າໃຫ້ຄຳສາບານໂຕ ໄດ້ເຮັດໃຫ້ເກີດຄວາມວຸ້ນວາຍຂຶ້ນຢູ່ແລ້ວ.
ຜູ້ປະທ້ວງຄົນນຶ່ງຖືຄັນຮົມສີເຫລືອງ ຢູ່ຕໍ່ໜ້າພວກເຈົ້າໜ໊າທີ່ຕຳຫລວດ.
ນອກນັ້ນມັນຍັງຈະພາໃຫ້ມີການແບ່ງແຍກເລິກເຂົ້າໄປອີກລະຫວ່າງຊາວ Hong Kong ແລະປັກກິ່ງ ໂດຍທີ່ມີການເຕືອນວ່າ ການຕັດສິນນີ້ໄດ້ສັ່ນຄອນທຸກໆພື້ນ ຖານຂອງການເປັນປະເທດດຽວມີສອງລະບົບ ຊຶ່ງເປັນແບບຢ່າງທີ່ໄດ້ຕັ້ງຂຶ້ນມາສຳລັບເມືອງທ່າເຮືອຮົງກົງເວລາອັງກິດໄດ້ມອບອະດີດອານານິຄົມແຫ່ງນີ້ ຄືນໃຫ້ແກ່ການປົກຄອງຄອມມິວນິສ ຈີນໃນປີ 1997.