ອັງກິດຊຸກຍູ້ ໃຫ້ຈີນລົງທຶນ ໃນໂຄງການ ພະລັງງານ ນິວເຄລຍ ຂອງຕົນ

ທ່ານ George Osborne ລັດຖະມົນຕີການເງິນ ອັງກິດ (ຊ້າຍ) ແລະ ປະທານ ອຸດສາຫະກໍາ ແລະທະນາຄານການຄ້າຈີນ ທ່ານ Jian Jianquing

ໂຮງງານອຸດ​ສາ​ຫະກໍາພະລັງ​ນິວ​ເຄລຍຂອງ ຈີນ ​ໄດ້​ຮັບ​ການ​
ຊຸກຍູ້​ໃນ​ຄວາມ​ພະຍາຍາມ​ຂອງ​ຕົນ ເພື່ອ​ຂະຫຍາຍໄປ​ນອກ​
ປະ​ເທດ ​ໂດຍ​ທີ່​ອັງກິດ ກ່າວ​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້​ບັນດາ​
ບໍລິສັດ ຈີນ ຊື້​ຮຸ້ນສ່ວນ​ໃຫຍ່​ຂອງ​ໂຮງ​ງານ​ພະລັງງາ​ນນິວ
​ເຄລຍ ອັງກິດ.

ລັດຖະມົນຕີ ການ​ເງິນ ອັງກິດ ທ່ານ George Osborne ໄດ້​
ປະກາດ​ໃນ​ວັນ​ພະຫັດ​ວານ​ນີ້​ ​ໃນ​ຂະນະ​ທີ່​ຢ້ຽມຢາມໂຮງງານ
​ນິວ​ເຄລຍ ທີ່​ແຂວງ Guangdong ພາກ​ໃຕ້​ຂອງ​ຈີນ.

ທ່ານ Osborne ກ່າວ​ວ່າ ບັນດາ​ບໍລິສັດ​ຈີນ ຈະໄດ້​ຮັບອະນຸຍາດ
​ໃຫ້​ລົງທຶນໃນໂຄງການ​ນິວ​ເຄລຍ ອັງກິດ ​ໃນ​ນາ​ມ ເພື່ອນຮ່ວມ​
ງານ​ຂະ​ນາດ​ນ້ອຍ​ໃນ ຂັ້ນ​ເລີ້ມ​ຕົ້ນ​ ກ່ອນ​ທີ່​ຈະ​ມີ​ຄວາມ​ສາມາດ​
ກາຍ​ມາ​ເປັນ​ເຈົ້າ​ຂອງ​ສ່ວນ​ໃຫຍ່. ທ່ານ ກ່າວ​ວ່າ ການ​ລົງທຶນ​
ໃດ​ໆ​ຂອງ ຈີນຍັງ​ຈະ​ຕ້ອງ​ໄດ້​ສອດ​ຄ້ອງ​ກັບ “ຂໍ້​ຜູກ​ມັດ” ດ້ານ
ຄວາມ​ປອດ​ໄພ ​ແລະ​ກົດ​ລະບຽບ​ຮັກສາ​ຄວາມ​ປອດ​ໄພ​ຂອງ​
ອັງກິດ.

ປັກ​ກິ່ງ ​ໄດ້​ຖືກ​ກ່າວ​ຫາ​ຈາກ​ ລັດຖະບານ ປະ​ເທດ​ຕາ​ເວັນ​ຕົກ​ຈໍານວນ​ນຶ່ງ​ວ່າ ​ໃຊ້​ການ​ໂຈມຕີ​ທາງ​ອິນ​ເຕີີແນັດ ​ເພື່ອ​ລັກ​ລອບ​ເອົາຂໍ້ມູນ​ການ​ຄ້າ ​ແລະ​ຄວາມ​ລັບ​ຕ່າງໆ ຊຶ່ງ​ເປັນການ​ກ່າວ​
ຫາ​ທີ່ ຈີນ​ປະຕິ​ເສດ.

ອັງກິດ ​ໄດ້​ພະຍາຍາມ​ຢ່າງ​ສຸດ​ຂີດ ​ເພື່ອ​ດຶງ​ດູດ​ໃຫ້ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດຊ່ວຍ​ສ້າງ
​ໂຮງງານ​ພະລັງ​ນິວ​ເຄລຍຍຸກ​ໃໝ່. ​ໂດຍ​ກ່າວ​ວ່າ ບັນດາ​ໂຮງງານ​ເຫລົ່າ​ນີ້ ຈະຜ່ອນ​ເບົາ
ການ​ຂາດ​ເຂີນ​ພະລັງ​ງານລົງ​ໃນ​ອະນາ​ຄົດອັນ​ໄກ້​ນີ້.