ພວກກູ້ໄພຈີນພົບສົບ ຄົນງານບໍ່ຖ່ານຫີນ ຈຸສຸດທ້າຍ

  • ໄພສານ ວໍຣະຈັກ

ຕຳຫຼວດຈີນ ຢືນຍາມໃນບໍລິເວນ ບໍ່ຖ່ານຫີນຂອງບໍລິສັດ ລັດວິສາຫະກິດ ບໍ່ຖ່ານຫີນແລະໂຮງໄຟຟ້າ Pingyu ທີ່ໄດ້ເກີດເຫດລະເບີດ (17 ຕຸລາ 2010)

ສື່ມວນຊົນຂອງທາງການຈີນລາຍງານວ່າ ສົບຂອງຄົນງານ
5 ຄົນສຸດທ້າຍ ໄດ້ກູ້​ອອກ​ມາແລ້ວ ຈາກບໍ່ຖ່ານຫີນ ທີ່
ລະເບີດຂຶ້ນໃນແຂວງ Henan ຊຶ່ງເຮັດໃຫ້ໂຕເລກຂັ້ນສຸດ​
ທ້າຍ​ ຂອງຜູ້ເສຍຊີວິດທັງ​ໝົດ ເພີ້ມຂຶ້ນເປັນ 37 ຄົນ.

ພວກຄົນງານເຫຼົ່ານີ້ໄດ້ເສຍຊີວິດຫຼັງຈາກເກີດແກັສລະເບີດ
ທີ່ໄດ້ພາໃຫ້ຂີ້ຝຸ່ນຖ່ານຫີນ ໜັກປະມານ 2,500 ໂຕນຖົມ
ພວກເຂົາເຈົ້າ.

ມີພວກຄົນງານ 200 ກວ່າຄົນສາມາດຫຼົບໜີອອກມາໄດ້
ຫຼັງຈາກໄດ້ເກີດເຫດລະເບີດທີ່ບໍ່ຖ່ານຫີນ ທີ່ບໍລິສັດບໍ່ຖ່ານ
ຫີນແລະການໄຟຟ້າ Pingyu ເປັນເຈົ້າຂອງໃນມື້ວັນເສົາ
ແລ້ວ. ພວກຄົນງານກູ້ໄພປະມານ 300 ຄົນໄດ້ເລີ້ມພາ
ກັນເຮັດວຽກ ນັບແຕ່ໄດ້ເກີດເຫດລະເບີດ ໂດຍມີຄວາມ ຫວັງນ້ອຍຫລາຍ ທີ່ຈະ ໄດ້ພົບເຫັນຜູ້ທີ່ລອດຊີວິດມາໄດ້.

ຈີນມີປະວັດຂີ້ຮ້າຍທີ່ສຸດໃນໂລກ ກ່ຽວກັບອຸບັດຕິເຫດບໍ່ແຮ່ ​ໂດຍມີຫຼາຍກວ່າ 2,600 ຄົນ
ເສຍຊີວິດໃນປີ 2009 ແຕ່ພຽງປີດຽວທໍ່ນັ້ນ. ເຫດຮ້າຍ​ເທື່ອ​ຫລ້າ​ສຸດ​ນີ້ ມີຂຶ້ນບໍ່ເທົ່າໃດມື້
ຫຼັງຈາກໄດ້ມີການຊ່ອຍຊີວີີດພວກຄົນງານບໍ່ຄຳ 33 ຄົນທີ່ຕົກຄ້າງຢູ່ໃຕ້ພື້ນດິນໃນປະເທດ
ຊີເລ ເປັນເວລາ 2 ເດືອນກວ່າໆ ຂຶ້ນມາໄດ້.