ຈີນຈະເພີ່ມການໃຊ້ຈ່າຍ ໃນການປ້ອງກັນປະເທດ ຂຶ້ນເປັນສອງເທົ່າ ພາຍໃນປີ 2015

  • ສິງ ບູຣົມມະວົງ

ກໍາປັ່ນບັນທຸກເຮືອບິນຈອງຈີນ ທີ່ຈອດຢູ່ທ່າເຮືອ Dalian ໃນແຂວງ Liaoning ຂອງຈີນ. ວັນທີ 14 ກຸມພາ 2012D

ລາຍ​ງານ​ສະບັບໃໝ່​ທໍານາຍ​ວ່າ ຈີນ​ຈະ​ໃຊ້​ຈ່າຍ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ພາຍ​ໃນ​ປີ 2015 ຫລາຍ​ກວ່າ​ຈໍານວນ​ຄ່າໃຊ້​ຈ່າຍຂອງ​ພວກ​ປະ​ເທດ​ໃນ​ເອ​ເຊຍ​ແລະ​ໃນ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກທັງ​ໝົດ​ຮວມເຂົ້າກັນ.

ການ​ສຶກສາ​ທີ່​ພິມ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້ນີ້ໂດຍ​ບໍລິສັດວ່າ​ດ້ວຍ​ຄວາມ​ປອດ​ໄພ HIS Jane’s ກ່າວ​ວ່າ ຈີນ​ໃຊ້​ຈ່າຍ​ເງິນ​ເກືອບ 120 ຕື້​ໂດ​ລາ​ ໃນ​ການປ້ອງ​ກັນ​ປະ​ເທດ​ໃນ​ປີ​ແລ້ວ​ນີ້ ​ແລະ​ກ່າວ​ຕື່ມ​ວ່າ ຄາດ​ວ່າ​ຈໍານວນ​ໂຕ​ເລກ​ດັ່ງກ່າວ​ຈະ​ເພີ່ມ​ຂຶ້ນ​ເປັນເກືອບສອງ​ເທົ່າ ຄື​ຈໍານວນ 238 ຕື້​ໂດ​ລາ​ພາຍໃນ​ປີ 2015 ຂະນະ​ທີ່​ຈີນ​ປັບປຸງ ພວກ​ເຮືອ​ບີນລົບ​ໄອ​ພົ່ນ​ແລະ​ອຸບປະກອນ​ດ້ານ​ທະຫານ​ອື່ນໆ​ຂອງ​ຕົນ​ໃຫ້​ທັນ​ສະ​ໄໝ​ນັ້ນ.

ຈໍານວນ​ທີ່​ວ່າ​ນີ້​ຈະ​ຫລາຍ​ກວ່າ 4 ​ເທົ່າ​ຂອງ​ຈໍານວນທີ່​ຍີ່ປຸ່ນ​ວາງ​ແຜນ​ຈະ​ໃຊ້​ຈ່າຍ​ໃນ​ດ້ານ​ທະຫານ​ຂອງ​ຕົນ​ໃນ​ຖານະ​ເປັນຄ່າ​ໃຊ້​ຈ່າຍ​ທາງ​ທະ ຫານ​ຫລາຍ​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກ.

ຈີນ​ໄດ້​ເພີ່ມ​ງົບ​ປະມານ​ທາງ​ທະຫານຂອງ​ຕົນ​ຢ່າງ​ສະ​ມໍ່າສະ​ເໝີ​ມາໃນ​ຂະນະ​ທີ່​ຜົນ​ຜະລິດ​ຮວມຂອງ​ຊາດ​ເພີ່ມ​ຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານ​ມາ​ນີ້. ​ແຕ່ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ ງົບປະມານ​ດ້ານ​ທະຫານ ຂອງ​ກຸງ ປັກ​ກິ່ງ​ຄາດ​ວ່າ ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ​ສູງ​ຂຶ້ນ​ຢ່າງ​ຫລວງຫລາຍ​ກວ່າ​ ອັດຕາ​ເພີ່ມ​ຂຶ້ນ​ຂອງ​ຜົນ​ຜະລິດ​ຮວມຂອງ​ຊາດ​ພາຍ​ໃນ 3 ປີ​ຕໍ່ໜ້າ​ນີ້.

ການ​ສຶກສາ​ຂອງ​ບໍລິສັດ HIS Jane’s ທຳນາຍວ່າ ​ເສດຖະກິດ​ຂອງ​ຈີນ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ 8 ຫາ 9 ​ເປີ​ເຊັນ​ ໃນ​ໄລຍະ 4 ປີ​ຕໍ່ໜ້າ.

ແຕ່​ກົງກັນຂ້າມ ບໍລິສັດ​ນີ້​ທໍານາຍ​ວ່າ ງົບປະມານ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ​ເກືອບ 19 ​ເປີ​ເຊັນ​ຕໍ່​ປີ.