ຈີນ ອາດເອົາມາດຕະການ ຕໍ່ຕ້ານການທຸ້ມຕະຫຼາດໝູ ຕໍ່ສະຫະພາບຢູໂຣບ

ໃນພາບນີ້ ຖ່າຍເມື່ອວັນທີ 8 ພຶດສະພາ 2019, ໃຫ້ເຫັນຟາມລ້ຽງໝູໃນບ້ານ ປາງເກຊວງ (Panggezhuang) ຢູ່ໃນແຂວງ ເຮີເບ ທາງພາກເໜືອຂອງຈີນ. (AP Photo/Mark Schiefelbein)

ຈີນ ອາດວາງມາດຕະການຂໍ້ກຳນົດຕ່າງໆໃນການຕໍ່ຕ້ານການນຳເຂົ້າໝູຈາກສະຫະພາບຢູໂຣບ ຫຼື EU ທີ່ເປັນການທຸ້ມເທລົງຕະຫຼາດ ຫຼື anti-dumping, ອັນເປັນສ່ວນນຶ່ງຂອງການກວດສອບທີ່ຍາວນານນຶ່ງປີ ເຊິ່ງໄດ້ເລີ້ມຂຶ້ນໃນວັນທີ 17 ມິຖຸນາ, ຕາມການກ່າວຂອງກະຊວງການຄ້າຈີນໃນວັນພະຫັດມື້ນີ້, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຈີນ ໄດ້ເປີດການສືບສວນສອບສວນ ໃນເລື້ອງໝູຂອງ EU ແລະຜະລິດຕະພັນຕ່າງໆຈາກໝູຂອງຕົນ ທີ່ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ລຸນຫຼັງທີ່ກຸ່ມປະເທດດັ່ງກ່າວໄດ້ວາງພາສີອາກອນເພື່ອຕໍ່ຕ້ານການອຸດໜູນຕໍ່ລົດໄຟຟ້າທັງຫຼາຍທີ່ຜະລິດໂດຍ ຈີນ.

ການສືບສວນສອບສວນດັ່ງກ່າວ ຈະເພັ່ງເລັງໃສ່ໝູ ເພື່ອການບໍລິໂພກສຳລັບມະນຸດເຊັ່ນວ່າ ຊີ້ນໝູສົດ, ຊີ້ນໝູແຊ່ເຢັນ ແລະຊີ້ນໝູແຊ່ແຂງ ພ້ອມທັງໄສ້ໝູ, ພົກຍ່ຽວ ແລະ ກະເພາະຂອງໝູ ອີກດ້ວຍ.

ການກວດສອບນັ້ນຄາດວ່າ ຈະສຳເລັດພາຍໃນວັນທີ 17 ມິຖຸນາ ປີ 2025, ແຕ່ອາດຖືກເລື່ອນອອກໄປອີກ 6 ເດືອນ ຖ້າຫາກຕ້ອງການ.

ທ່ານ ຮີ ຢາດົງ, ໂຄສົກກະຊວງການຄ້າກ່າວໃນການຕອບຄຳຖາມຕໍ່ບັນດານັກຂ່າວກ່ຽວກັບການກວດສອບນັ້ນວ່າ “ຖ້າ ລຸນຫຼັງການສືບສວນສອບສວນໃນເບື້ອງຕົ້ນຖືກກຳນົດວ່າ ການທຸ້ມເທລົງຕະຫຼາດ ໄດ້ຖືກຈັດຕັ້ງ ແລະເປັນສາເຫດເຮັດໃຫ້ເກີດຄວາມເສຍຫາຍຕໍ່ອຸດສາຫະກຳພາຍໃນປະເທດ, ມາດຕະການຂໍ້ກຳນົດໃນການຕໍ່ຕ້ານນັ້ນ ອາດຈະຖືກນຳໃຊ້.”

ບໍລິສັດຜະລິດອາຫານທັງຫຼາຍໃນທົ່ວໂລກ ໄດ້ຕົກຢູ່ໃນສະພາບການຕື່ນຕົວເປັນຢ່າງສູງສຳລັບການຕອບໂຕ້ດ້ວຍການວາງພາສີອາກອນຈາກຈີນ ພາຍຫຼັງຈາກຄະນະກຳມາທິການຂອງຢູໂຣບໄດ້ປະກາດເມື່ອວັນທີ 12 ມິຖຸນາ ວ່າ ຕົນຈະວາງພາສີອາກອນທີ່ສູງຂຶ້ນເຖິງ 38.1 ເປີເຊັນ ເພື່ອຕໍ່ຕ້ານການອຸດໜູນຕໍ່ການນຳເຂົ້າລົດໄຟຟ້າຂອງຈີນ ຈາກເດືອນກໍລະກົດເປັນຕົ້ນໄປ.

ຈີນໄດ້ນຳເຂົ້າໝູໃນມູນຄ່າ 6 ຕື້ໂດລາ ລວມທັງເຄື່ອງໃນ ເມື່ອປີ 2023 ແລະຫຼາຍກວ່າເຄິ່ງນຶ່ງຂອງສິ່ງເຫຼົ່ານັ້ນ ແມ່ນມາຈາກ EU, ດັ່ງທີ່ຂໍ້ມູນການເສຍພາສີຂອງ ຈີນ ໄດ້ເປີດເຜີຍອອກມາໃຫ້ເຫັນ.

ສະເປນ, ຝຣັ່ງ, ເດັນມາກ ແລະເນເທີແລນ ເປັນຜູ້ສະໜອງໝູລາຍໃຫຍ່ທີ່ສຸດຈາກ EU ຕໍ່ຈີນ.

China may impose provisional anti-dumping measures on pork imports from the European Union as part of a year-long probe that started on June 17, its commerce ministry said on Thursday.

China has opened an investigation into EU pork and its by-products, escalating tensions after the bloc imposed anti-subsidy duties on Chinese-made electric vehicles.

The investigation will focus on pork intended for human consumption, such as fresh, cold and frozen whole cuts, as well as pig intestines, bladders and stomachs.

The probe is expected to be completed by June 17, 2025, but could be extended by another six months if required.

"If, after preliminary investigation, it is determined that dumping has been established and has caused injury to the domestic industry, provisional anti-dumping measures may be taken," He Yadong, a commerce ministry spokesperson said in response to reporters' question about the probe.

Global food companies have been on high alert for retaliatory tariffs from China after the European Commission announced on June 12 it would impose anti-subsidy duties of up to 38.1% on imported Chinese cars from July.

China imported $6 billion worth of pork, including offal, in 2023 and more than half of that came from the EU, Chinese customs data showed.

Spain, France, Denmark and the Netherlands are the biggest EU pork suppliers to China.