ຈີນ ຈັດພິທີ ເປັນຂີດໝາຍ 77 ປີ ຂອງການສັງຫານໝູ່ ໂດຍກຳລັງຄອບຄອງຍີ່ປຸ່ນ ທີ່ເມືອງນັນຈິງ

ບັນດາພະນັກງານຈີນ ພາກັນໄຕ້ທຽນ ກ່ອນການໄວ້ອາໄລ ແຫ່ງ ຊາດ ຄັ້ງທຳອິດ ທີ່ຈັດຂຶ້ນ ເພື່ອເປັນຂີດໝາຍ ການສັງຫານໝູ່ ທີ່ ນັນຈິງ ເມື່ອປີ 1937.

ຈີນ​ໄດ້ປະກອບພິທີ ເປັນຂີດ​ໝາຍ ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ
​ຄັ້ງ​ທະ​ອິດ ໃນ​ໂອກາດ​ ຄົບຮອບ 77 ປີ ຂອງ​ການ​ສັງຫານ
ໝູ່ ທີ່​ເມືອງ Nanjing ຊຶ່ງ​ເປັນ​ເຫດການ​ທີ່ ອ້າງ​ອີງ​ຕາມ
​ປັກ​ກິ່ງ ​ແມ່ນ​ວ່າ ທະຫານຍີ່ປຸ່ນທີ່​ຄອບ​ຄອງ​ເມືອງ ​ໄດ້ສັງ
ຫານ ​ພົນລະ​ເຮືອນແລະ ພວກ​ທະຫານທີ່​ບໍ່ມີ​ອາວຸດ ​ປະ
ມານ 300,000 ຄົນ ແລະ ​ຂົ່ມຂືນ​ຜູ້ຍິງ​ ປະ​ມານ
20,000 ຄົນ.​

ໃນ​ຄຳ​ຖະ​ແຫລ​ງ​ໃນ​ວັນ​ເສົາ​ມື້​ນີ້ ຢູ່​ Nanjing ​ເມືອງຫລວງ
​ເກົ່າ​ຂອງຈີນນັ້ນ ປະທານ​ປະ​ເທດ​ຈີນ ທ່ານ Xi Jinping
​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ທີ່ເຂົ້າ​ຮ່ວມ ​ຊຶ່ງ​ມີ​ຮວມທັງ ພວກ​ທະຫານ
ນັກ​ສຶກສາ ແລະ​ບັນດາ​ຜູ້​ລອດ​ຊີວິດ​ຈາກການ​ຄາດ​ຕະກຳໝູ່ ​ເມື່ອ​ເດືອນ​ທັນວາ ປີ 1937
ນັ້ນ ວ່າ​ຈຸດປະສົງ​ຂອງ​ພິທີນີ້ ກໍ​ແມ່ນ​ເພື່ອ ປຸກຄວາມ​ຮູ້ສຶກ​ຂອງທຸກໆຄົນ​ ​ໃຫ້​ມີ​ຄວາມ
ປາດ​ຖະໜາ​ໂຫຍ​ຫາ ​ແລະຍຶດໝັ້ນ​ຕໍ່​ສັນຕິພາບ ແລະບໍ່ໃຫ້​ກະທຳ​ການ​ໃດໆ ທີ່​ເປັນການ
​ສ້າງ​ຄວາມ​ກຽດ​ຊັງ​ກັນ.”

ທ່ານ Xi ​ໄດ້​ກ່າວ​ທ້າ​ທາຍ​ຕໍ່ ພວກ​ຊາວ​ຍີ່ປຸ່ນຫົວຊາ​ດນິຍົມ​ຈັດ ຜູ້ທີ່​ປະຕິ​ເສດ​ວ່າ ການ​ສັງ
ຫານ​ໝູ່​ບໍ່​ໄດ້ເກີດ​ຂື້ນ ​ແຕ່ທ່ານ​ໄດ້​ຖິ້ມ​ໂທດ​ການ​ສັງຫານດັ່ງກ່າວ ​ໃສ່​ຊາວຍີ່ປຸ່ນທີ່​ນິຍົມ​ລັດ
ທິທະຫານ​ຈັດ ຊຶງ​ເປັນ​ກຸ່ມ​ນ້ອຍໆນັ້ນ. ທ່ານ​ ໄດ້ກ່າວ​ເພີ້ມ​ເຕີມ​ວ່າ ປະຊາຊົນ​ຈີນ ​ແລະ
​ຍີ່ປຸ່ນ ​ຄວນ​ທີ່​ຈະຖ່າຍ​ທອດມິດຕະພາບລະຫວ່າງ​ກັນ​ນັ້ນ ຈາກລຸ້ນ​ຄົນ​ນຶ່ງ ​ໄປ​ຫາ​ລຸ້ນຕໍ່ໆ​ໄປ​.

Your browser doesn’t support HTML5

CHINA JAPAN VOSOTVO