ພາກສ່ວນ ການຜະລິດ ຂອງຈີນ ປ່ຽນແປງ ເລັກນ້ອຍ ໃນເດືອນພຶດສະພາ ຜ່ານມາ

ພະນັກງານຈີນຄົນນຶ່ງ ເຮັດວຽກກັບເຄຶ່ອງຈັກ robot ຢູ່ໂຮງງານ Rapoo Technology ທີ່ເມືອງ Shenzhen ທາງພາກໃຕ້ ຂອງຈີນ.

ການ​ຜະລິດ​ຂອງ​ຈີນ​ໄດ້​ຂະຫຍາຍ​ໂຕ​ເລັກ​ນ້ອຍ​ ໃນ​ເດືອ​ນ​ແລ້ວນີ້ ຊຶ່ງ​ສະ​ແດງ​ໃຫ້ເຫັນ​ວ່າ ​ເສດຖະກິດ​ທີ່​ໃຫຍ່​ເປັນອັນ​ດັບ 2 ຂອງ​ໂລກ ຍັງ​ສືບ​ຕໍ່​ທຳ​ການ​ດີ້ນຮົນ ຍ້ອນ​ອຸບ​ປະສົງ​ຫຼື ຄວາມ​ຕ້ອງການ​ສິນຄ້າ ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຍັງ​ອ່ອນ ​ແອ​ຢູ່.

ດັດຊະນີຜູ້​ບໍລິຫານ​ການ​ຊື້ຫຼື PMI ຂອງ​ທາງ​ການ​ຈີນ ທີ່​ເປີດ​ເຜີຍ​ໂດຍ​ອົງການສະຖິຕິ​ແຫ່ງ​ ຊາດ ​ໃ​ນວັນ​ພຸດ​ມື້ນີ້ ສະແດງ​ໃຫ້​ເຫັນ​ວ່າ ​ແມ່ນ​ຢູ່​ໃນ​ລະດັບ 50.1 ສອດຄ່ອງ​ກັບ​ໂຕ​ເລກ​ ຂອງ​ເດືອນ​ເມສາ ​ແລະ​ຫລຸດ​ລົງ​ຈາກໂຕ​ເລກເດືອນ​ມີນາ​50.2 ໜ້ອຍ​ນຶ່ງ.

ດັດຊະນີ PMI ​ແມ່ນ​ວັດ​ແທກ​ກິດຈະການ​ທີ່​ສຳຄັນໆ​ຂອງ​ໂຮງ​ຈັກ​ໂຮງງານ​ຂອງຈີນ. ສ່ວນ​ ດັດ​ຊະນີ Caixin/Markit PMI ຊຶ່ງ​ໄດ້​ເນັ້ນຢ້ຳຄວາມ​ສຳຄັນ​ຂອງ​ບໍລິ ສັດ​ຂະໜາດ​ນ້ອຍ ​ນັ້ນ ​ແມ່ນ​ມີ​ຄວາມ​ເຫັນ​ໄປ​ໃນແງ່​ທີ່​ບໍ່​ດີກ​ວ່າ​ນີ້ ​ໂດຍ​ຕັ້ງ​ໂຕ​ເລກ ​ໄວ້ 49.2 ສຳລັບ​ເດືອນ ​ພຶດສະພາ ຫລຸດ​ລົງ​ຈາກ​ລະດັບ 49.4​ ​ໃນ​ເດືອນ​ເມສາ.

​ໂຕ​ເລກ​ໃດໆ​ກໍ​ຕາມ​ທີ່​ສູງ​ກວ່າ 50 ​ແມ່ນ​ໃຫ້​ສັນຍານ​ເຖິງ​ການ​ຂະຫຍາຍ​ໂຕ ​ໃນຂະນະ​ທີ່​ ການສະ​ແດງ​ໃຫ້​ທາງ​ກົງກັນ​ຂ້າມແມ່ນ​ເປັນ​ການ​ຫົດ​ໂຕ​ລົງ​ຂອງ​ເສດຖະ ກິດ.

​ໃນ​ຂະນະ​ດຽວ​ກັນ ການ​ເຕີບ​ໂຕ​ໃນ​ພາກສ່ວນ​ບໍລິ​ການ​ຂອງ​ຈີນ ​ແມ່ນ​ຍັງ​ສືບ​ຕໍ່​ມີ ການ​ຂະ ຫຍາຍຄື​ຢູ່​ໃນ​ລະດັບ 51.3 ​ສຳລັບ​ເດືອນ​ພຶດສະພາ ຫລຸດ​ລົງ​ໜ້ອຍ​ນຶ່ງ ຈາກ​ລະດັບ 53.5 ​ໃນ​ເດືອນ​ເມສາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ