ກຸ່ມວິເຄາະທີ່ມີຫ້ອງການຕັ້ງຢູ່ວໍຊິງຕັນ ໄດ້ສະຫລຸບວ່າ ຈີນ ເກືອບຈະແລ້ວສຳເລັດ
ໃນການກໍ່ສ້າງ ຫຼື ຖົມເກາະດອນ 3 ແຫ່ງ ໃນທະເລຈີນໃຕ້ ຊຶ່ງຈະເຮັດໃຫ້ ຈີນ ມີ
ຄວາມສາມາດ ທີ່ຈະນຳເອົາພວກເຮືອບິນລົບ ແລະ ອາວຸດຍຸດໂທປະກອນ ອື່ນໆ
ໄປປະຈຳການ ຢູ່ທີ່ພວກເກາະດັ່ງກ່າວໄດ້ທຸກເວລາ.
ພາບຖ່າຍຈາກດາວທຽມ ໄດ້ຖືກເຜີຍແຜ່ ໂດຍ ກຸ່ມເພື່ອຄວາມໂປ່ງໃສ ດ້ານການເດີນເຮືອ ຂອງເອເຊຍ ຢູ່ສູນກາງດ້ານຍຸດທະສາດ ແລະ ການສຶກສານາໆຊາດ ຫຼື CSIC ຂອງວໍຊິງຕັນ ສະແດງໃຫ້ເຫັນເຖິງການກໍ່ສ້າງທີ່ອາດເປັນໄປໄດ້ວ່າ ອາຄານຫໍເຣດາ ຢູ່ທີ່ໝູ່ເກາະ Spratly ທີ່ເປັນບັນຫາຂັດແຍ້ງ ໃນທະເລຈີນໃຕ້.
ສູນກາງດ້ານຍຸດທະສາດ ແລະ ການສຶກສານາໆຊາດ ຫຼື CSIC ໄດ້ວິເຄາະພາບ ຖ່າຍຈາກດາວທຽມ ເມື່ອມໍ່ໆມານີ້ ແລະ ໄດ້ພົບເຫັນວ່າ ການກໍ່ສ້າງອາຄານຈອດ
ເຮືອບິນ ສະຖານທີ່ຕິດຕັ້ງເຣດາ ສະຖານກຳບັງລູກສອນໄຟຍິງຈາກພື້ນດິນສູ່ອາ
ກາດແລະ ເດີ່ນເຮືອບິນ ຂອງຈີນນັ້ນ ແມ່ນໄດ້ສຳເລັດ ຫຼື ເກືອບຈະສຳເລັດແລ້ວ.
ພວກເຮືອດູດຂີ້ຊາຍ ປາກົດວ່າ ສາມາດແນມເຫັນໄດ້ ຢູ່ນ່ານນ້ຳ ອ້ອມແອ້ມ ເກາະຫີນປະກາລັງ Mischief ໃນກຸ່ມໝູ່ເກາະ Spratly ທີ່ມີບັນຫາຂັດແຍ້ງ ຢູ່ທີ່ທະເລຈີນໃຕ້, ວັນທີ 21 ພຶດສະພາ 2015.
ທ່ານ Gregory Poling ນັກຊ່ຽວຊານກ່ຽວກັບເຂດເອເຊຍຕາເວັນອອກສຽງໃຕ້
ທີ່ສູນກາງ CSIC ກ່າວຕໍ່ວີໂອເອວ່າ “ທຸກໆປະເທດຢູ່ໃນຂົງເຂດ ຄວນຈະເປັນ
ຫ່ວງຢ່າງເລິກເຊິ່ງ ກ່ຽວກັບ ການກໍ່ສ້າງນີ້.”
ທ່ານກ່າວຕື່ມວ່າ “ຖ້າທ່ານເປັນຊາວປະມົງໃນເຂດເອເຊຍຕາເວັນອອກສຽງໃຕ້
ໜ່ວຍຍາມຝັ່ງ ເຮືອສຳຫລວດນ້ຳມັນຫຼືແກັສທຳມະຊາດ ແລະ ອື່ນໆ ນີ້ແມ່ນ
ໝາຍຄວາມວ່າ ຈີນແມ່ນມີຄວາມສາມາດແລະຄວາມຕັ້ງໃຈ ທີ່ຈະຈັບຕາເບິ່ງ
ທຸກໆການເຄື່ອນໄຫວທີ່ທ່ານເຮັດ ຢູ່ໃນທະເລຈີນໃຕ້ ແລະຈະແຊກແຊງ ຢູ່ໃນ
ບ່ອນໃດ ແລະ ເວລາໃດທີ່ຕົນເຫັນວ່າ ເໝາະສົມ.”
ທ່ານ Poling ກ່າວຕື່ມວ່າ ການເຄື່ອນໄຫວດັ່ງກ່າວ ຄວນຈະສ້າງຄວາມກັງວົນໃຈ
ເປັນຢ່າງຍິ່ງ ໃຫ້ແກ່ມະຫາອຳນາດຂອງໂລກ ເຊັ່ນວ່າ ສະຫະລັດ ຍີ່ປຸ່ນ ອອສເຕຣເລຍ
ອິນເດຍ ແລະບັນດາປະເທດໃນຢູໂຣບ ເມື່ອເວົ້າເຖິງປະຫວັດ ການອ້າງເອົາກຳມະສິດ
ຂອງຈີນ ຢູ່ໃນເຂດດັ່ງກ່າວ ແລະຄວາມໝັ້ນໝາຍຂອງຕົນ ທີ່ຈະຄຸ້ມຄອງການອ້າງ
ກຳມະສິດດັ່ງກ່າວ ດ້ວຍກຳລັງຖ້າຫາກຈຳເປັນ.