ຈີນ ແລະມາເລເຊຍ ຈະຊ້ອມລົບ ຮ່ວມກັນ ຄັ້ງທຳອິດ

ກຳລັງທັບ ມາເລເຊຍ ສະຫຼອງວັນເອກະລາດ ຄົບຮອບ 56 ປີ ທີ່ຈະຕຸລັດ Independence ໃນກຸງກົວລາລຳເປີ ວັນທີ 31 ສິງຫາ 2013.

ຈີນແລະ​ມາ​ເລ​ເຊຍ ທີ່​ໄດ້​ອ້າງ​ເອົາ​ກຳມະສິດ​ ໃນ​ເຂດ​ນ້ຳ​ແດນ​ດິນ
ກວມ​ກັນ​ນັ້ນໄດ້​ຕົກລົງ​ກັນ​ທີ່​ຈະ​ທຳ​ການ​ຊ້ອມ​ລົບຮ່ວມຄັ້ງ​ປະຫວັດ​
ສາດ ໃນ​ປີໜ້າ.

ທ່ານ Hishammuddin Hussein ລັດຖະມຸນຕີ​ປ້ອງ​ກັນ​ປະເທດ
​ມາ​ເລ​ເຊຍໄດ້ປະກາດ​ເລື້ອງ​ນີ້​ໃຫ້​ຊາບ​ ໃນ​ວັນ​ພຸດ​ມື້​ນີ້​ ​ລະຫວ່າງ​
ທຳ​ການ​ເຄື່ອນ​ໄຫວ ​ຢ້ຽມຢາມກຸງ​ປັກ​ກິ​ງ ຢ່າງເປັນທາງ​ການ​ເປັນ
ເວລາ 3 ມື້.

ທ່ານ Hussein ກ່າວ​ວ່າ ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ສອງ​ປະ​ເທດ​ຈະທຳ​
ການ​ຊ້ອມ​ລົບ​ຮ່ວມ​ກັນ ນັບ​ແຕ່​ໄດ້​ສ້າງ​ຕັ້ງ ສາຍ​ພົວພັນໃນ​ດ້ານ​
ປ້ອງ​ກັນ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ ໃນ​ປີ 2005.

ມາ​ເລ​ເຊຍ​ແລະ​ຈີນ ຕ່າງ​ຝ່າຍ​ຕ່າງ​ອ້າງ​ເອົາ​ກຳມະສິດ ໃນ​ຫຼາຍ​ພາກສ່ວນ​ທີ່​ອຸດົມ​ຮັ່ງມີດ້ວຍ​
ຊັບພະຍາກອນ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ​ຊຶ່ງ​ຟີ​ລິບ​ປິນ ຫວຽດນາມ​ ແລະ​ໄຕ້​ຫວັນ​ ກໍພວມ​ອ້າງ​ເອົາກຳມະສິດ​ຂອງ​ຕົນ ໃນ​ເຂດ​ນ້ຳ​ແດນ​ດິນ​ແຫ່ງ​ນີ້​ເຊັ່ນ​ກັນ.

ຈີນ​ຖືກ​ກ່າວ​ຫາ​ໂດຍ​ຫຼາຍ​ປະ​ເທດ​ວ່າ​ພວມ​ປ້ອງ​ກັນ​ການກ່າວ​ອ້າງຢ່າງ​ແຂງ​ຂັນເອົາ​ກຳມະ
​ສິດ​ໃນ​ເຂດ​ນ້ຳ​ແດນ​ດິນ​ແຫ່ງນີ້​ ຊຶ່ງ​ເປັນ​ພື້ນທີ່ ເກືອບ​ທັງ​ໝົດ​ຂອງ​ 3 ລ້ານ 5​ແສນຫຼັກ​ກິ​ໂລ​ແມັດມົນທົນ​ນັ້ນ.

​ແຕ່​ມາ​ເລ​ເຊຍຊຶ່ງ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ສາຍ​ພົວພັນ​ດ້ານ​ເສດຖະກິດ​ທີ່​ແຂງ​ແຮງ​ກັບ​ຈີນ​ໄດ້​ມິ​ດ
ງຽບ​ມາ​ຫຼາຍ​ກວ່າ​ໝູ່​ ໃນ​ການ​ຕຳ​ໜິຕິຕຽນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ກຸງ​ປັກ​ກິງ​ໃນຂົງ​ເຂດ​ນັ້ນ.