ດາຣາ ​ເທັນນິສຈີນ ນາງ Li Na ປະກາດ​​ເລີກລາ ຈາກວົງ​ການ ກິລາ​ເທັນນິສ (ວີດີໂອ)

ນາງ Li Na ຈາກຈີນ ຖືຂັນແຊມປ້ຽນ ຫຼັງຈາກເອົາຊະນະ ນາງ Dominika Cibulkova ຈາກ Slovakia ໃນການແຂ່ງຂັນເທັນນິສ ຮອບຊິງຊະນະເລີດ Australian Open ປະເພດຍິງດ່ຽວ ຢູ່ທີ່ນະຄອນ Melbourne, Australia.

ດາຣານັກ​ກິລາ​ເທັນນິສຈີນ ນາງ Li Na ທີ່​ໄດ້ຄວ້າເອົາ​ແຊມ​ປ້ຽນ
ເທັນນິສມາ​ຄອງແລ້ວ​ 2 ​ເທື່ອ ​ໄດ້​ປະກາດເລີກລາຈາກວົງ​ການ
​ແຂ່ງຂັນ​ເທັນນິສ​ ຍ້ອນ “ການບາດເຈັບ​ຊ້ຳ​ເຮື້ອ” ທີ່ນາງໄດ້ຮັບ.

ນາງຫລີ ​ໄດ້​ຊະນະ​ການແຂ່ງຂັນຊິງແຊມປ້ຽນ French Open ​
ໃນປີ 2011 ຊຶ່ງນາງໄດ້ກາຍ​ເປັນ​ ນັກກິລາ​ເທັນນິສຈາກ​ຈີນ
ຜູ້​ທຳ​ອິດ ທີ່​ສາມາດຄວ້າເອົາແຊ້ມປ້ຽນເທັນນິສປະເພດຍິງດ່ຽວ
ໄປຄອງ. ນາງໄດ້ຊະນະ​ການແຂ່ງຂັນຊິງແຊມປ້ຽນ Australian
Open ​ເມື່ອ​ຕົ້ນປີ​ນີ້ ​ແຕ່​ໄດ້​ລົງ​ແຂ່ງຂັນ​ພຽງ​ໜ້ອຍ​ດຽວຫຼັງຈາກ​
ນັ້ນມາ ຍ້ອນ​ວ່າ​ໄດ້​ຮັບ​ບາດ​ເຈັບ​ທີ່​ຫົວ​ເຂົ່າ.

​ໃນ​ຖະ​ແຫລ​ງຂ່າວທີ່​ນຳອອກ​ເຜີຍ​ແຜ່​ທາງຕາໜ່າງ​ສື່​ສັງຄົມ ​ໃນ​ວັນ​ສຸກ​ມື້​ນີ້ ນາງຫລີ ​ໄວ 32 ປີ ​ເວົ້າ​ວ່າ “ຫຼັງຈາກ​ທີ່​ໄດ້​ຮັບ​ການ​ຜ່າຕັດ​ຫົວ​ເຂົ່າ 4 ​ເທື່ອແລ້ວ​ ​ແລະໄດ້​ຮັບການ​ສັກ​ຢາ​ ຫຼາຍຮ້ອຍ​ເຂັມ​ໃສ່​ຫົວ​ເຂົ່າ​ ທຸກໆອາທິດ ເພື່ອຫລຸດຜ່ອນ​ອາການບວມ ​ແລະ​ເຈັບ​ປວດ​ນັ້ນ ຮ່າງກາຍ​ຂອງ​ຂ້ອຍ ອ້ອນວອນ​ໃຫ້​ຂ້ອຍ​ ເຊົາ​ການ​ທຸບ​ຕີມັນຕື່ມ.”

ນາງ​ໄດ້​ກ່າວ​ວ່າ ນາງ “ພະຍາຍາມ​ ປະຕິບັດ​ຕາມບາດກ້າວຕ່າງໆ​ ທີ່​ຈຳ​ເປັນ ​ເພື່ອ
ໃຫ້ສາມາດ​ກັບ​ຄືນ​ ສູ່ເດີ່ນ​ເທັ​ນນິສອີກ​ເທື່ອ​ນຶ່ງ”
ຫຼັງຈາກ​ທີ່​ນາງໄດ້​ຮັບ ​ການຜ່າຕັດ
​ຫົວ​ເຂົ່າ​ຄັ້ງຫຼ້າສຸດ ​ເມື່ອ​ເດືອນກໍລະກົດ​ນີ້.

ນາງຫລີ ​ເວົ້າ​ຕື່ມ​ວ່າ ມັນຄື “​ຄວາມ​ເຈັບ​ປວດ​ທີ່​ສຸດ​ເປັນເວລາຫຼາຍ​ເດືອນ” ໃນ​ທີ່​ສຸດ
ນາງຈຶ່ງໄດ້​ຕັດສິນ​ໃຈ​ວ່າ “ການບາດເຈັບທີ່​ຊ້ຳ​ເຮື້ອ​ຂອງ​ຂ້ອຍ ຈະ​ບໍ່ໃຫ້​ຂ້ອຍ​ເປັນ​
ນັກ​ກິລາ​ເທັ​ນນິສ ທີ່​ຂ້ອຍ​ຢາກ​ເປັນ​ໄດ້​ອີກ​ເລີຍ.”

ນາງ​ຫລີ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ນາງ​ໄດ້​ຮັບ​ຜົນສຳ​ເລັດ ກ່ຽວກັບ​ກິລາ​ເທັນນິສ ໃນເວທີ​ໂລກ
ຊຶ່ງ​ເປັນ​ກິລາ “ທີ່​ບໍ່​ພຽງ​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ​ແມ່ນ​ມີຄວາມ​ນິຍົມ​ບໍ່ທັນຫຼາຍຢູ່​ໃນ​ຈີນ.” ນາງ​ກ່າວ​ວ່າ ອັນ​ທີ່​ນາງ​ໄດ້​ກະທຳ​ຈົນ​ສຳ​ເລັດ​ ​ເພື່ອ​ປະ​ເທດ​ຂອງ​ນາງ​ນັ້ນແມ່ນ
ຄວາມ​ສຳ​ເລັດ​ທີ່​ນາງ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ.

Your browser doesn’t support HTML5

CHINA LI NA VO