ເຈົ້າໜ້າທີ່ຈີນ ແລະລາວ ໃນວັນສຸກມື້ນີ້ ຈະເລີ້ມເປີດທາງລົດໄຟຄວາມໄວສູງມູນຄ່າ 5 ພັນ 900 ລ້ານໂດລາ ຢູ່ລາວ ຢ່າງເປັນທາງການ 6 ປີ ຫຼັງຈາກໄດ້ເລີ້ມລົງມືກໍ່ສ້າງ ໃນຊ່ວງທຳອິດ ສຳລັບແຜນການອັນຍິ່ງໃຫຍ່ຂອງປັກກິ່ງ ຊຶ່ງຈະເຊື່ອມຕໍ່ເຂດພາຍໃນຂອງປະເທດ ທີ່ບໍ່ມີການພັດທະນາ ກັບທ່າເຮືອທີ່ເຕັມໄປດ້ວຍການຄ້າຂາຍຂອງສິງກະໂປໂດຍທາງລົດໄຟ. Zsombor Peter ມີລາຍງານ ຊຶ່ງໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ທາງລົດໄຟຄວາມໄວສູງລາວ-ຈີນທີ່ມີຄວາມຍາວ 414 ຫຼັກກິໂລແມັດຈະເຊື່ອມຕໍ່ເຂດຊາຍແດນ ໃນພາກເໜືອຂອງລາວ ທີ່ຕິດກັບແຂວງຢຸນນານຂອງຈີນ ໄປຫາຊາຍແດນຂອງໄທ ທີ່ນະຄອນຫຼວງວຽງຈັນ ໂດຍມີຂົວທັງໝົດ 167 ບ່ອນ ແລະອຸໂມງ 75 ແຫ່ງ. ຄວາມໄວສູງສຸດຂອງທາງລົດໄຟດັ່ງກ່າວ ແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ໂດຍລົດຫົວລູກປືນນີ້ ຈະຕັດເວລາໃນການເດີນທາງຈາກ 15 ຊົ່ວໂມງ ໂດຍທາງລົດ ລົງມາເຫຼືອຢູ່ພຽງແຕ່ 4 ຊົ່ວໂມງ ຊຶ່ງໃຫ້ຄວາມຫວັງວ່າ ຈະກໍ່ໃຫ້ເກີດຄື້ນຟອງໃໝ່ຂອງການຄ້າ ແລະການທ່ອງທ່ຽວຈາກຈີນ ມາຍັງນຶ່ງໃນບັນດາປະເທດທີ່ທຸກຍາກທີ່ສຸດໃນເຂດເອເຊຍຕາເວັນອອກສຽງໃຕ້.
ສຳລັບປັກກິ່ງແລ້ວ ມັນເປັນການເຄື່ອນໄຫວທີ່ສຳຄັນ ໃນການເປີດໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ ຫຼື BRI ທີ່ແນໃສ່ບໍ່ພຽງແຕ່ການພັດທະນາໃນແຂວງຢຸນນານເທົ່ານັ້ນ ໂດຍການເຊື່ອມຕໍ່ກັບເສດຖະກິດທີ່ໃຫຍ່ສຸດໃນເຂດເອເຊຍຕາເວັນອອກສຽງໃຕ້ ແຕ່ຍັງແກ່ດຶງເອົາຂົງເຂດດັ່ງກ່າວເຂົ້າມາຢູ່ໃນວົງໂຄຈອນຂອງຈີນຫຼາຍຂຶ້ນຕື່ມ ອີງຕາມຄຳເວົ້າຂອງພວກນັກວິເຄາະ.
ທ່ານຣູດ ບາໂນມຽນ (Ruth Banomyon) ສາສະດາຈານທີ່ມະຫາວິທະຍາໄລທຳມະສາດຂອງໄທ ທີ່ສຶກສາກ່ຽວກັບການຄ້າ ການຂົນສົ່ງ ແລະລໍຈິສຕິກ ລະຫວ່າງປະເທດກ່າວວ່າ “ໃນທັດສະນະຂອງຈີນແລ້ວ ມັນຈະເຮັດໃຫ້ຈີນ ສາມາດ ມອງໄປຍັງເຂດເອເຊຍຕາເວັນອອກສຽງໃຕ້ ເປັນເຂດທີ່ຍັງດ້ອຍການພັດທະນາແລະພວກເຂົາເຈົ້າຈະສາມາດຄວບຄຸມ ໄດ້ດີກວ່າ ພວກເຂົາເຈົ້າຈະສາມາດເຂົ້າເຖິງໄດ້ງ່າຍຂຶ້ນ ຍ້ອນລົດໄຟໄປເຖິງແລ້ວ.
ສຳລັບລາວແລ້ວຫວັງວ່າ ທາງລົດໄຟດັ່ງກ່າວນີ້ ຈະຊ່ວຍຫັນປ່ຽນລາວຈາກການເປັນປະເທດທີ່ບໍ່ມີທາງອອກທະເລ ກາຍເປັນສູນກາງການເຊື່ອມຕໍ່ ຢູ່ໃນຂົງເຂດ ຊຶ່ງຈະດຶງດູດເອົາພວກນັກທ່ອງທ່ຽວແລະນັກລົງທຶນຕ່າງປະເທດ ເຂົ້າມາໃນປະເທດລາວ ໃນຂະນະທີ່ສົ່ງສິນຄ້າຂອງຕົນອອກໄປຂາຍໃນຕ່າງປະເທດຫຼາຍຂຶ້ນ.
ທ່ານຫຼີ ໝິງຈຽງ (Li Mingjiang) ຮອງສາສະດາຈານທີ່ສະຖາບັນການສຶກສາລະຫວ່າງປະເທດ ຣາຊາຣັດຕະນາມ ຂອງສິງກະໂປ ກ່າວວ່າ “ການຄ້າລະຫວ່າງຈີນແລະລາວ ແມ່ນມີປະລິມານບໍ່ຫຼາຍ ແລະລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ຕ້ອງການການເສື່ອມຕໍ່ໃນຫຼາຍຈຸດຕື່ມອີກກັບໂລກພາຍນອກ ດັ່ງນັ້ນ ທາງລົດໄຟນີ້ອາດຊ່ວຍລາວໃນການພັດທະນາເສດຖະກິດໃນໄລຍະຍາວ.”
ພວກພໍ່ໄຮ່ຊາວນາ ແລະຜູ້ຜະລິດຂະໜາດນ້ອຍ ເຖິງແມ່ນວ່າ ຈະໄດ້ຮັບຜົນປະໂຫຍດກໍຕໍ່ເມື່ອລາວ ມີການສ້າງຖະໜົນຫົນທາງທີ່ພວກເຂົາເຈົ້າຕ້ອງການເຊື່ອມຕໍ່ໃສ່ກັບທາງລົດໄຟ ຊຶ່ງທ່ານຫຼີກ່າວວ່າ “ຖ້າບໍ່ດັ່ງນັ້ນແລ້ວ ທາງລົດໄຟນີ້ ກໍຈະເປັນພຽງແຕ່ເສັ້ນທາງຂົນສົ່ງ” ທີ່ຜ່ານກາຍພວກເຂົາເຈົ້າໄປທໍ່ນັ້ນ.
ທ່ານນາງພອນ ສຸວັນນະແສງ ຮອງສາສະດາຈານ ດ້ານການສຶກສາກິດຈະການໂລກທີ່ມະຫາວິທະຍາໄລເບັນລີ ໃນສະຫະລັດ ກ່າວວ່າ ໂຄງການທາງລົດໄຟທີ່ໄດ້ຮັບການຊຸກຍູ້ ໂດຍພວກທີ່ໄດ້ຮັບຜົນປະໂຫຍດ ຈາກຕ່າງປະເທດມີປະຫວັດ ໃນການສ້າງຄວາມເສຍຫາຍ ຫຼາຍກວ່າທີ່ໄດ້ຮັບຜົນດີ ສຳລັບປະເທດຕ່າງໆ ຄືກັນກັບລາວ ຊຶ່ງເປັນເຈົ້າພາບດ້ວຍການແບກຫາບພາລະໃນການໃຊ້ຈ່າຍຕ່າງໆໃນຂະນະທີ່ມີການສົ່ງກຳໄລໄປຕ່າງປະເທດ.
ທ່ານນາງກ່າວວ່າ ໂດຍສະເພາະ ມີການມອງເຫັນວ່າໂຄງການ BRI ແມ່ນໂອກາດ ຊຶ່ງທຳອິດແລະກໍກ່ອນອື່ນໝົດ ເພື່ອສົ່ງອອກແຮງ ສິນຄ້າ ສິນເຊື່ອ ແລະຕົ້ນທຶນຂອງຕົນ ໂດຍໃຫ້ຄວາມສຳຄັນແຕ່ພຽງເລັກນ້ອຍໃນການພັດທະນາຕ່ອງ ໂສ້ ທີ່ອາດກໍ່ໃຫ້ເກີດມີວຽກການທີ່ດີຂຶ້ນ ສຳລັບປະເທດເຈົ້າພາບ.
ທ່ານນາງກ່າວຕື່ມວ່າ ທາງລົດໄຟໃໝ່ນີ້ “ທີ່ຈິງແລ້ວ ແມ່ນກຳລັງເປີດຕະຫຼາດທີ່ຍັງບໍ່ມີການພັດທະນາແຫ່ງໃໝ່ ທີ່ຫ້ອມລ້ອມດ້ວຍ ສູນກາງການຜະລິດຂະໜາດໃຫຍ່ຂອງໂລກ ຄືປະເທດໄທ ແລະຈີນ ດັ່ງນັ້ນ ລາວ ຈຶ່ງບໍ່ແມ່ນຜູ້ໄດ້ຮັບຜົນປະໂຫຍດ ແຕ່ພວກເຂົາເຈົ້າຖ້າຈະເວົ້າແລ້ວແມ່ນເປັນຜູ້ຈ່າຍໜີ້.”
ລາວໃຫ້ຄວາມໝັ້ນໝາຍວ່າ ຈະເປັນຜູ້ຈ່າຍ 30 ເປີເຊັນຂອງໂຄງການທີ່ມີມູນຄ່າ 5 ພັນ 900 ລ້ານໂດລາ ຊຶ່ງສ່ວນໃຫຍ່ແລ້ວແມ່ນເງິນກູ້ຢືມຈາກຈີນໂດຍໃຊ້ທີ່ດິນແລະຊັບພະຍາກອນທຳມະຊາດເປັນເຄື່ອງຄ້ຳປະກັນ. ເມື່ອຮວມເຂົ້າກັນກັບການກູ້ຢືມໃນໂຄງການອື່ນໆຈາກຈີນແລ້ວ ພາໃຫ້ເກີດມີຄວາມຢ້ານກົວວ່າ ລາວອາດຈະບໍ່ສາມາດຈ່າຍເງິນສຳລະໜີ້ຄືນ ແລະມີການເຕືອນວ່າປັກກິ່ງແມ່ນມີອິດທິພົນຫຼາຍໂພດແລ້ວຢູ່ໃນປະເທດລາວ.
ຮອງສາສະດາຈານຫຼີ ກ່າວວ່າ “ໂຄງການທາງລົດໄຟ ແລະການລົງທຶນອື່ນໆຂອງຈີນໃນລາວ ພວມກໍ່ໃຫ້ເກີດສະຖານະການທີ່ລາວຈະຕ້ອງໄດ້ເພິ່ງພາທາງດ້ານເສດຖະກິດຫຼາຍຂຶ້ນຈາກຈີນ ແລະນັ້ນ ໃນລະດັບໃດລະດັບນຶ່ງແມ່ນຫັນປ່ຽນເປັນອິດທິພົນທາງດ້ານການເມືອງແລະເສດຖະກິດຂອງຈີນຢູ່ໃນລາວ ແນ່ນອນທີ່ສຸດ.”
ທ່ານນາງພອນກ່າວວ່າ ການສຳເລັດເສັດສິ້ນໃນການສ້າງທາງລົດໄຟຄວາມໄວສູງຜ່ານປະເທດລາວນີ້ ແມ່ນເປັນສິ່ງທີ່ພິສູດໃຫ້ເຫັນວ່າ ປະເທດດັ່ງກ່າວໄດ້ກ້າວເຂົ້າໄປຢູ່ໃນວົງໂຄຈອນຂອງປັກກິ່ງ ຢ່າງໝັ້ນຄົງແລ້ວ ໂດຍໄດ້ເອົາຊະນະ ທັງຈາກການຄັດຄ້ານ ທາງດ້ານການເມືອງໃນລາວ ແລະຄວາມສົງໄສກ່ຽວກັບຄວາມຢູ່ລອດທາງດ້ານການຄ້າໃນຈີນ ໃນໄລຍະນຶ່ງທົດສະວັດທີ່ຜ່ານມາ.
ທ່ານນາງກ່າວວ່າ “ມັນເປັນໂຄງການ ທີ່ບໍ່ມີທ່າທາງວ່າຈະເກີດຂຶ້ນ ດັ່ງນັ້ນເມື່ອມັນເກີດຂຶ້ນແລ້ວໃນເວລານີ້ ແລະເມື່ອເວົ້າເຖິງໃນທຸກແງ່ບວກ ພາສາດອກໄມ້ທີ່ອອກຈາກຝ່າຍລາວ ມັນໄດ້ເວົ້າເຖິງການສຳເລັດເສັດສິ້ນ ໃນດ້ານພູມີສາດການເມືອງຂອງຄວາມສຳພັນອັນນັ້ນ.”
ໂດຍທີ່ຊ່ວງທຳອິດຂອງທາງລົດໄຟທີ່ຜ່ານລາວສຳເລັດລົງແລ້ວ ປັກກິ່ງສາມາດເພັ່ງເລັງຄວາມສົນໃຈຂອງຕົນ ໃສ່ສ່ວນທີ່ເຫຼືອຂອງເສັ້ນທາງລົດໄຟດັ່ງກ່າວ ທີ່ຈະແລ່ນຜ່ານໄປ.
ທ່ານຮູດ ບາໂນມຽນ ກ່າວວ່າ “ຊ່ວງທີ່ແລ່ນຜ່ານລາວເປັນພຽງບາດກ້າວອັນທຳອິດ ຍ້ອນວ່າຢູ່ໃນລາວນັ້ນ ບໍ່ມີຫຍັງຫຼາຍທີ່ຈະຂາຍໃຫ້ຈີນ ນອກຈາກຜະລິດຕະພັນກະສິກຳ ແລະບາງທີອາດຈະເປັນສິນຄ້າບໍ່ແຮ່ເຊັ່ນວ່າທອງແດງ. ເພື່ອຈະໄດ້ຮັບຜົນປະໂຫຍດທີ່ແທ້ຈິງຈາກທາງລົດໄຟນີ້ ແມ່ນການສາມາດເຂົ້າເຖິງປະເທດໄທ ເພື່ອເຊື່ອມຕໍ່ກັບມາເລເຊຍ ດັ່ງນັ້ນ ພວກເຂົາເຈົ້າຈຶ່ງຈະເຂົ້າເຖິງທົ່ວທັງຂົງເຂດເອເຊຍຕາເວັນອອກສຽງໃຕ້.”
ວຽກງານໃນບາງເຂດທີ່ສອກຫຼີກຫ່າງໄກ ເລີ້ມລົງມືແລ້ວ ຢູ່ໃນປະເທດໄທ ແລະມາເລເຊຍ ຊຶ່ງປະເທດທັງສອງ ໄດ້ພິສູດໃຫ້ເຫັນວ່າ ເປັນຄູ່ຮ່ວມງານທີ່ມີການຕໍ່ລອງຢ່າງແຂງຂັນກັບຈີນ ຫຼາຍກວ່າລາວ.
ມາເລເຊຍໄດ້ຢຸດເຊົາການກໍ່ສ້າງທາງລົດໄຟດັ່ງກ່າວໃນປີ 2018 ຍ້ອນມີຄວາມເປັນຫ່ວງໃນເລື້ອງຕົ້ນທຶນ ແລະຫາກໍເລີ້ມຄືນໃໝ່ໃນປີຕໍ່ມາຫຼັງຈາກໄດ້ຊັກຊວນໃຫ້ຈີນຕັດຕົ້ນທຶນໃນການກໍ່ສ້າງຕົ້ນຕໍ 20 ພັນລ້ານໂດລາລົງເຖິງນຶ່ງສ່ວນສາມ. ຢູ່ປະເທດໄທ ຫຼັງຈາກໄດ້ມີການເຈລະຈາ 30 ກວ່າຮອບ ມາໄດ້ຫຼາຍໆປີ ລັດຖະບານໃນເວລານີ້ ໄດ້ໃຫ້ການອະນຸມັດການກໍ່ສ້າງ ບໍ່ຮອດນຶ່ງສ່ວນສາມ ຂອງເສັ້ນທາງທັງໝົດ ຊຶ່ງຈະແລ່ນແຕ່ຊາຍແດນທີ່ຕິດກັບລາວ ໄປຫາບາງກອກ.
ທ່ານຣູດກ່າວວ່າ ໄທແມ່ນມັກໂຄງການທາງລົດໄຟດັ່ງກ່າວ ແຕ່ບໍ່ຄືກັນກັບລາວ ໄດ້ໃຊ້ອຳນາດໃນການຕໍ່ລອງ ໂດຍມີການຢືນຢັດພາຍໃຕ້ເງື່ອນໄຂທີ່ດີກວ່າກັບປັກກິ່ງ ເພື່ອຫຼີກລ່ຽງຕໍ່ການຕົກຢູ່ໃນຄວາມສ່ຽງທີ່ຖືກກັບດັກໜີ້ສິນດັ່ງພາຄີບາງປະເທດໃນໂຄງການນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ.
ທ່ານເຊື່ອວ່າ ແນວໃດກໍຕາມ ການຊຸກຍູ້ກ່ຽວກັບໂຄງການລົດໄຟຄວາມໄວສູງຂອງຈີນ ຜ່ານເຂດເອເຊຍຕາເວັນອອກສຽງໃຕ້ ຍັງຈະດຳເນີນຕໍ່ໄປ.
ທ່ານຣູດ ບາໂນກ່າວສະຫລຸບວ່າ “ຫົວຈັກລົດໄຟເລີ້ມເຄື່ອນທີ່ແລ້ວ ມັນຈະບໍ່ຢຸດເຊົາ.”