ຈີນປະຕິເສດ ຂ່າວກ່ຽວກັບ ທ່ານ Jiang Zemin

  • ໄພສານ ວໍຣະຈັກ

ອະດີດປະທານປະເທດແລະຜູ້ນຳພັກຄອມມູນິສຈີນ ທ່ານ Jiang Zemin (ຂວາ) ໂອ້ລົມກັບຜູ້ນຳຄົນປັດຈຸບັນ ຂອງຈີນ ທ່ານ Hu Jintao (ຊ້າຍ) ເນື່ອງໃນພິທີສະເຫຼີມສະຫຼອງວັນຄົບຮອບ 80 ໃນການສ້າງຕັ້ງກອງທັບ ປົດປ່ອຍປະຊາຊົນຈີນ ທີ່ສາລາປະຊາຊົນ (1 ສິງຫາ 2007)

ເຈົ້າໜ້າທີ່ຈີນໄດ້ປະຕິເສດຢ່າງເປັນທາງການຕໍ່ລາຍງານຂ່າວທີ່ວ່າ ອະດີດປະທານປະເທດ
ຈີນ ທ່ານ Jiang Zemin ໄດ້ເຖິງແກ່ມໍລະນະກຳ ຫຼັງຈາກໄດ້ມີການສັນນິຖານກັນຕ່າງໆ
ນາໆມາເປັນເວລາຫຼາຍໆມື້ ກ່ຽວກັບສຸກຂະພາບຂອງທ່ານ.

ລາຍງານຂ່າວທີ່ວ່າ ອະດີດປະທານປະເທດຈີນໄວ 84 ປີ ໄດ້ເຖິງແກ່ມໍລະນະກຳໄປແລ້ວ
ນັ້ນ ໄດ້ແຜ່ໄປທົ່ວປະເທດທາງອິນເຕີແນັດ ຫຼັງຈາກທ່ານບໍ່ໄດ້ໄປປາກົດໂຕໃນພິທີສະເຫຼີມ
ສະຫຼອງວັນຄົບຮອບ 90 ປີຂອງການສ້າງຕັ້ງພັກຄອມມິ​ວນິສຈີນໃນວັນສຸກສັບປະດາແລ້ວ.

ສະຖານີໂທລະພາບແຫ່ງນຶ່ງຂອງຮົງກົງໄດ້ນຳສະເໜີລາຍງານທີ່ວ່າທ່ານ Jiang ໄດ້ເຖິງແກ່
ມໍລະນະກຳແລ້ວເປັນເວລາຫຼາຍໆຊົ່ວໂມງ ໃນຕອນແລງຂອງມື້ວັນພຸດວານນີ້. ລາຍງານໃນ ທຳນອງດຽວກັນນີ້ກໍໄດ້ປາກົດໃຫ້ເຫັນຢູ່ໃນສື່ມວນຊົນຂອງຍີ່ປຸ່ນແລະເກົາຫຼີໃຕ້.

ນຶ່ງມື້ຫຼັງຈາກໄດ້ພະຍາຍາມຫາທາງກວດກາຫລື​ຢຸດຂ່າວດັ່ງ​ກ່າວທາງອິນເຕີແນັດ ເຈົ້າໜ້າ
ທີ່ຈີນກໍໄດ້ອອກຄຳປະຕິເສດຢ່າງເປັນທາງການ ຕໍ່ລາຍງານຂ່າວນັ້ນໃນວັນພະຫັດມື້ນີ້. ໃນ
ລາຍງານສະບັບນຶ່ງ ທີ່ອ້າງແຫຼ່ງຂ່າວທາງການນັ້ນ ອົງການຂ່າວຊິນຫົວເວົ້າວ່າ ລາຍງານ
ຂ່າວກ່ຽວກັບການເຖິງແມ່ມໍລະນະກຳຂອງທ່ານ Jiang ແມ່ນເປັນພຽງຂ່າວລືທໍ່ນັ້ນ.