ຈີນວ່າ ຍີ່ປຸ່ນ ລັກຂະໂມຍ ເອົາໝູ່ເກາະ ທີ່ຍັງ ມີການຂັດແຍ້ງ

ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ທີ່ນະຄອນນິວຢອກ (27 ກັນຍາ 2012)

ລັດຖະມົນຕີການຕ່າງປະເທດຈີນກ່າວວ່າ ການຊື້ໝູ່ເກາະທີ່ຍັງ
ເປັນບັນຫາຂັດແຍ້ງ ໃນເຂດທະເລຈີນຕາເວັນອອກ ຂອງຍີ່ປຸ່ນ
ເມື່ອບໍ່ດົນມານີ້ ເປັນການຊື້ທີ່ ຜິດກົດໝາຍແລະບໍ່ສົມບູນ ແລະ
ເປັນການເຄື່ອນໄຫວທີ່ບໍ່ມີຜົນກະທົບໃດໆຕໍ່ການອ້າງກຳມະສິດ
ທາງປະຫວັດສາດເໜືອໝູ່ເກາະຫີນດັ່ງກ່າວຂອງປັກກິ່ງ.

ໃນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະ
ຊາຊາດ ໃນຕອນແລງ ຂອງວັນພະຫັດວານນີ້ ທ່ານ Yang
Jiechi ກ່າວວ່າການຊື້ໝູ່ເກາະດັ່ງກ່າວຂອງຍີ່ປຸ່ນແມ່ນເປັນ
ການລະເມີດຢ່າງຮ້າຍແຮງຕໍ່ອະທິປະໄຕຂອງຈີນ. ທ່ານເວົ້າ
ວ່າ ມັນບໍ່ສາມາດປ່ຽນແປງຄວາມຈິງທາງດ້ານປະຫວັດສາດ
ທີ່ວ່າຍີ່ປຸ່ນໄດ້ລັກຂະໂມຍເອົາໝູ່ເກາະນີ້ ໄປຈາກຈີນ.

ຍີ່ປຸ່ນໄດ້ຊື້ເອົາບາງສ່ວນຂອງໝູ່ເກາະນີ້ຈາກເຈົ້າຂອງທີ່ເປັນເອກກະຊົນຂອງຍີ່ປຸ່ນໃນຕົ້ນ
ເດືອນນີ້. ເຖິງແມ່ນໂຕກຽວເວົ້າວ່າ ມັນມີຈຸດປະສົງເພື່ອຊ່ອຍຈັດແຈງ ໃນການແກ້ໄຂບັນ
ຫາ ກໍຈິງ ແຕ່ການເຄື່ອນໄຫວນີ້ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ປັກກິ່ງແລະພາໃຫ້ມີການ
ປະທ້ວງຢ່າງຮຸນແຮງຕໍ່ຕ້ານຍີ່ປຸ່ນໃນທົ່ວປະເທດຈີນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ພົບປະກັບລັດ ຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ໃນວັນພະຫັດວານນີ້. ໃນການພົບ ປະດັ່ງກ່າວ ທ່ານນາງໄດ້ຮຽກຮ້ອງ ບໍ່ໃຫ້ໃຊ້ອາລົມຕໍ່ວິກິດການນີ້ ແລະໃຫ້ແກ້ໄຂບັນຫາ
ຂັດແຍ້ງດັ່ງກ່າວດ້ວຍສັນຕິວິທີ.