ການປະທ້ວງຕໍ່ຕ້ານຈີນຢູ່ຍີ່ປຸ່ນ

  • ໄພສານ ວໍຣະຈັກ

ການປະທ້ວງຕໍ່ຕ້ານຈີນ ທີ່ກຸງໂຕກຽວ ປະເທດຍີ່ປຸ່ນ (6 ພະຈິກ 2010)

ຊາວຍີ່ປຸ່ນ 2,000 ກວ່າຄົນ ໄດ້ພາກັນໂຮມຊຸມນຸມປະ
ທ້ວງຕໍ່ຕ້ານຈີນທີ່ກຸງໂຕກຽວໃນວັນເສົາມື້ນີ້ຮຽກຮ້ອງໃຫ້
ປັກກິ່ງຢຸດເຊົາການອ້າງກຳມະສິດ ເໜືອໝູ່ເກາະທີ່ເປັນ
ບັນຫາຂັດແຍ້ງ ໃນທະເລຈີນຕາເວັນອອກ.

ຈີນເອີ້ນໝູ່ເກາະດັ່ງກ່າວວ່າ Diaoyu ແລະຍີ່ປຸ່ນເອີ້ນວ່າ
Senkaku ຊຶ່ງໃນປັດຈຸບັນນີ້ຄວບຄຸມໂດຍຍີ່ປຸ່ນ ແຕ່ຈີນ
ກໍໄດ້ອ້າງກຳມະສິດວ່າເປັນຂອງຕົນ.

ໃນເດືອນກັນຍາຜ່ານມາ ໜ່ວຍຍາມຝັ່ງຍີ່ປຸ່ນໄດ້ຈັບກັບ
ຕັນເຮືອປະມົງຂອງຈີນທີ່ຖືກກ່າວຫາວ່າເອົາເຮືອແລ່ນເຂົ້າຕຳເຮືອລາດຕະເວນຂອງໜ່ວຍ
ຍາມຝັ່ງຍີ່ປຸ່ນ 2 ລຳໃກ້ໆໝູ່ເກາະດັ່ງກ່າວ. ກັບຕັນເຮືອປະມົງຈີນໄດ້ຖືກປ່ອຍລຸນຫຼັງທີ່ໄດ
້ມີການປະທ້ວງຢ່າງເປັນຂະບວນຈາກຈີນ.

ການໂຮມຊຸມນຸມປະທ້ວງ ທີ່ນະຄອນຫຼວງຍີ່ປຸ່ນໃນວັນເສົາມື້ນີ້ ມີຂຶ້ນຫຼັງຈາກໂຕກຽວເລີ້ມ
ທຳການສືບສວນໃນວັນສຸກວານນີ້ກ່ຽວກັບຄວາມເປັນໄປໄດ້ໃນການຮົ່ວໄຫຼຂອງຮູບວີດີໂອ
ທີ່ສະແດງໃຫ້ເຫັນເຖິງການຕຳກັນລະຫວ່າງເຮືອປະມົງຈີນແລະເຮືອລາດຕະເວນຂອງຍີ່ປຸ່ນ.

ມີຄົນນຳເອົາວີດີໂອດັ່ງກ່າວ ອອກເຜີຍທາງ YouTube ໃນມື້ວັນສຸກວານນີ້. ຮູບວີດີໂອນີ້
ບໍ່ໄດ້ມີການນຳອອກເຜີຍແຜ່ຢ່າງເປັນທາງການ ໃຫ້ປະຊາຊົນໄດ້ເຫັນ ຍ້ອນຢ້ານຈະພາໃຫ້
ການຂັດແຍ້ງ ທະວີຄວາມຮ້າຍແຮງຂຶ້ນຕື່ມ.