ຈີນແລະ​ຍີ່ປຸ່ນ ເຈລະຈາ ໃນລະດັບສູງ ເທື່ອທຳອິດ ໃນຮອບ 4 ປີ

Your browser doesn’t support HTML5

ຈີນແລະຍີ່ປຸ່ນໄດ້ຈັດການພົບປະໂອ້ລົມໃນລະດັບສູງກ່ຽວກັບ
ເລື້ອງການຮັກສາຄວາມປອດໄພ ຊຶ່ງເປັນຄັ້ງທຳອິດໃນຮອບ 4 ປີ ແລະເປັນອີກບາດກ້າວນຶ່ງທີ່ຈະນຳໄປສູ່ການປົວແປງ ຄວາມ
ສຳພັນ ພາຍຫຼັງທີ່ໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ ກ່ຽວກັບ
ບັນຫາຂັດແຍ້ງໃນ ເລື້ອງເຂດນ້ຳແດນດິນນັ້ນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງທັງສອງຝ່າຍໄດ້
ພົບປະກັນ ໃນວັນພະຫັດມື້ນີ້ ທີ່ນະຄອນໂຕກຽວ ເພື່ອເຈລະຈາ
ຫາລືກັນເປັນເວລານຶ່ງມື້ ໂດຍທີ່ທັງສອງຝ່າຍຕ່າງກໍ ໄດ້ສະແດງ
ຄວາມຫວັງ ທີ່ຈະສືບຕໍ່ປັບປຸງສາຍພົວພັນ ຊຶ່ງກັນແລະກັນ
ໃຫ້ດີຂຶ້ນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ທ່ານ Shinsuke Sugiyama ໄດ້ກ່າວວ່າ “ເຖິງແມ່ນວ່າຍັງມີຄວາມເປັນຫວ່ງເປັນໃຍກ່ຽວກັບນະໂຍບາຍການຮັກສາຄວາມປອດໄພ
ຂອງກັນແລະກັນກໍຈິງ ທາງທີ່ດີທີ່ສຸດໃນການແກ້ໄຂບັນຫາເຫຼົ່ານີ້ ກໍຄືໂດຍຜ່ານການໂອ້
ລົມສົນທະນາກັນ.”

ຮອງລັດຖະມົນຕ່າງປະເທດຂອງຈີນ ທ່ານ Liu Jianchao ຍັງໄດ້ເນັ້ນເຖິງຄວາມສຳຄັນ ຂອງການສົນທະນາໂອ້ລົມກັນນີ້ “ໃນຂະນະທີ່ທັງສອງຝ່າຍ ຕ່າງກໍເປັນເພື່ອນບ້ານ ແລະ
ເປັນປະເທດທີ່ມີອຳນາດໃນຂົງເຂດທີ່ສຳຄັນ.”

ການໂອ້ລົມສົນທະນາກັນດັ່ງກ່າວນີ້ ຊຶ່ງມີຮວມທັງບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ
ນຳນັ້ນ ໄດ້ຈັດຂຶ້ນເປັນປະຈຳ ນັບຕັ້ງແຕ່ປີ 1993 ເປັນຕົ້ນມາ ແຕ່ວ່າ ໄດ້ຖືກຍົກເລີກໄປໃນປີ 2012 ຫຼັງຈາກທີ່ຍີ່ປຸ່ນໄດ້ປະກາດເອົາໝູ່ເກາະ ທີ່ທັງສອງຝ່າຍຕ່າງກໍອ້າງເອົາກຳມະ ສິດນັ້ນ ເຂົ້າເປັນຂອງຊາດ.