ປາກິສຖານ ກຳລັງຈັດການຊ້ອມລົບທາງທະເລໝົດອາທິດກັບ ຈີນ ໃນທະເລ ອາຣາເບຍ ທີ່ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນຈັນວານນີ້ວ່າຈະເສີມສ້າງ “ຄວາມສາມາດໃນການປະຕິບັດງານຮ່ວມກັນຂອງເຂົາເຈົ້າ ໃນການຮັບມືກັບໄພຂົ່ມຂູ່ດ້ານຄວາມປອດໄພທາງທະເລ ແລະ ປ້ອງກັນສັນຕິພາບ.”
ສອງປະເທດໃກ້ຄຽງກັນດັ່ງກ່າວ ໄດ້ເລີ່ມການຝຶກຊ້ອມໃນວັນເສົາທີ່ຜ່ານມາ ຢູ່ຖານທັບເຮືອໃນນະຄອນ ຄາຣາຈີ ໃນເຂດນ້ຳ ແລະ ໜ່ານຟ້າທາງພາກເໜືອຂອງທະເລ ອາຣາເບຍ ແລະ ຈະສິ້ນສຸດໃນວັນທີ 17 ພະຈິກ.
ກະຊວງປ້ອງກັນປະເທດຂອງ ຈີນ ໄດ້ກ່າວໃນວັນຈັນວານນີ້ວ່າ ກອງທັບເຮືອຂອງສອງປະເທດດັ່ງກ່າວຍັງຈະດຳເນີນການຮ່ວມກັນຊ້ອມເຮັດສົງຄາມຕໍ່ຕ້ານເຮືອດຳນ້ຳ, ໂດຍກ່າວຢ້ຳວ່າ “ຈີນ ແລະ ປາກິສຖານ ຈະດຳເນີນການລາດຕະເວນທາງທະເລຮ່ວມກັນ.”
ກຳປັ່ນລົບຂອງ ປາກິສຖານ ດຳເນີນການສະແດງຕື່ມນ້ຳມັນ ໃນລະຫວ່າງການຊ້ອມລົບໃນທະເລ ອາຣາເບຍ, ນອກຊາຍຝັ່ງຂອງເມືອງ ຄາຣາຈີ, ປາກິສຖານ, 13 ກຸມພາ 2023.
ກະຊວງໄດ້ກ່າວວ່າ ກຳປັ່ນລົບຫຼາຍລຳ ແລະ ເຮືອດຳນ້ຳ, ລວມທັງກຳປັ່ນພິຄາດຕິດລູກສອນໄຟນຳວິຖີ, ກຸ່ມກຳປັ່ນຕິດລູກສອນໄຟນຳວິຖີ ຈິງໂຊ ແລະ ລິນຢີ, ແລະ ໜ່ວຍທະຫານນາວິກະໂຍທິນກອງທັບປົດປ່ອຍປະຊາຊົນ, ແມ່ນໄດ້ເຂົ້າຮ່ວມໃນການຊ້ອມລົບ ປ້ອງກັນທະເລຄັ້ງທີ 3.
ກອງທັບເຮືອ ປາກິສຖານ ໄດ້ກ່າວຫຼັງຈາກພິທີເປີດວ່າ ບັນດາຜູ້ເຂົ້າຮ່ວມຈະຮ່ວມກັນດຳເນີນ “ການຊ້ອມລົບໃນລະດັບທີ່ທັນສະໄໝ ແລະ ການເຄື່ອນໄຫວທາງທະເລ” ໃນລະຫວ່າງການຝຶກຊ້ອມນັ້ນ.