ສານຈີນຕັດສິນ ຝາກໂທດປະຫານຊີວິດຕໍ່ ນາງ Gu Kailai ສອງປີ

ທ່ານນາງ Gu Kailai ພັນລະຍາ ທ່ານ Bo Xilai ຢືນຢູ່ຕໍ່ໜ້າ ສານປະຊາຊົນຊັ້ນກາງ ທີ່ເມືອງ Hefei ຂະນະຮັບຟັງຄໍາຕັດສິນໂທດ.

ສານ​ຂອງ​ຈີນ​ແຫ່ງ​ນຶ່ງ ​ໄດ້​ຕັດ​ສິນ​ຝາກ​ໂທດ​ປະຫານ​ຊີວິດ​ ຕໍ່ພັນ
​ລະ​ຍາຂອງ ທ່ານ Bo Xilai ​ອ​ະດີດຜູ້​ນໍາ​ພັກ​ຄອມ​ມິ​ວນິສ ທີ່​ຕົກ
​ຕໍາແໜ່​ງ ໃນ​ຖານ​ຄາດ​ຕະກໍາ ນັກທຸລະກິດ​ອັງກິດ.

ໃນ​ວັນ​ຈັນມື້​ນີ້ ສານ​ປະຊາຊົນ​ຊັ້ນ​ກາງ ທີ່​ເມືອງ Hefei ​ໄດ້​ຕັດສິນ
ລົງໂທດປະຫານ​ຊີວິດ ຕໍ່​ນາງ Gu Kailai ​ແຕ່​ຝາກ​ໂທດ​ໄວ້ສອງ​ປີ
ຫລັງ​ຈາກທີ່ນາງ​ໄດ້​ຮັບ​ສາລະພາບ ​ໃນ​ວັນທີ 9 ຜ່ານ​ມາ​ວ່າ ​ໄດ້ໃສ່​
ຢາ​ເບື່ອນັກທຸລະກິດ Neil Heywood ຫລັງ​ຈາກມີ​ບັນຫາ​ຜິດ​ຖຽງ
ກັນ​ເລື້ອງທຸລະ​ກິດ.

ການຝາກ​ໂທດ​ດັ່ງກ່າວ​ໝາຍຄວາມ​ວ່າ ​ໂທດປະຫານ​ຊີວິ​ດຈະ​ຖືກ​
ຜ່ອນຜັນ​ລົງ​ມາ​ເປັນຕິດ​ຄຸກ​ຕະຫລອດ​ຊີວິດ ຖ້າ​ຫາກ​ວ່າ​ນາງບໍ່ກະ
ທໍາຄວາມ​ຜິດໃດໆ​ອີກ​ ໃນ​ສອງ​ປີ.

ພະນັກງານໃນ​ຄອບຄົວຄົນ​ນຶ່ງ ທີ່​ຊ່ວຍ​ໃນ​ການ​ຄາດ​ຕະກໍາ​ ​ໄດ້​ຖືກ​ລົງ​ໂທດ​ຈໍາ​ຄຸກ 9 ປີ.

ນາງ Gu ​ສາລະພາບ​ວ່າ​ ໄດ້ຫລອກ​ລໍ້ ທ່ານ Heywood ຊຶ່ງ​ເປັນ​ຄູ່​ຮ່ວມ​ງານ​ທຸລະ​ກິດ​ຂອງນາງ​ໃນ​ເວລາ​ນັ້ນ ​ໄປ​ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ເມືອງ ຈົງ​ຈິງ (Chongqing) ທາງ​ພາກ​ຕາ​ເວັນ​ຕົກ​ສຽງໃຕ້​ຂອງ​ຈີນ​ ໃນ​ເດືອນ​ພະຈິກ​ແລ້ວ​ນີ້. ຫລັງ​ຈາກ​ນັ້ນ​ ກໍໄດ້​ມອມ​ເຫລົ້າຜູ້ກ່ຽວຈົນ​ເມົາ ​ແລະ​ວາງ
ຢາ​ພິດ​ລາວ.

ສາມີ​ຂອງ​ທ່ານ​ນາງ Gu ຄື​ທ່ານ Bo Xilai ​ເວລາ​ນັ້ນ ​ກໍາລັງ​ເປັນ​ດາວ​ດວງ​ເດັ່ນ​ຂອງ​ພັກ​ຄອ​ມ
ມິ​ວນິສ ​ແຕ່​ວ່າ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງຫົວໜ້າ​ພັກ​ຄອມ​ມິ​ວນິສ ​ເມືອງ​ຈົງ​ຈິງ ​ໃນທ່າມ
ກາງຂ່າວ​ນອງ​ນັ້​ນ​ເລື້ອງ​ການ​ສໍ້ໂກງ.