ພວກນັກວິທະຍາສາດຈີນໄດ້ຄົ້ນພົບວ່າ ແກັສຄາບອນໄດອອກໄຊ ມີປະສິດທິພາບໃນການເຮັດໃຫ້ເກີດຂະບວນການແຕກຕົວຂອງຊັ້ນຫີນຫລາຍກວ່ານ້ຳ.
ການເຮັດໃຫ້ເກີດຂະບວນການແຕກຕົວຂອງຊັ້ນຫີນ ຫລື Fracking ເປັນຂັ້ນຕອນທີ່ມີການໂຕ້ແຍ້ງກັນຢູ່ ຊຶ່ງໃນນັ້ນມີການເອົານ້ຳ ຫລືຂອງແຫລວປະເພດອື່ນ ສີດເຂົ້າໄປໃນຫີນຢູ່ພື້ນດິນ ໃນລະດັບທີ່ມີຄວາມດັນສູງ ເພື່ອໃຫ້ມີນ້ຳມັນ ແລະ ແກັສທຳມະຊາດທີ່ເປັນແຮ່ທາດນັ້ນປ່ອຍອອກມາ.
ພວກນັກອະນຸລັກສິ່ງແວດລ້ອມສະຫະລັດ ໄດ້ປະນາມຂະບວນການດັ່ງກ່າວ ຍ້ອນວ່າ ມັນກໍ່ໃຫ້ເກີດມີຄວາມຕ້ອງການນ້ຳໃນປະລິມານອັນຫລວງຫລາຍ, ເຮັດໃຫ້ມີສານປົນເປື້ອນຢູ່ໃນນ້ຳໃຊ້ຢູ່ພື້ນດິນ ແລະມີເຫດແຜ່ນດິນໄຫວຂະໜາດນ້ອຍ.
ພະນັກງານເຮັດວຽກຢູ່ບ່ອນເຮັດໃຫ້ເກີດຂະບວນການແຕກຕົວຂອງຊັ້ນຫີນເພື່ອເອົາອາຍແກັສຂອງບໍລິສັດ Sinopec ຢູ່ເມືອງ Nanchuan, ເຂວງຈົງຊິງຂອງຈີນ, 18 ມີນາ, 2018
ຢູ່ບົດລາຍງານໃໝ່ສະບັບນຶ່ງຢູ່ໃນວາລະສານໂຊລ (Joule), ນັ້ນ ນັກວິທະຍາສາດຈາກສະຖາບັນວິທະຍາສາດຂອງຈີນ ແລະມະຫາວິທະຍາໄລດ້ານນ້ຳມັນຂອງຈີນໄດ້ຄົ້ນພົບວ່າ ການໃຊ້ແກັສຄາບອນ ຫລື CO2 ໄດ້ເຮັດໃຫ້ມີນ້ຳມັນອອກມາຫລາຍກວ່າການໃຊ້ນ້ຳ 20 ເທື່ອ.
ບົດລາຍງານສະບັບນັ້ນເວົ້າວ່າ "ຜົນໄດ້ຮັບຢູ່ໃນໂລກຕົວຈິງເຫລົ່ານີ້ ໄດ້ເປີດເຜີຍໃຫ້ຮູ້ວ່າ ເມື່ອສົມທຽບໃສ່ກັບການເຮັດໃຫ້ເກີດຂະບວນການແຕກຕົວຂອງຊັ້ນຫີນໂດຍໃຊ້ນ້ຳແລ້ວ, ການໃຊ້ແກັສຄາບອນຫລື CO2 ເພື່ອເຮັດໃຫ້ເກີດ ຂະບວນການແຕກຕົວຂອງຊັ້ນຫີນ ເປັນທາງເລືອກທີ່ສຳຄັນ ແລະດີຕໍ່ສິ່ງແວດລ້ອມກວ່າ," ໂດຍສະເພາະຢູ່ໃນເຂດທີ່ອຶດນ້ຳ ຊຶ່ງເປັນບ່ອນທີ່ຕ້ອງໄດ້ຂົນນ້ຳໃສ່ລົດມາ.
ແກັສຄາບອນໄດອອກໄຊ ແມ່ນອາຍພິດເຮືອນແກ້ວຫລັກ ທີ່ຄົນເວົ້າວ່າເຮັດໃຫ້ເກີດສະພາບໂລກຮ້ອນເອົ້າ ຫລື global warming ນັ້ນ.
ພວກນັກຄົ້ນຄວ້າເວົ້າວ່າ ແກັສ CO2 ທີ່ໃຊ້ຢູ່ໃນຂະບວນການແຕກຕົວຂອງຊັ້ນຫີນຈະຢູ່ໃນພື້ນດິນ ແລະຈະບໍ່ຖືກປ່ອຍຂຶ້ນມາຫາຊັ້ນບັນຍາກາດ.
ພວກນັກຄົ້ນຄວ້າຍັງກ່າວເພີ້ມອີກວ່າ ຍັງຕ້ອງມີການຄົ້ນຄວ້າເພີ້ມເຕີມອີກ ພ້ອມທັງຍັງຕ້ອງໃຫ້ມີການຮ່ວມມືຈາກຂະແໜງອຸດສາຫະກຳອີກດ້ວຍ.