ລັດຖະມົນຕີຕ່າງປະເທດຈີນ ຢ້ຽມຢາມກຳປູເຈຍ ເພື່ອຫາລືກ່ຽວ ກັບໄວຣັສໂຄໂຣນາ ແລະການຄ້າ

່ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນ ເຊນ.

ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢີ ຢ້ຽມຢາມກຳປູເຈຍ ເພື່ອສົນທະນາຫາລື ກ່ຽວ
ກັບໄວຣັສໂຄໂຣນາ ແລະການຄ້າ.

ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢິ ກຳລັງຢ້ຽມຢາມກຳປູເຈຍບ່ອນ ທີ່ທ່ານ
ຄາດວ່າ ຈະພົບປະກັບນາຍົກລັດຖະມົນຕີຮຸນ ເຊນ ແລະບັນດາເຈົ້າໜ້າ ທີ່ຄົນອື່ນໆ ເພື່ອ
ສົນທະນາຫາລື ກ່ຽວກັບໂຄວິດ-19 ແລະບັນຫາອື່ນໆຢູ່ໃນຂົງເຂດ ອີງຕາມລາຍງານ
ຂອງອົງການຂ່າວເອພີ.

ລັດຖະມົນຕີຕ່າງປະເທດກຳປູເຈຍ ກ່າວວ່າ ການພົບປະຂອງທ່ານຫວັງ ໃນວັນອາທິດ
ແລະວັນຈັນມື້ນີ້ ຈະຮວມທັງການສົນທະນາຫາລື ກ່ຽວກັບເລື້ອງການຄ້າ ແລະພ້ອມທັງ
ຄວາມປອດໄພ.

ໃນການມ້ວນທ້າຍ ການຢ້ຽມຢາມປະເທດຫວຽດນາມຊຶ່ງເປັນເພື່ອນບ້ານ ໃນວັນ ເສົາທີ່
ຜ່ານມາ ທ່ານຫວັງກ່າວວ່າຈີນໄດ້ມີແຜນທີ່ຈະບໍລິຈາກຢາວັກຊີນ 3 ລ້ານ ໂດສ ໃຫ້ແກ່
ປະເທດດັ່ງກ່າວ ຊຶ່ງເວລານີ້ ພວມຢູ່ພາຍໃຕ້ການປິດປະເທດເພື່ອ ຄວບຄຸມບໍ່ໃຫ້ມີການ
ແຜ່ລະບາດເພີ້ມຂຶ້ນຂອງໂຄວິດ-19.

ຈີນເປັນຜູ້ລົງທຶນໃຫຍ່ສຸດ ແລະເປັນພາຄີທາງດ້ານການເມືອງໃກ້ຊິດທີ່ສຸດຂອງ ກຳປູເຈຍ.
ການສະໜັບສະໜູນຂອງປັກກິ່ງ ໄດ້ອະນຸຍາດໃຫ້ກຳປູເຈຍ ບໍ່ເອົາຫົວຊາໃນຄວາມເປັນ
ຫ່ວງ ກ່ຽວກັບປະຫວັດການເຄົາລົບນັບຖືສິດທິມະນຸດແລະ ແລະສິດທິທາງດ້ານການເມືອງ
ແລະເພື່ອເປັນການຕອບແທນ ກຳປູເຈຍ ໂດຍ ທົ່ວໄປແລ້ວ ໃຫ້ການສະໜັບສະໜູນຕໍ່ທ່າ
ທີທາງພູມີສາດການເມືອງຂອງປັກກິ່ງ ຕໍ່ບັນຫາຕ່າງໆເຊັ່ນວ່າ ການອ້າງເອົາກຳມະສິດ
ຂອງຈີນ ຢູ່ໃນທະເລຈີນໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ