35 ຄົນເສຍຊີວິດ ຍ້ອນໄພນໍ້າຖ້ວມ ໃນປະເທດຈີນ

  • ໄພສານ ວໍຣະຈັກ

ໄພນໍ້າຖ້ວມໃນເຂດເມືອງ Wangmo ແຂວງ Guizhou (6 ມິຖຸນາ 2011)

ສື່ມວນຊົນຂອງທາງການຈີນລາຍງານໃນວັນສຸກມື້ນີ້ວ່າ ຝົນຕົກໜັກໄດ້ພາໃຫ້ເກີດໄພນໍ້າຖ້ວມ ໃນທົ່ວເຂດພາກກາງຂອງຈີນ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງນ້ອຍ 35 ຄົນ ທີ່ແຂວງ
Hubei ແລະແຂວງ Hunan.

ອົງການຂ່າວຊິນຫົວລາຍງານວ່າ ໄພນໍ້າຖ້ວມແລະດິນເຈື່ອນລົງມາທັບເຮືອນແລະໄດ້ທຳລາຍ
ເຄື່ອງກັນຕະຝັ່ງເຈື່ອນທີ່ເມືອງ Xianning ໃນແຂວງ Hubei ນັ້ນເຮັດໃຫ້ມີຜູ້ເສຍຊີວິດ 20
ຄົນແລະຫສາຍສາບສູນອີກ 5 ຄົນ. ທີ່ແຂວງ Hunan ຊຶ່ງຕັ້ງຢູ່ໃກ້ຄຽງນັ້ນ ມີ 15 ຄົນໄດ້
ຮັບການຢືນຢັນວ່າ ເສຍຊີວິດແລະອີກຈຳນວນນຶ່ງຍັງຫາຍສາບສູນໄປ.

ອົງການຂ່າວຊິນຫົວເວົ້າວ່າ ໄພນໍ້າຖ້ວມໄດ້ສ້າງຄວາມລຳບາກເຮັດໃຫ້ປະຊາຊົນເກືອບ 100
ພັນຄົນໄປມາບໍ່ໄດ້ຢູ່ໃນ 3 ເຂດ ຂອງເມືອງ Xianning ປະກອບມີ Tongcheng, Chibi
ແລະ Chongyang.