ທີ່ປະເທດຈີນຝົນຕົກແຮງທີ່ສຸດທີ່ໄດ້ກະໜໍ່າໃສ່ນະຄອນຫລວງປັກກິ່ງໃນ
ຮອບ 6 ທົດສະວັດນັ້ນໄດ້ສັງຫານຢ່າງໜ້ອຍ 10 ຄົນ ແລະໄດ້ບັງຄັບໃຫ້
ປະຊາຊົນຢ່າງນ້ອຍ 5 ໝື່ນຄົນຕ້ອງໄດ້ຍົກຍ້າຍໜີຈາກບ້ານເຮືອນໄປຢູ່
ບ່ອນອື່ນ.
ອົງການຂ່າວຊິນຫົວຂອງລັດລາຍງານຂ່າວໃນວັນອາທິດມື້ນີ້ວ່າ ນໍ້າຖ້ວມ
ຢ່າງຂະໜານໃຫຍ່ ໄດ້ເຮັດໃຫ້ຊາວເມືອງຫລາຍໆຄົນຕົກຄ້າງຢູ່ກັບບ່ອນ
ແລະລົດລາຫລາຍໆຄັນ ໄຫລໄປຕາມຖະໜົນຫົນທາງ.
ຊິນຫົວລາຍງານອີກວ່າ ເດີ່ນບິນສາກົນປັກກິ່ງໄດ້ລົບລ້າງຖ້ຽວບິນຫລາຍ
ຮ້ອຍຖ້ຽວ ສົ່ງຜົນໃຫ້ພວກຄົນເດີນທາງຕົກຄ້າງຢູ່ສະໜາມບິນຢ່າງໜ້ອຍ
8 ໝື່ນຄົນ.
ເຈົ້າໜ້າທີ່ເວົ້າວ່າ ເຂດອອ້ມແອ້ມນະຄອນຫລວງປັກກິ່ງໄດ້ຮັບນໍ້າຝົນໃນອັດ
ຕາສະເຫລ່ຍ 17 ຊັງຕີແມດ ແຕ່ບາງເຂດເຊ່ນເຂດຄຸ້ມ Fangshan ມີຝົນຕົກ
ຫລາຍຮອດ 46 ຊັງຕີແມດ. ພາຍຸຝົນທີ່ໄດ້ເລິ່ມມາແຕ່ວັນເສົາວານນີ້ ອາດຈະ
ຕົກໄປຮອດແລງວັນຈັນມື້ອື່ນ.
ທີ່ປະເທດຈີນ ຝົນຕົກແຮງທີ່ສຸດ ທີ່ໄດ້ກະໜໍ່າໃສ່ນະຄອນຫລວງປັກກິ່ງໃນຮອບ 6 ທົດສະວັດນັ້ນ ໄດ້ສັງຫານຢ່າງນ້ອຍ 10 ຄົນ ແລະໄດ້ບັງຄັບໃຫ້ຫລາຍສິບພັນ ຄົນ ຕ້ອງໄດ້ຍົກຍ້າຍໜີຈາກບ້ານເຮືອນຂອງຕົນ ໄປຢູ່ບ່ອນອື່ນ.
ອົງການຂ່າວຊິນຫົວຂອງລັດ ລາຍງານຂ່າວໃນວັນອາທິດມື້ນີ້ວ່າ ພະຍຸຝົນທີ່ໄດ້ ເລີ້ມຕົ້ນຂຶ້ນໃນວັນເສົາວານນີ້ ອາດສາມາດສືບຕໍ່ກະໜໍ່າລົງມາ ຈົນຮອດວັນຈັນ ມື້ນອື່ນ. ລັດຖະບານຈີນເວົ້າວ່າ ເມືອງ Fangshan ໃນຊານນະຄອນຫລວງ ປັກກິ່ງ ໄດ້ຮັບນໍ້າຝົນໃນລະດັບ 46 ມິລລີແມັດ ໃນວັນເສົາວານນີ້ ຊຶ່ງໄດ້ທໍາ ລາຍສະຖິຕິນໍ້າຝົນໃນປີ 1951.
ພວກເຈົ້າໜ້າທີ່ເວົ້າວ່າ ຈໍານວນຄົນຕາຍສາມາດເພີ້ມທະວີຂຶ້ນ ເພາະຕາມລາຍ ງານຂ່າວຂອງສື່ມວນຊົນ ແມ່ນວ່າ ມີຫລາຍຄົນ ລວມທັງພະນັກງານຊ່ວຍກູ້ໄພ ຍັງຫາຍສາບສູນຢູ່.