ຈີນ ປົດ ນັກການທູດອະວຸໂສ ຄົນໜຶ່ງ ອອກຈາກຕຳແໜ່ງ ຍ້ອນຖືກກ່າວຫາວ່າ ທຸຈະລິດ

ທ່ານ Zhang Kunsheng ກຳລັງອອກຈາກ ໂຮງແຮມແຫ່ງໜຶ່ງ ໃນນະຄອນ Hanoi, ວັນທີ 18 ພະຈິກ 2006.

ລັດຖະມົນຕີ​ຕ່າງປະ​ເທດຈີນ ກ່າວ​ວ່າ ຕົນ​ໄດ້​ປົດ ນັກ​ການ​ທູດ
​ອະວຸ​ໂສ​ຄົນ​ໜຶ່ງຈາກຕຳ​ແໜ່​ງຂອງ​ທ່ານ ທ່າມກາງ​ການ​ສືບສວນ
​ສອບ​ສວນ ໃນການລະ​ເມີດລະບຽບວິໄນ ​ທີ່​ບໍ່​ໄດ້​ລະບຸລາຍລະ​
ອຽດໃຫ້ຊາບ.

ຢູ່​ໃນ​ຖະ​ແຫລ​ງການ ທີ່ມີ​ປະ​ໂຫຍ​ກດຽວ​ເທົ່າ​ນັ້ນ ທີ່ນຳອອກ
ເຜີຍແຜ່ໃນ​ວັນ​ສຸກ​ມື້​ນີ້ ກະຊວງ​ດັ່ງກ່າວ ບໍ່​ໄດ້​ໃຫ້ລາຍ​ລະອຽດ​
ຫຍັງເພີ້ມຕື່ມ ກ່ຽວ​ກັບການ​ປົດ ລັດຖະມົນຕີ​ຊ່ວຍ​ວ່າການ
​ກະຊວງ​ຕ່າງປະ​ເທດ ທ່ານ Zhang Kunsheng.

ທ່ານ Zhang ​ເປັນ​ນັກ​ການ​ທູດ​ລະດັບ​ສູງ ຜູ້​ທຳ​ອິດ ທີ່​ຖືກ​ຈັບ​ໄດ້ ພາຍ​ໃຕ້ ການປຸກລະດົມ ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຂອງປະທານ​ປະ​ເທດ ສີ ຈິ້ນ​ຜິ​ງ.

ສຳນວນ​ທີ່​ວ່າ “ການລະ​ເມີດລະບຽບວິໄນ” ນັ້ນ ​ແມ່ນ​ຖືກ​ນຳ​ມາໃຊ້​ຢ່າງ​ກວ້າງຂວາງ
​ໂດຍບັນດາ​ເຈົ້າໜ້າ​ທີ່​ຈີນ ​ເພື່ອ​ອະທິບາຍເຖິງການ​ທຸ​ຈະລິດ.