ຈີນເຫັນວ່າ ຫວຽດນາມເປັນພາຄີທີ່ເຂັ້ມແຂງ ໃນຂະນະທີ່ບັນດາບໍລິສັດຈີນພະ ຍາຍາມ
ເຮັດທຸລະກິດ ກັບຄູ່ແຂ່ງທາງການເມືອງມາເປັນເວລາດົນນານ ຢູ່ຊາຍແດນກ້ຳໃຕ້ຂອງ.
ຮ່າງກົດໝາຍຂອງຫວຽດນາມ ທີ່ຈະໃຫ້ຈີນ ແລະບັນດານັກລົງທຶນຕ່າງປະເທດອື່ນໆໃຊ້
ເຂດເສດຖະກິດພິເສດ ທີ່ປະເຊີນໜ້າກັບການປະທ້ວງຂອງປະຊາຊົນ ໄດ້ຖືກໂຈະໃນ
ການ
ບັນດາຫີບບັນທຸກເຄື່ອງ ແລະໂກສໂກ ຂອງຈີນ ຢູ່ທ່າເຮືອ ໂຮຈີມິນ ປະເທດຫວຽດນາມ ວັນທີ 27 ກໍລະກົດ 2018.
ພິຈາລະນາ ຈົນເທົ່າເດືອນພຶດສະພາ 2019. ລັດຖະບານໃນນະຄອນຮາໂນ່ຍ ຍັງໄດ້
ຖືກເຕືອນຕໍ່ການກູ້ຢືມເງິນແບບພິເສດຈາກຈີນ ເພື່ອການພັດທະນາພື້ນຖານໂຄງລ່າງ.
ຫວຽດນາມຍັງໄດ້ລະມັດລະວັງເຊັ່ນດຽວກັນ ຕໍ່ການໃຫ້ຄວາມຊ່ວຍເຫຼືອໃນດ້ານພັດ
ທະນາຂອງຈີນ.
ແນວໃດກໍຕາມ ຫວຽດນາມໄດ້ອະນຸຍາດ ໃຫ້ພວກນັກທຸລະກິດເອກກະຊົນຂອງຈີນ ລົງທຶນເພີ້ມຂຶ້ນ ເພື່ອໃຫ້ຜົນກຳໄລແກ່ປະເທດຕົນເອງ ອີງຕາມຄຳເວົ້າຂອງ ບັນດາຜູ້
ຊ່ຽວຊານ. ທ່ານແມັກສຟຽລ ບຣາວນ໌ ທີ່ປຶກສາອາວຸໂສ ຂອງບໍລິສັດທີ່ ປຶກສາທຸລະກິດ
ດີຊານ ຊີຣາ ແລະເພື່ອນຮວມງານ ໃນນະຄອນໂຮ່ຈິມິນ ກ່າວວ່າ ຮ່ອງຮອຍຢ່າງນຶ່ງ ຂອງທ່າອຽງນີ້ ບັນດາບໍລິສັດຈີນກຳລັງຕັ້ງໂຮງງານຢູ່ໃນຫວຽດນາມ ເພື່ອຫລົບຫລີກການຜິດຂ້ອງຕ້ອງຖຽງທາງດ້ານການຄ້າ ລະຫວ່າງ ຈີນ ກັບສະຫະລັດ.
ບັນດາສະມາຊິກນັກເຄື່ອນໄຫວ ອັກບາຢານ ພາກັນປະທ້ວງຢູ່ຕໍ່ໜ້າ ກົງສຸນຈີນ ກ່ຽວກັບການໂຕ້ແຍ້ງຢູ່ທະເລຈີນໃຕ້ ທີ່ຟິລິບປີນ.
ໃນອີກດ້ານນຶ່ງນັ້ນ ບັນດາບໍລິສັດຢູ່ຕາມຊາຍແດນ ນັບແຕ່ເດືອນຕຸລານີ້ເປັນຕົ້ນໄປ
ສາມາດຕົກລົງຊື້ຂາຍກັນເປັນເງິນຢວນຂອງຈີນ ຕາມຄວາມຮຽກຮ້ອງຂອງ ປະຊາຊົນ
ໃນຂະນະທີ່ມີການຄ້າເພີ້ມຂຶ້ນ ອີງຕາມລາຍງານຂອງອົງການຂ່າວ ຫວຽດນາມ ໃນ
ເດືອນສິງຫາຜ່ານມານີ້.