ການເລືອກເອົາຜູ້ຕ້ອງຕິຈີນ ທ່ານ Peter Navarro ເປັນຫົວໜ້າຕຳແໜ່ງໃໝ່ຢູ່ທຳນຽບ ຂາວທີ່ເພັ່ງເລັງໃສ່ເລື້ອງການຄ້າໂດຍປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງສະຫະລັດ ທ່ານ Donald Trump ແມ່ນຖືກມອງກັນ ໂດຍຫຼາຍໆຄົນໃນຈີນວ່າ ເປັນການຢືນຢັນທີ່ ຜູ້ນຳຂອງພັກຣີພັບບລີກັນ ມີຄວາມຕັ້ງໃຈທີ່ຈະຈັດຕັ້ງປະຕິບັດ ຄຳໝັ້ນສັນຍາທີ່ທ່ານໄດ້ໃຫ້ໄວ້ ໃນການເລືອກຕັ້ງ ເພື່ອຈຳກັດຮັດແຄບຕໍ່ສິນຄ້າຈີນ.
ທ່ານ Navarro ເປັນສາສະດາຈານ ທີ່ມະຫາວິທະຍາໄລຄາລີຟໍເນຍ ຢູ່ເມືອງ Irving ທີ່ໄດ້ຕ້ອງຕິຢ່າງແຮງໃນເລື້ອງການຄ້າກັບຈີນແລະນະໂຍບາຍເສດຖະກິດໂດຍຜ່ານທາງປື້ມທີ່ມີຊື່ວ່າ ການຕາຍຍ້ອນຈີນ: ການປະເຊີນໜ້າກັບມັງກອນ-ການຮຽກຮ້ອງຂອງໂລກໃຫ້ເອົາບາດກ້າວຫຼື Death by China: Confronting the Dragon – A Global Call to Action ຊຶ່ງໄດ້ຖືກນຳໄປສ້າງເປັນຮູບເງົາສາລະຄະດີນຳດ້ວຍ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hua Chunying ກ່າວວ່າ ຈີນແລະສະຫະລັດ ມີຜົນປະໂຫຍດ ນຳກັນຫຼາຍຢ່າງ ແລະຈີນ ຢາກຮັກສາ ຄວາມສຳພັນທີ່ດີ ໃນດ້ານການຄ້າສອງຝ່າຍ ຕໍ່ໄປ
ທ່ານ Trump ໄດ້ກ່າວສັນລະເສີນປື້ມຂອງທ່ານ Navarro ທີ່ກ່າວຫານະໂຍ ບາຍຂອງລັດຖະບານຈີນແລະນະໂຍບາຍການຄ້າຂອງໂລກວ່າ ສ້າງຄວາມເສຍຫາຍໃຫ້ແກ່ພວກຊົນຊັ້ນກາງອາເມຣິກັນ. ທ່ານ Trump ກ່າວວ່າ ທ່ານເຊື່ອວ່າທ່ານ Navarro ສາມາດກຳ ນົດທິດທາງເພື່ອນຳເອົາວຽກເຮັດງານທຳກັບຄືນມາສູ່ສະຫະລັດແລະສ້າງລາຍໄດ້ຕື່ມຂຶ້ນໃຫ້ແກ່ຊາວອາເມຣິກັນ.
ແຕ່ຢູ່ປະເທດຈີນ ການເລືອກດັ່ງກ່າວນີ້ ແມ່ນຖືກມອງກັນວ່າເປັນຮ່ອງຮອຍຕື່ມຂຶ້ນໃນອັນທີ່ອາດຈະເປັນການປ່ຽນແປງຢ່າງໃຫຍ່ຫຼວງໃນນະໂຍບາຍພາຍໃຕ້ລັດຖະບານຂອງທ່ານ Trump.
Your browser doesn’t support HTML5
Trump Taps Author Peter Navarro for New Trade Post
ໜັງສືພິມ Global Times ປາກກະບອກສຽງ ຂອງພັກຄອມມູນິສຈີນ ກ່າວໃນບົດວິຈານ ຜ່ານທາງເວັບໄຊຂອງຕົນໃນແລງວັນພະຫັດວານນີ້ວ່າ “ການເລືອກເອົາທ່ານ Navarro ໂດຍທ່ານ Trump ແມ່ນຖືວ່າ ເປັນສັນຍານທີ່ທ່ານຈະເອົາບາດກ້າວທີ່ແຂງຂັນຫຼາຍຂຶ້ນ ໃນເລື້ອງການຊຸກຍູ້ຜົນປະໂຫຍດອາເມຣິກັນ ກ່ອນອື່ນໝົດຂອງທ່ານ. ມີທ່າທາງວ່າ ສະ ຫະລັດຈະນຳໃຊ້ນະໂຍບາຍການຄ້າ ແບບຄຸ້ມຄອງສິນຄ້າທີ່ຂາດຄວາມຮັບຜິດຊອບໃນອະນາຄົດຊຶ່ງຈະພາໃຫ້ມີການປ່ຽນແປງໃນແນວທາງການແຈກຈ່າຍຜົນກຳໄລລະຫວ່າງສະຫະລັດແລະປະເທດອື່ນໆ.”
ສ່ວນໜັງສືພິມ China Daily ຂອງທາງການຈີນ ລາຍງານໃນວັນສຸກມື້ນີ້ວ່າ “ມີສາເຫດ ທີ່ພາໃຫ້ເກີດຄວາມວິຕົກກັງວົນຢ່າງແທ້ຈິງ ໃນຂະນະທີ່ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ໄດ້ແຕ່ງຕັ້ງທ່ານ Peter Navarro ທີ່ຮູ້ກັນດີວ່າ ເປັນບຸກຄົນທີ່ກໍ່ໃຫ້ເກີດຄວາມຮູ້ສຶກຕໍ່ຕ້ານຈີນຂອງທ່ານນັ້ນ ເປັນທີ່ປຶກສາທາງດ້ານການຄ້າ.
ສ່ວນລັດຖະບານຈີນ ແມ່ນໄດ້ມີຄວາມລະມັດລະວັງ ແລະຍັງບໍ່ທັນເປີດເຜີຍແຜນການຂອງຕົ ນໃນການເອົາມາດຕະການຕອບໂຕ້ເທື່ອ.