ກອງທັບຈີນ ກ່າວວ່າ ສານເຄມີ Cyanide ຫຼາຍໂຕນ ຖືກເກັບມ້ຽນໄວ້ ໃນຈຸດເຫດລະເບີດ

ພາບຈາກເທິງນ່ານຟ້າ ສະແດງໃຫ້ເຫັນ ຄວັນໄຟຈາກຊາກຫັກພັງ ພຸ້ງຂຶ້ນສູ່ທ້ອງຟ້າ ທີ່ປົນເປໄປດ້ວຍພວກຕູ້ຂົນສົ່ງທາງທະເລ ຢູ່ສະຖານທີ່ລະເບີດແຕກ ເມື່ອອາທິດແລ້ວນີ້ ຂອງເຂດເມືອງໃໝ່ Binhai ໃນເມືອງທ່າ Tianjin, ປະເທດຈີນ, ວັນທີ 15 ສິງຫາ 2015.

ຈີນຢືນຢັນ​ວ່າ ສານ​ເຄມີ sodium cyanide ​ສານ​ເຄມີ​ທີ່​ເປັນ​ພິດ
ອັນ​ໜຶ່ງ ​ໄດ້​ຖືກເກັບ​ໄວ້​ຢູ່ໃນ​ສາງ​ຫຼາຍ​ແຫ່ງ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ
ໂດຍລະ​ເບີດ​ທີ່​ແຕກ​ຂຶ້ນຢ່າງ​ໃຫຍ່ຫຼາຍຄັ້ງ ຢູ່​ໃນ​ເມືອງ​ທ່າ​ Tianjin.

​ທ່ານ Shi Luze ຫົວໜ້າເສນາ​ທິການ​ ​ກອງທັບ​ປະຊາ​ຊົນ​ປະຕິວັດ
ຂອງຂົງ​ເຂດທະຫານ​ໃນ​ປັກ​ກິ່ງ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ມີ​ຈຳ
ນວນຫຼາຍກວ່າ 100 ​ໂຕນ​ ຂອງ​ສານ​ເຄມີ ​ທີ່​ເປັນອັນຕະລາຍ​ເຖິງ​
ແກ່​ຊີວິດ ​ຖືກເກັບ​ມ້ຽນ​ໄວ້​ ຢູ່​ສອງ​ແຫ່ງ​ພາຍ​ໃນ​ຈຸດ​ລະ​ເບີດ​ແຕກນັ້ນ.
ບັນດາ​ເຈົ້າໜ້າ​ທີ່​ຈີນ ຍັງ​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ອີກ​ວ່າ ຈຳນວນ​
ຂອງ​ຜູ້​ເສຍ​ຊີວິດຈາກ​ການລະ​ເບີດ​ແຕກ​ນັ້ນ ​ໄດ້​ເພີ້​ມຂຶ້ນ​ເຖິງ 112
ຄົນ​ແລ້ວ. ຢ່າງ​ໜ້ອຍ ພະນັກງານ​ດັບ​ເພີງ 21 ຄົນ ​ແມ່ນ​ລວມຢູ່​ໃນ​ຈຳນວນຜູ້​ເສຍ​ຊີວິດດັ່ງກ່າວ ອີງ​ຕາມ​ລາຍ​ງານຈາກສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ.

ພະນັກງານດັບເພີງຄົນໜຶ່ງ ສະແດງປະຕິກິລິຍາ ຂະນະທີ່ໄດ້ຮັບການຮັກສາປິ່ນປົວຢູ່ທີ່ໂຮງໝໍນັ້ນຫຼັງຈາກເກີດລະເບີດຂຶ້ນ ຂອງເຂດເມືອງໃໝ່ Binhai ໃນເມືອງທ່າ Tianjin, ປະເທດຈີນ, ວັນທີ 13 ສິງຫາ 2015.

​ເກືອບ 100 ຄົນ ​ແມ່ນ​ຍັງ​ຫາຍ​ສາບ​ສູນ​ຢູ່ ລວມທັງ​ພະນັກງານ​ດັບ​ເພີງ​ຈຳນວນ 85 ຄົນ.

​ບັນດາເຈົ້າໜ້າ​ທີ່​ຈີນ ​ໄດ້​ອອກ​ຄຳສັ່ງ​ ບັງຄັບໃຫ້​ປະຊາຊົນ​ ຢູ່​ໃກ້​ບໍລິ​ເວນ ຍົກຍ້າຍ​ອອກ​ຈາກຄຸ້ມ​ອຸດສາຫະກຳ ຢູ່​ໃນ​ເມືອງ​ທ່າ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ທີ່ໄດ້​ຮັບ​ໄພ​ຫາ​ຍະ​ນະນັ້ນ.

ບັນດາຕຳຫຼວດໃນຊຸດແບບທະຫານ ແລະ ພະນັກງານກູ້ໄພອື່ນໆ ໃສ່ໜ້າກາກກັນແກັສ ກຳລັງພາກັນກວດສອບສານເຄມີທີ່ບໍ່ຮູ້ຈັກວ່າເປັນສານເຄມີຫຍັງນັ້ນ ຢູ່ທີ່ບໍລິເວນເຂດໃກ້ໆກັບຈຸດເກີດລະເບີດ ຂອງເຂດເມືອງໃໝ່ Binhai ໃນເມືອງທ່າ Tianjin, ປະເທດຈີນ, ວັນທີ 15 ສິງຫາ 2015.

ແຜນທີ່ປະເທດຈີນ ສະແດງໃຫ້ເຫັນເຂດເມືອງທ່າ ທຽນຈິນ

Your browser doesn’t support HTML5

China Explosion