ຈີນ ໄດ້ປະຫານຊີວິດຜູ້ຊາຍສາມຄົນ ໃນຂໍ້ຫາມີບົດບາດກ່ຽວ
ກັບການໂຈມຕີຮ້າຍແຮງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 31 ຄົນ ໃນ
ປີກາຍນີ້ ຢູ່ທີ່ສະຖານີລົດໄຟ ເມືອງ Kunming ທາງພາກຕາ
ເວັນຕົກສຽງໃຕ້ຂອງປະເທດ.
ອີງຕາມຖະແຫລງການ ຂອງສານປະຊາຊົນຊັ້ນກາງ ເມືອງ
Kunming ແລ້ວ ຜູ້ຊາຍທັງສາມຄົນ ທີ່ລະບຸຊື່ວ່າ ແມ່ນທ້າວ
Iskandar Ehet ທ້າວ Turgun Tohtunyaz ແລະທ້າວ
Hasayn Muhammad ໄດ້ຖືກປະຫານຊີວິດໃນວັນອັງຄານ
ມື້ນີ້.
ບຸກຄົນທັງສາມ ໄດ້ຖືກຕັດສິນລົງໂທດໃນເດືອນກັນຍາປີກາຍ ໃນຖານຂ້າຄົນ ແລະເປັນ
ຜູ້ນຳກຸ່ມກໍ່ການຮ້າຍ ຊຶ່ງບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ທຳການໂຈມຕີ ໂດຍເອົາມີດແທງ
ຜູ້ຄົນ ໃນເດືອນມີນາ ປີ 2014 ຢູ່ທີ່ສະຖານີລົດໄຟ ເມືອງ Kunming.
ຕຳຫລວດໄດ້ຍິງສັງຫານ ສີ່ໃນຈຳນວນຜູ້ຮ້າຍຫ້າຄົນ. ຜູ້ໂຈມຕີອີກຄົນນຶ່ງເປັນແມ່ມານ
ຖືພາ ໄດ້ຖືກຈັບເປັນ ແລະໄດ້ຖືກຕັດສິນລົງໂທດ ໃຫ້ຕິດຄຸກຕະຫຼອດຊີວິດ.
ມັນເປັນການໂຈມຕີທີ່ຮ້າຍແຮງທີ່ສຸດ ທີ່ຈີນໄດ້ຖິ້ມໂທດໃສ່ພວກແບ່ງແຍກດິນແດນ ທີ່ມີ
ຖານປະຕິບັດງານ ຢູ່ໃນເຂດ Xinjiang ທາງພາກຕາເວັນຕົກສຸດ ຂອງປະເທດ ອັນເປັນ
ຖິ່ນຖານບ້ານເກີດຂອງຊາວ Uighurs ທີ່ສ່ວນໃຫຍ່ແລ້ວເປັນຊົນກຸ່ມນ້ອຍທີ່ນັບຖືສາ
ສະໜາອິສລາມນັ້ນ.
ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້ຫລາຍຮ້ອຍຄົນໄດ້ຖືກຂ້າຕາຍຍ້ອນການໂຈມ ຕີທີ່ຮຸນ
ແຮງ ຊຶ່ງໄດ້ແນເປົ້າໝາຍເພີ້ມຂຶ້ນໃສ່ພົນລະເຮືອນພ້ອມດ້ວຍບັນດາເຈົ້າໜ້າທີ່ລັດຖະ
ບານ. ຈີນ ໄດ້ຕອບໂຕ້ດ້ວຍການປາບປາມຕ້ານພວກກໍ່ການຮ້າຍທີ່ໜັກມືຕື່ມຂຶ້ນ ໂດຍ
ຍັງຜົນໃຫ້ມີການປະຫານຊີວິດຫລາຍສິບຄົນ ແລະຖືກຈັບອີກຫລາຍຮ້ອຍຄົນ.
ບັນດານັກເຄຶ່ອນໄຫວຊາວ Uighur ທີ່ລີ້ໄພຢູ່ໃນຕ່າງປະເທດຫລາຍຄົນ ກ່າວວ່າ ຄວາມ
ຮຸນແຮງແມ່ນເປັນປະຕິກິລິຍາ ຈາກນະໂຍບາຍກົດຂີ່ຂອງຈີນ ໃນ ເຂດ Xinjiang ບ່ອນທີ່
ຊາວ Uighurs ໄດ້ພາກັນດຳລົງຊີວິດມາເປັນເວລາຫລາຍຮ້ອຍປີແລ້ວ ແຕ່ວ່າກຳລັງ
ຄ່ອຍໆໄດ້ຮັບການທົດແທນໂດຍພວກຊາວ Han ທີ່ເປັນຊົນກຸ່ມໃຫຍ່ຂອງຈີນນັ້ນ.