ທ່ານ Wang Lijun ບໍ່ໄດ້ຄັດຄ້ານ ຕໍ່ຂໍ້ຫາ ຂອງທາງການ ຈີນ

ອະດີດຜູ້ບັນຊາການຕຳຫຼວດ Wang Lijun ກ່າວໃຫ້ການຕໍ່ສານ ທີ່ເມືອງ Chengdu ໃນຮູບທີ່ຖ່າຍຈາກວີດີໂອຂອງໂທລະພາບ CCTV (18 ກັນຍາ 2012)

ອ​ະ​ດີດ​ຜູ້​ບັນຊາ​ການ​ຕໍາຫລວດຈີນ ທີ່​ໄດ້ຕົກ​ເປັນ​ຈຸດ​ສູນ​ກາງຂອງ​
ຂ່າວ​ນອງ​ນັນ​ຄັ້ງ​ໃຫຍ່ຂອງ​ພັກ​ຄອມ​ມິວນິສ ບໍ່​ໄດ້​ຄັດຄ້ານ​ຕໍ່​ການ​
ກ່າວ​ຫາແກ່​ທ່ານ ​ໃນ​ວັນ​ອັງ ຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ການ​ດຳ​ເນີນ​
ຄະດີ​ທ່ານ​ໄດ້​ສີ້​ນສຸດ​ລົງທີ່ເມືອງ Chengdu ​ໃນ​ພາກ​ກາງຂອງ​ຈີນ.

ທ່ານ Wang Lijun ​ໄດ້​ຖືກ​ກ່າວ​ຫາ​ວ່າ​ໂຕນ​ໜີແລະໃຊ້ອໍານາດ​ເຖື່ອນທີ່​ພົວພັນກັບ​ເຫດ ການ ​ທີ່​ທ່ານ​ໄດ້​ຫລົບໜີ​ເຂົ້າ​ໄປ​ໃນກົງ​ສຸນ​ສະຫະລັດພ້ອມ​ດ້ວຍ​ລາຍ​ລະ ອຽດກ່ຽວ​ກັບ​ການ​ສັງຫານນັກທຸລະກິດ​ອັງກິດ. ພັນ​ລະ​ຍາ​ນາຍຂອງ​ທ່ານ Bo Xilai ຊຶ່ງ​ເປັນ​ນາຍ​ຂອງ​ທ່ານ ທີ່​ມີ​ອິດທິພົນ​ຢູ່​ໃນ​ພັກ​ຄອມ​ມິ​ວນິສ ​ໄດ້​ຖືກຕັດສິນ ວ່າ​ມີ​ຄວາມ​ຜິດ​ກ່ຽວ​ກັບ​ການ​ຄາດ​ຕະກໍາດັ່ງກ່າວ​ໃນ​ເວລາ​ຕໍ່ມາ.

ໃນ​ວັນ​ອັງຄານ​ມື້ນີ້ ອົງການ​ຂ່າວ​ຊິນ​ຫົວ ຂອງ​ທາງ​ການ​ຈີນ ​ໄດ້​ອ້າງ​ຄຳ​ເວົ້າ ຂອງບັນດາ​ໄອ​ຍະ​ການ ທີ່​ກ່າວ​ວ່າ ​ເຖິງ​ແມ່ນທ່ານ Wang “ຮູ້​ກ່ຽວກັບ​ຄວາມ​ລັບ​ຂອງ​ລັດຖະບານ” ທ່ານ​ກໍ​ໄດ້​ກະທໍາ​ຜິດ “ຢ່າງ​ຮ້າຍ​ແຮງ” ​ໃນ​ການ​ໜີ​ຈາກ​ໜ້າ​ທີ່ ​ໂດຍປາສຈາກ​ການ​ອະນຸ​ຍາດ ​ແລະ “​ໂຕນ​ໜີໄປເຂົ້າກົງ​ສຸນ​ຂອງ​ປະ​ເທດ​ອື່ນ.”

​ເຂົາ​ເຈົ້າ​ກ່າວ​ວ່າ ທ່ານ “ຮູ້​ເປັນ​ຢ່າງ​ດີ” ທີ່​ພັນ​ລະ​ຍາ ຂອງ​ທ່ານ Bo ຄື​ທ່ານ​ນາງ Gu Kailai ​ໄດ້​ “​ຖືກ​ສົງໄສຢ່າງ​ໜັກ​ກ່ຽວ​ກັບ​ການ​ຄາດ​ຕະກໍາ” ​ແຕ່​ວ່າ “ມີ​ເຈດ​ຕະນາ​ປົກ​ປິດ​ການ​ກະທໍາ​ຜິດ”. ພຽງ​ແຕ່​ຫຼັງ​ຈາກມີ​ການ​ກ່າວຫາວ່າການ​ປົກ​ປິດ​ແລະ​ການ​ພະຍາຍາມ​ທີ່​ຈະໂຕນ​ໜີຂອງ​ທ່ານ​ໄດ້​ຫລົ້ມແຫລວ ທ່ານ​ຈຶ່ງ​ມີ​ລາຍ​ງານວ່າ ເປີດ​ການ​ສືບ​ສວນ.

ບໍ່​ມີ​ການ​ຕັດສິນໃດ​ໆ​ໃນ​ຄະ​ດີ​ດັ່ງກ່າວ ທີ່​ໄດ້ດຳ​ເນີນ​ມາ​ເປັນ​ເວລາສອງ​ມື້​ເຄິ່ງ ​ແລະ​ຫ້າມ​ບໍ່​ໃຫ້​ສື່​ມວນ​ຊົນ​ຕ່າງປະ​ເທດ​ເຂົ້າ​ເບິ່ງ. ການ​ກ່າວ​ຫາຕ່າງໆ​ແມ່ນ​ຮວມ​ທັງ​ການ​ຮັບ​ສິ​ນບົນ ​ແລະ​ການ​ບິດເບືອນ​ກົດໝາຍເພື່ອ​ເຫັນແກ່​ຜົນ​ປະ​ໂຫຍ​ດ ສ່ວນ​ຕົວ ທີ່​ອາດ​ຈະມີໂທດ​ໜັກ​ເຖິງປະຫານ​ຊີວິດກໍ​ເປັນ​ໄດ້.