ການຄ້າຈີນ ເຂັ້ມແຂງ ເກີນຄາດ ໃນເດືອນແລ້ວນີ້

ນັກທຸລະກິດຈີນຜູ້ນຶ່ງ ນັ່ງຢູ່ຕໍ່ໜ້າຈໍລາຍງານລາຄາຮຸ້ນ ຂອງຕະຫລາດຫລັກຊັບ ຂອງບໍລິສັດເອກະຊົນ ທີ່ນະຄອນຊຽງໄຮ້ຂອງຈີນ ໃນວັນທີ 22 ພະຈິກ 2012.

ຕົວເລກດ້ານການຄ້າຂອງຈີນແມ່ນເຂັ້ມແຂງກວ່າທີ່ຄາດກັນ
ໄວ້ສໍາລັບ ເດືອນທັນວາຜ່ານມາ ຊຶ່ງເປັນຮ່ອງຮອຍ ທີ່ສະ
ແດງໃຫ້ເຫັນເພີ້ມເຕີມວ່າ ປະເທດທີ່ມີເສດຖະກິດໃຫຍ່ອັນ
ດັບສອງຂອງໂລກ ຍັງສືບຕໍ່ຟື້ນ ຕົວຄືນຈາກສະພາບການ ຂະຫຍາຍຕົວຊັກຊ້າທີ່ສຸດໃນຮອບຫຼາຍໆປີ.

ຂໍ້ມູນຂອງທາງການທີ່ນໍາອອກເຜີຍແຜ່ໃນວັນພະຫັດມື້ນີ້
ໄດ້ສະແດງ ໃຫ້ເຫັນເຖິງການຂະຫຍາຍຕົວຂອງການສົ່ງ
ອອກສິນຄ້າຫລາຍກວ່າ 4 ເທົ່າ ທຽບໃສ່ເດືອນຜ່ານມາ
ເປັນ 14.1%. ສ່ວນສິນຄ້າຂາເຂົ້າ ໃນເດືອນທັນວາແມ່ນ
ເພີ້ມຂຶ້ນ 6% ລຸນຫລັງທີ່ບໍ່ມີການຂະຫຍາຍຕົວເລີຍ ໃນ
ເດືອນພະຈິກຜ່ານມາ.

ເຖິງແມ່ນວ່າສະພາບການໄດ້ດີຂຶ້ນໃນເດືອນທັນວາກໍຈິງແຕ່ຕົວເລກໄດ້ ສະແດງໃຫ້ເຫັນ ວ່າ ຈີນໄດ້ພາດເປົ້າໝາຍ ໃນການຂະຫຍາຍໂຕທາງ ເສດຖະກິດ ໃນລະດັບ 10% ຕາມ ທີ່ຕັ້ງໄວ້ໃນປີ 2012.

ກະຊວງການຄ້າໄດ້ທໍານາຍໃນເດືອນແລ້ວນີ້ວ່າ ການຄ້າຈະດີຂຶ້ນພຽງ “ໜ້ອຍດຽວ” ໃນປີ 2013, ໂດຍອ້າງເຖິງສະພາບຄວາມຕ້ອງການ ຂອງຕະຫລາດພາຍນອກຕໍ່າ ຍ້ອນການ ຂະຫຍາຍໂຕຊ້າຂອງເສດຖະກິດໂລກ.

ຈີນແມ່ນກໍາລັງໂຜ່ຕົວອອກ ຈາກສະພາບເສດຖະກິດຖົດຖອຍທີ່ຮ້າຍແຮງທີ່ສຸດ ນັບຕັ້ງ ແຕ່ໄດ້ເກີດວິກິດການດ້ານການເງິນຂອງໂລກໃນປີ 2008 ເປັນຕົ້ນມາ. ພວກນັກວິເຄາະ ສ່ວນໃຫຍ່ເວົ້າວ່າ ການຟື້ນໂຕ ຄືນຂອງເສດຖະກິດຈີນ ຈະເປັນການຟື້ນຄືນທີ່ຍັງບໍ່ໝັ້ນ ຄົງ ແຕ່ມີທ່າທາງວ່າ ຈີນຈະຫລີກລ່ຽງອັນທີ່ເອີ້ນກັນວ່າ “ສະພາບເສດຖະກິດຫລຸດລົງທີ່ ໜັກໜ່ວງ” ນັ້ນໄດ້.