ເສດຖະກິດ ຂອງຈີນ ປະເຊີນກັບ ການຂະຫຍາຍຕົວ ທີ່ຕ່ຳສຸດ ໃນຮອບ 6 ປີ

ໂຮງງານຜະລິດ ແຜ່ນເກັບພະລັງຈາກແສງອາທິດ ຫຼື Solar panels ໃນ Baoding ຢູ່ທາງພາກເໜືອຂອງແຂວງ Hebei ຂອງຈີນ. ຈີນ ເປັນປະເທດທີ່ປ່ອຍມົນລະພິດ ທີ່ເຮັດໃຫ້ດິນຟ້າອາກາດ ປ່ຽນແປງ ທີ່ໃຫຍ່ທີ່ສຸດຂອງໂລກ ແມ່ນກຳລັງ ຮັບຮອງເອົາແຜ່ນເກັບພະລັງ ຈາກແສງອາທິດ ເພື່ອຕັດອອກ ການກາງຕໍ່ ພະລັງງານຈາກຖ່ານຫິນ.

ເສດຖະກິດ​ຂອງຈີນ ຂະຫຍາຍຕົວ​ ຢູ່​ທີ່​ລະດັບ​ຊ້າ​ທີ່​ສຸດ ​ໃນຮອບ
6 ປີ ໃນໄຕ​ມາດ​ແລ້ວນີ້ ອີງ​ຕາມ​ຂໍ້​ມູນ​ ທີ່​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ຊາບ
​ໃນ​ວັນ​ພຸດ​ມື້​ນີ້ ທີ່​ກໍ່​ໃຫ້​ເກີດ​ມີ​ຄວາມ​ກັງວົນ​ໃໝ່ຕ່າງໆ ກ່ຽວ​ກັບ​
ສະພາບເສດ​ຖະກິດ​ທີ່​ໃຫຍ່​ອັນ​ດັບ​ສອງຂອງ​ໂລກ.

ການ​ຂະຫຍາຍຕົວໄດ້ຫລຸດ​ລົງ ສູ່ 7 ​ເປີ​ເຊັນ ​ໃນໄຕ​ມາດ​ທຳ​ອິດ
ຂອງ​ປີ 2015 ຊຶ່ງລົດ​ລົງ​ຈາກ 7.3 ​ເປີ​ເຊັນ ​ໃນ​ໄຕ​ມາດ​ກ່ອນ
​ໜ້າ​ນີ້. ນັ້ນ​ແມ່ນ​ການຂະຫຍາຍຕົວ​ປະຈຳໄຕ​ມາດ ​ໃນອັດຕາ
ທີ່ຊ້າ​ທີ່​ສຸດ ນັບ​ຕັ້ງ​ແຕ່ ຕົ້ນປີ 2009 ​ເປັນຕົ້ນມາ ​ໃນ​ລະຫວ່າງ
ຫຼັງຈາກ ເກີດ​ວິ​ກິດ​ການ​ ທາງ​ດ້ານ​ການ​ເງິນນັ້ນ.

ພັກ​ຄອມ​ມິວນິສຂອງ​ຈີນ ​ໄດ້​ກຳນົດ ​ເປົ້າໝາຍ​ການ​ຂະຫຍາຍຕົວໃນ ລະດັບລະຫວ່າງ ຢູ່
7 ​ເປີ​ເຊັນ ສຳ​ຫລັບ​ປີ 2015. ​ໃນ​ຂະນະ​ທີ່ ອັດຕາຂອງ​ການ​ຂະຫຍາຍຕົວ​ອອກນັ້ນ ແມ່ນ​
ວ່າຈະໄວ​ທີ່​ສຸດ ​ໃນ​ບັນດາ​ເສດຖະກິດ​ໃໜຍ່ໆ ຊຶ່ງ​ມັນ​ເປັນຈັງ​ວະ ​ທີ່​ຊ້າ​ທີ່​ສຸດ​ ໃນຮອບ 25
ປີຂອງ​ຈີນ.

ໃນການສະແດງປະຕິກິລິຍາ​ຕໍ່ຕົວ​ເ​ລກດັ່ງກ່າວ ​ໂຄສົກ​ຂອງອົງການ​ສະ​ຖິຕິ​ແຫ່ງ​ຊາດ​ ຂອງ​
ຈີນ ກ່າວ​ໃນ​ວັນ​ພຸດ​ມື້​ນີ້ວ່າ ປັກ​ກິ່ງ ​ໄດ້ຄາດໄວ້​ແລ້ວ​ ສຳ​ຫລັບ​ການ​ຊ້າ​ລົງ​ນັ້ນ. ທ່ານ ກ່າວ​
ອີກ​ວ່າ ລັດຖະບານ ​ໃຫ້​ເຫດຜົນ​ຕໍ່​ເຫດ​ນີ້ວ່າ “ການ​ຟື້ນໂຕ​ ຂອງ​ເສດຖະກິດໃນທົ່ວ​ໂລກ​
ຍັງ​ຝືດ​ເຄືອງ” ​ແລະ “ການ​ປະຕິ​ຮູບ​ຕ່າງໆ ທາງ​ໂຄງ​ຮ່າງ​ທີ່​ມີ​ຢູ່​ຕໍ່​ໄປ” ອີງ​ຕາມອົງການ ສະຖິຕິ​ແຫ່ງ​ຊາດ.

Your browser doesn’t support HTML5

China Economy