ນັກເຄື່ອນໄຫວ ຕາບອດຈີນ ເປັນຫ່ວງນໍາ ຄວາມປອດໄພ ຂອງຄອບຄົວ

  • ທອງປານ ເທບວົງສາ

ນາຍ Cheng Guangcheng (ຊ້າຍ) ແລະ ທ່ານ Gary Locke ເອກ ອັກຄະລັດຖະທູດສະຫະລັດປະຈໍາປັກກິ່ງ (ຂວາ)

​ເມື່ອ​ວັນ​ພຸດ​ມື້​ນີ້ຈີນ​ຕອບ​ໂຕ້ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ​ໂດຍນັກ​ເຄື່ອນ​ໄຫວ​ຕາບອດ ນາຍ Chen Guangcheng ຫລັງ​ຈາກ​ທ່ານໄດ້ຮ້ອງ​ຮຽນຕໍ່​ການ​ຮັບ​ຟັງ​ຄຳ​ໃຫ້ການຂອງ​ລັດຖະສະພາສະຫະລັດ ​ເປັນ​ຄັ້ງ​ທີ່​ສອງ​ ໃນໄລຍະ​ບໍ່​ເຖິງ​ສອງ​ອາທິດ​ນັ້ນ.

ນາຍ Cheng ກ່າວ​ຕໍ່​ສະມາຊິກ​ສະພາ​ສູງ​ສະຫະລັດ​ໂດຍ​ຜ່ານ​ທາງ​ໂທລະສັບ​ຈາກໂຮງໝໍ​ທີ່​ກຸງປັກ​ກິ່ງ​ບ່ອນທີ່​ລາວ​ພັກ​ປິ່ນປົວ​ຢູ່​ນັ້ນ ​ເມື່ອ​ວັນ​ອັງຄານ​ວານ​ນີ້ວ່າ​ ລາວ​ເປັນ​ຫ່ວງກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄອບຄົວ​ລາວ​ຫລາຍ ​ໂດຍ​ກ່າວ​ວ່າຫລານ​ຊາຍແລະ​ອ້າຍ​ຂອງ​ລາວ​ຖືກ​ທຸບ​ຕີ​ໂດຍ​ເຈົ້າໜ້າ​ທີ່​ຈີນ.

​ແຕ່​ທ່ານ ຮົງ ​ເລ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ສະຫະລັດ ບໍ່ ​ແມ່ນ​ຈີນ ທີ່​ຈະ​ເປັນ​ຜູ້​ຮັບຜິດຊອບສໍາລັບ​ເຫດການ​ຄັ້ງ​ນີ້ ​ແລະ​ກ່າວຍໍ້າອີກວ່າ ທ່າ​ທີ​ຂອງ​ປັກ​ກິ່ງ​ນັ້ນກໍ​ແມ່ນ​ວໍ​ຊິງ​ຕັນ​ໄດ້​ແຊກ​ແຊງ​ເຂົ້າ​ໃນ​ກິດ​ຈະການພາຍ​ໃນ​ຂອງ​ຈີນ.

​ໃນ​ການ​ໃຫ້​ສໍາພາດຕໍ່​ວີ​ໂອ​ເອ​ໃນວັນ​ອັງຄານ​ວານ​ນີ້ ນາຍ Cheng ໄດ້​ເວົ້າວ່າ ບັນດາ​ນັກ​ການ​ທູດ​ສະຫະລັດ​ກໍາລັງ​ທໍາ​ການ​ປຶກສາ​ຫາລື​ກັບ​ເຈົ້າ ໜ້າ​ທີ່​ຈີນກ່ຽວ​ກັບ​ແຜນການ​ການ​ເດີນທາງ​ໄປ​ນະຄອນນີວຢ໊ອກຂອງ​ລາວ​ເພື່ອຮັບ​ທຶນ​ການ​ສຶກສາ​ແຕ່​ກໍ​ໄດ້​ຂໍ​ຮ້ອງບໍ່​ໃຫ້​ຖື​ເອົາ​ເປັນ​ເລຶ່ອງ​ສໍາຄັນ​ໃນ​ກໍລະນີ​ນີ້.

ນາຍ Cheng ກ່າວ​ວ່າ ລາວ​ຄິດ​ວ່າ​ການເດີນທາງມາ​ສະຫະລັດຂອງ​ລາວ ຈະ​ມີ​ຂຶ້ນ​ແທ້ໃນ​ທີ່​ສຸດ ເຖິງ​ແມ່ນ​ບໍ່​ມີ​ຄວາມ​ກ້າວໜ້າ​ປານ​ໃດ​ກໍ​ຕາມ. ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າສະຫະລັດ​ສໍາ​ເລັດ​ການ​ປະກອບ​ເອກ​ະສານ​ວິ​ຊ່າ​ແລ້ວ ຊຶ່ງທຸກ​ຢ່າງ​ແມ່ນ​ລຽບ​ລ້ອຍມາ​ໄດ້​ນຶ່ງ​ອາທິດ​ກວ່າ​ແລ້ວ.