ການສ້າງສວນສະໜຸກ ທີ່ຊຽງໄຮ້

  • ໄພສານ ວໍຣະຈັກ

ສວນສະໜຸກ Disneyland

ຄະນະປົກຄອງນະຄອນຊຽງໄຮ້
ແລະຄະນະບໍລິຫານຂອງບໍລິສັດ
Walt Disney ກ່າວວ່າຕົນໄດ້
ລົງນາມໃນຂໍ້ຕົກລົງການຮ່ວມມື
ສະບັບນຶ່ງ ໃນວັນສຸກມື້ນີ້ ເພື່ອ
ສ້າງສວນສະໜຸກຂຶ້ນທີ່ເມືອງດັ່ງ
ກ່າວຂອງຈີນ.

ອົງການຂ່າວຊິນຫົວ ຂອງທາງການຈີນລາຍງານວ່າ ຂໍ້ຕົກລົງດັ່ງກ່າວໄດ້ບັນລຸກັນກັບກຸ່ມ
Shanghai Shendi ຊຶ່ງເປັນບໍລິສັດທີ່ຕັ້ງຂຶ້ນມາເປັນການສະເພາະ ເພື່ອພັດທະນາໂຄງ
ການສວນສະໜຸກ Disneyland.

ອົງການຂ່າວຊິນຫົວເວົ້າວ່າ ເປັນທີ່ຄາດກັນວ່າສວນສະໜຸກ Disneyland ຈະກວມເອົາ
ພື້ນທີ່ປະມານ 4 ກິໂລແມັດມົນທົນແລະຕົ້ນທຶນໃນການກໍ່ສ້າງແມ່ນປະມານ 3 ພັນ 600
ລ້ານໂດລາ.

ສວນສະໜຸກ Disneyland ຂອງນະຄອນຊຽງໄຮ້ຈະເປັນສວນບັນເທີງຂະໜາດໃຫຍ່ຂອງ
ອະເມຣິກັນແຫ່ງທີ 3 ຢູ່ໃນເອເຊຍ ຫຼັງຈາກໄດ້ສ້າງຢູ່ທີ່ກຸງໂຕກຽວແລະຮົງກົງ.