ພິທີວາງສີລາເລີກ ສວນ Disneyland ຢູ່ຊຽງໄຮ້

  • ໄພສານ ວໍຣະຈັກ

ສວນ Disneyland ທີ່ລັດກາລີຟໍເນຍ ສະຫະລັດ

ບໍລິສັດ Walt Disney ແລະຄູ່ລົງທຶນທີ່ນະຄອນຊຽງໄຮ້
ໄດ້ວາງສີລາເລີກເລີ້ມ ລົງມືກໍ່ສ້າງ ສວນມະຫາສະນຸກ
Disneyland ແຫ່ງທຳອິດໃນຈີນແຜ່ນດິນໃຫຍ່ ທີ່ໄດ້ມີ
ການລໍຄອຍຖ້າ ມາເປັນເວລາດົນນານແລ້ວນັ້ນ ໃນວັນ
ເສົາມື້ນີ້.

ລຸນຫຼັງການເຈລະຈາຫາລືເປັນເວລາເກືອບນຶ່ງທົດສະວັດ
ຫົວໜ້າຄະນະບໍລິຫານຂອງບໍລິສັດ Disney ທ່ານ Bob
Iger ແລະແຂກຜູ້ມີກຽດໃນນະຄອນຊຽງໄຮ້ກໍໄດ້ໄປຮ່ວມ
ພິທີວາງສີລາເລີກ ເລີ້ມລົງມືການກໍ່ສ້າງ ທີ່ຄຸ້ມ Pudong
ຂອງນະຄອນຊຽງໄຮ້.

ເປັນທີ່ຄາດກັນວ່າ ໂຄງການກໍ່ສ້າງທີ່ມີມູນຄ່າ 3 ພັນ
600 ລ້ານໂດລາທີ່ວ່ານີ້ຈະໃຊ້ເວລາ 5 ປີດ້ວຍກັນ.

ສວນມະຫາສະສຸກດັ່ງກ່າວຈະເປັນແຫ່ງທີ 4 ຂອງບໍລິສັດ Disney ທີ່ຕັ້ງຢູ່ນອກສະ
ຫະລັດ ຫຼັງຈາກໄດ້ມີການສ້າງສວນສະນຸກຂຶ້ນທີ່ກຸງປາຣີ ໂຕກຽວແລະ ຮົງກົງ.

ສວນສະນຸກທີ່ຮົງກົງບໍ່ຄ່ອຍໄດ້ກຳໄລປານໃດ ນັບແຕ່ໄດ້ມີການເປີດ ໃນປີ 2005 ເປັນ
ຕົ້ນມາ.