ຈີນ ກັກຂັງແມ່ຍິງຄົນນຶ່ງ ທີ່ຕິດຕັ້ງຂ່າວ ກ່ຽວກັບການທັບມ້າງເພເມືອງ Wukan

ຮູບພາບຄຸກຄຸມຂັງຢູ່ໝູ່ບ້ານ Wukan ທີ່ເຫັນຮູບພໍ່ບ້ານ ທ່ານ Lin Zuluan ຕິດຕັ້ງໂດຍພວກປະທ້ວງ ເພື່ອໃຫ້ປ່ອຍ ໂຕທ່ານ Lin.

ຕຳຫລວດ​ຢູ່​ແຂວງ Guangdong ພາກໃຕ້​ຂອງ​ຈີນ ​ໄດ້​ກັກ​ຂັງ​ປະ​ຊາ​ຊົນ​ທີ່​ພາກັນ​ຕິດ​ຕັ້ງ​ຂໍ້​ມູນ ​ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບລັດຖະບານ ທີ່​ທັບ​ມ້າງ​ພວກ​ປະ​ທ້ວງ​ຢູ່ໃນ​ໝູ່​ບ້ານ​ນ້ອຍໆ Wukan ​ທີ່​ເປັນຊາວ​ປະ​ໂມງ.

ນາງ Huang Meijuan ​ແມ່​ຂອ​ງ​ເດັກນ້ອຍ​ຜູ້​ຊາຍ​ອາຍຸ 5 ປີ ​ໄດ້​ຖືກ​ນຳ​ໄປ​ຫາ​ປ້ອມ​ຍາມ​ຕຳຫລວດ​ຢູ່່​ເຂດ​ເພື່ອນ​ບ້ານ​ໄກ້​ຄຽງ Shenzhen ​ໃນ​ວັນ​ທີ 14 ກັນຍາ ທີ່ໄດ້​ສົ່ງ​ລາຍ​ງານ​ເຜີຍແຜ່​ໂດ​ຍ ສຽງ​ອາ​ເມຣິກາ ກ່ຽວ​ກັບ ໝູ່​ບ້ານ Wukan.

Wukan, China, map

​ລາຍ​ງານ ວີ​ໂອ​ເອ ((://www.voachinese.com/a/wukan-20160913/3505073.html)) ​ໄດ້​ລາຍ​ງາ​ນກ່ຽວກັບ​ຜູ້​ເຫັນ​ເຫດການ ຂອງ​ການ​ຖະຫລົ່ມ​ຂອງເຈົ້າ​ໜ້າ​ທີ່​ຕຳຫລວດ ທີ່​ເກີດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 13 ກັນ​ຍາ ອັນ​ທີ່​ແຫລ່ງຂ່າວໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ຈຳນວນ​ເຈົ້າ​ໜ້າ​ທີ່​ຢ່າງ​ຫລວງ ຫລາຍ​ໄດ້​ຖະຫລົ່ມໝູ່​ບ້ານ ຄົ້ນ​ຫາ​ບ້ານ​ເຮືອນ​ຂອງ​ຄົນ ​ແລະ​ຈັບກຸ​ມຊາວບ້ານ​ຫລາຍ​ກວ່າ​ສິບ​ຄົນ. ການ​ຖະຫລົ່ມ​ໄດ້​ເຮັດໃຫ້​ເກີດ​ການ​ປະ​ທ້ວງ​ຕິດຕາ​ມມາກັບ ອັນ​ທີ່ ບັນດາ​ຊາວບ້ານ​ກ່າວ​ວ່າ ຕຳຫລວດ​ໄດ້​ຍິງ​ແກັສນໍ້າຕາ ​ແລະ​ລູກປືນ​ຢາງ ​ເຮັດ​ໃຫ້​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ((://www.voachinese.com/a/wukan-20160913/3505073.html))

Your browser doesn’t support HTML5

China Wukan Riot

​ເວລາ​ມາ​ເຖິງ​ປ້ອມ​ຍາມ​ຕຳຫລວດ Shenzhen ນາງ Huang ​ໄດ້​ຖືກ​ແນະນຳ​ວ່າ ນາງຈະ​ຖືກ​ກັກ​ຂັງ​ເປັນ​ເວລາ 10 ມື້​ໃນ​ຖານ “​ແຜ່​ຂ່າວ​ຊາ​ລື” ຜ່ານທາງ Wechat ອີງ​ຕາມ​ສາມີ​ຂອງ​ລາວ ທ້າວ Wu Bin ຜູ້​ທີ່​ໄດ້​ຖືກ​ອະນຸຍາດ​ໃຫ້​ສຳພາດ​ຈາກ​ທັງ​ສອງ ສຽງ​ອາ​ເມຣິກາ ​ແລະ​ອົງການຂ່າວ​ທີ່​ພົວພັນ ວິທະຍຸ​ເອ​ເຊຍ​ເສຣີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ