ຈີນ ຈັບກຸມ 9 ຄົນທີ່ເຊື່ອມໂຍງກັບ ເຫດການ ທໍ່ລະບາຍຄວາມຮ້ອນຫັກພັງລົງ

ພະນັກງານກູ້ໄພ ກວດຄົ້ນສະຖານທີ່ ບ່ອນທີ່ການກໍ່ສ້າງທໍ່ລະບາຍ ຄວາມຮ້ອນໄດ້ຫັກພັງລົງ ໃນເມືອງ Fengcheng, ແຂວງ Jiangxi, ຈີນ. 24 ພະຈິກ, 2016.

ອົງການຂ່າວລັດຖະບານຂອງ ຈີນ ລາຍງານວ່າ ຕຳຫຼວດໄດ້ຈັບກຸມ 9 ຄົນທີ່ເຊື່ອມໂຍງ ກັບການທະຫຼົ່ມຂອງທໍ່ລະບາຍຄວາມຮ້ອນ ໃນສະຖານທີ່ໂຮງງານໄຟຟ້າ ທີ່ໄດ້ເຮັດໃຫ້ 74 ຄົນເສຍຊີວິດ.

ອົງການຂ່າວ Xinhua ກ່າວວ່າ ປະທານຄະນະກຳມະການ ຂອງບໍລິສັດວິສະວະກອນ Hebei Yineng ກໍແມ່ນໜຶ່ງໃນພວກທີ່ຖືກຈັບກຸມນັ້ນ.

ຈີນ ໄດ້ກ່າວວ່າ ໃນສັບປະດາທີ່ຜ່ານມາປະຊາຊົນ 13 ຄົນໄດ້ຖືກຈັບກຸມ. ມັນຍັງບໍ່ມີ ຄວາມຊັດເຈນໃນທັນທີວ່າ ຜູ້ຕ້ອງສົງໄສ 9 ຄົນໃນການປະກາດຂອງວັນຈັນມື້ນີ້ ແມ່ນ ລວມຢູ່ໃນຜູ້ຖືກຈັບກຸມທັງໝົດຫຼືບໍ່.

ການທະຫຼົ່ມຂອງທໍ່ລະບາຍຄວາມຮ້ອນໃນເແຂວງ Jiangxi ໄດ້ກະຕຸ້ນໃຫ້ມີການຮຽກ ຮ້ອງເພື່ອການກວດກາ ແລະ ປັບປຸງມາດຕະການຄວາມປອດໄພໃນການກໍ່ສ້າງທີ່ດິີກວ່າ ເກົ່າ.

ຈີນ ໄດ້ປະຕິຍານວ່າ ຈະປັບປຸງສະຖິຕິຄວາມປອດໄພໃນການກໍ່ສ້າງທີ່ ບໍ່ດີຂອງພວກເຂົາ ເຈົ້າໃຫ້ດີກວ່າເກົ່າ, ແຕ່ຄວາມບໍ່ພໍໃຈ ກ່ຽວກັບ ມາດຕະຖານທີ່ບໍ່ເຂັ້ມງວດ ແມ່ນໄດ້ສືບຕໍ່ມີ ເພີ່ມສູງຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

China Tower Collapse