ຈີນ ປາບປາມ ພວກຕິຕຽນ ລັດຖະບານ ກ່ອນວັນຄົບຮອບ ການປະທ້ວງ ທີ່ ທຽນອັນເໝິນ (ວີດີໂອ)

ບັນດານັກສຶກສາ ພາກັນປະທ້ວງ ໃນເດືອນເມສາ ປີ 1989 ທີ່ ຈະຕຸລັດ ທຽນອັນເໝິນ.

ຈີນ ໃນວັນອັງຄານມື້ນີ້ ໄດ້ກ່າວປ້ອງກັນວ່າ ເປັນການກະທຳ
“ທີ່ຖືກຕ້ອງຕາມກົດໝາຍ” ໃນການຈັບກຸມຄຸມ​ຂັງ​ພວກຕຳໜິ
​ຕິຕຽນ​ລັດຖະບານກ່ອນໜ້າ​ວັນ​ຄົບຮອບ 25 ປີ​ຂອງການ​ທັບ
​ມ້າງປາບປາມພວກປະທ້ວງທີ່ຈະ​ຕຸ​ລັດທຽນ​ອັນ​ເໝີ​ນ.

ນັກ​ເຄື່ອນ​ໄຫວ​ຫລາຍ​ສິບ​ຄົນ ​ໄດ້​ຈັບກຸມຄຸມຂັງຫລື​ບໍ່ກໍຖືກກັກ
​ບໍລິ​ເວນ ​ກ່ອນໜ້າວັນຄົບ​ຮອບໃນວັນທີ 3 ຫາ 4 ​ເດືອນມິຖຸນາ ຊຶ່ງເປັນວັນທີ່ມີການປາບປາມຢ່າງຮຸນແຮງ ຕໍ່ພວກ​ປະ​ທ້ວງ​ທີ່ນິ
ຍົມ​ປະຊາທິປະ​ໄຕ.

ເມື່ອຖືກຖາມໃນວັນອັງຄານມື້ນີ້ວ່າ ເປັນຫຍັງປັກກິ່ງຈຶ່ງຈັບ
ກຸມພວກຄັດຄ້ານລັດ ຖະບານທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ ຈີນ ມີແຕ່ດຳເນີນການຕາມກົດໝາຍທໍ່ນັ້ນ.

ທ່ານ Hong Lei ເວົ້າວ່າ “ຢູ່ຈີນ ມີແຕ່ພວກລະເມີດກົດໝາຍທໍ່ນັ້ນ ບໍ່ໄດ້ມີອັນ ທີ່ເອີ້ນວ່າ
ພວກຄັດຄ້ານລັດຖະບານແຕ່ຢ່າງໃດ. ພະແນກການກ່ຽວຂ້ອງ ຂອງ ລັດຖະບານຈີນດຳ
ເນີນການໄປຕາມກົດໝາຍ. ເຈົ້າໜ້າທີ່ກົດໝາຍຂອງຈີນຄວນ ຈະໄດ້ຮັບການເຄົາລົບ.”
ມັນ​ໄດ້​ກາຍ​ມາ​ເປັນ​ປະ​ເພນີ​ປະຈຳ​ປີແລ້ວ ​ທີ່​ປັກ​ກິ່ງ ​ໄດ້ທຳການຈັບກຸມບັນດາ​ນັກ​ເຄຶ່ອນ​
ໄຫວ ​ກ່ອນ​ໜ້າວັນ​ຄົບ​ຮອບ​ທີ່​ສຳຄັນດັ່ງກ່າວ ​ແຕ່ວ່າ ອົງການ​ນິລະ​ໂທດ​ກຳສາກົນ ກ່າວ​
ວ່າ ຄື້ນຟອງຂອງ​ການ​ຈັບ​ກຸມກັກ​ຂັງ​ໃນ​ປັດ​ຈຸ​ບັນ ​ແມ່ນ ໜັກ​ໜ່ວງ​ກວ່າສອງສາມ​ປີ​ທີ່​ຜ່ານ​
ມານີ້.

ການ​ຈັບ​ກຸມ​ເທື່ອ​ຫລ້າ​ສຸດ​ແມ່ນທ່ານ Guo Jian ຊາວອອສ​ເຕ​ເລຍເຊື້ອສາຍຈີນ ​ຊຶ່ງເປັນ
​ນັກ​ສິນລະ​ປີນ ​ທີ່​ໄດ້​ຖືກຕຳຫລວດຈັບໂຕໄປ ​ໃນຕອນ​ແລງ​ວັນ​ອາທິດທີ່​ຜ່ານ​ມາ ບໍ່ດົນ
ຫລັງ​ຈາກ​ໜັງ​ສື​ພິມ Financial Times ​ໄດ້​ພິມເຜີຍ​ແຜ່​ການ​ສຳ ພາດ​ຂອງ​ທ່ານ.

ຈີນ ບໍ່​ອະນຸຍາດ​ໃຫ້ປະຊາຊົນ ​ສົນທະນາ​ກັນກ່ຽວກັບເຫດການທີ່ເກີດຂຶ້ນຢູ່ຈະຕຸ ລັດທຽນ
ອັນເໝິນ ໃນປີ 1989 ທີ່​ເຮັດ​ໃຫ້ພວກປະທ້ວງ​ຫລາຍ​ຮ້ອຍຄົນ​ຊຶ່ງບາງ ທີອາດ​ຈະ​ເຖິງ
​ຫລາຍ​ພັນ​ຄົນ ​ໄດ້​ຖືກສັງຫານ ໂດຍພວກທະຫານ​ຈີນ.

Your browser doesn’t support HTML5

CHINA TIANANMEN VO