ຈີນ ​ກວດ​ລ້າງ​ ພວກ​ຕໍານິຕິ​ຕຽນ ລັດຖະບານ ຕື່ມ​ອີກ 2 ຄົນ

ທ່ານ Xu Zhiyong ຜູ້​ລິ​ເລີ່​ມກຸ່ມ “New Citizens”

ພັກ​ຄອມ​ມິວນີສຈີນ ຍັງ​ສືບ​ຕໍ່​ທໍາ​ການ​ກວດ​ລ້າງ​ພວກ​ທີ່​ຕໍານິຕິ​ຕຽນ
​ລັດຖະບານ ​ໂດຍ​ໄດ້ຕັດສິນ​ລົງໂທດ​ພວກ​ນັກ​ເຄື່ອນ​ໄຫວ 2 ຄົນ
ຕື່ມ​ອີກ.

ໃນ​ວັນພຸດ​ມື້​ນີ້ ສານ​ແຫ່ງ​ນຶ່ງທີ່ກຸງ​ປັກ​ກິ່ງ​ ​ຕັດສິນ​ວ່າ ນາງ Hou
Xin ກັບ​ທ້າວ Yuan Dong ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ “​ ເຕົ້າ​ໂຮມ
​ຝູງ​ຊົນ​ເພື່ອ​ລົບ​ກວນ​ຄວາມ​ເປັນ​ລະບຽບຮຽບຮ້ອງ​ຂອງສາ​ທາ
​ລະນະ.”

ທັງ​ສອງ​ເປັນ​ສະມາຊິກ​ຂອງ​ກຸ່ມຂະ​ບວນການຮາກ​ຫຍ້າ
“ພົນລະ​ເມືອງ​ໃໝ່” ຫຼື “New Citizens” ທີ່​ຮຽກຮ້ອງ​ໃຫ້
ພວກ​ເຈົ້າ​ໜ້າ​ທີ່​ເປີດ​ເຜີຍ ​ຊັບ​ສິນຂອງ​ຕົນ​ໃຫ້​ປະຊາຊົນ​ຮູ້ແລະ​ແລະ​ຮຽກຮ້ອງ​ເອົາ​ຄວາມ
​ສະ​ເໝີ​ພາບ​ດ້ານ​ການ​ສຶກສາ.

ທ່ານ Yuan ​ໄດ້​ຖືກ​ໂທດ​ຈໍາ​ຄຸກນຶ່ງ​ປີ​ເຄິ່ງ. ສ່ວນ ນາງ Hou ນັ້ນ​ບໍ່​ໄດ້​ຖືກ​ໂທດຕິດ​ຄຸກ
​ເພາະສານ​ລົງ​ຄວາມ​ເຫັນວ່າ ຄວາມ​ຜິດ​ຂອງ​ນາງ ບໍ່​ຮ້າຍ​ແຮງ​ຫລາຍ.

ການຕັດສິນໂທດ​ດັ່ງກ່າວ​ນີ້ ​ໄດ້​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ ຜູ້​ລິ​ເລີ່​ມກຸ່ມ “New Citizens”
ທ່ານ Xu Zhiyong ໄດ້ຖືກ​ໂທດຈໍາ​ຄຸກ 4 ປີ ​ໃນ​ການ​ຕັດສິນ​ທີ່ກະ​ຕຸ້ນ​ໃຫ້​ມີ​ການ​ກ່າວ
​ປະນາມ​ຈາກ​ນາໆຊາດ.

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຕົນເປັນຫ່ວງວ່າ ກາ​ນດໍາ​ເນີນ​ຄະດີ​ພວກ
​ຄົນ​ເຫລົ່າ​ນັ້ນ ຢູ່​ໃນ​ສານ​ທີ່ຄວບຄຸມ​ໂດຍ​ພັກ​ຄອມ​ມິ​ວນິສຂອງ​ຈີນ​ນັ້ນ ຈະ​ເປັນ​ການ​ແກ້​
ແຄ້ນ​ຄືນ ຕໍ່ການປຸກບະດົມຢ່າງ​ເປີດ​ເຜີຍຂອງພວກນັກເຄື່ອນໄຫວ ​ເພື່ອເຜີຍ​ແບການ
ສໍ້ລາດບັງ ຫຼວງນັ້ນ.

ທ່ານ Daniel Delk ຈາກສະຖານທູດສະຫະລັດປະຈໍາຈີນ ໃນກຸງປັກກິ່ງ ກ່າວວ່າ
ກຸງວໍຊີງຕັນ ແມ່ນ “ຜິດຫວັງຢ່າງແຮງ ນໍາການລົງໂທດດັ່ງກ່າວນີ້.”