ຈີນຈະໃຫ້ບຸລິມະສິດສູງຂຶ້ນ ແກ່ການປັບປຸງ ຄຸນນະພາບຊີວິດ ຂອງປະຊາຊົນ (ສະໄລດ໌)

ປະທານປະເທດຈີນ ທ່ານ Hu Jintao (ຊ້າຍ), ທ່ານ Xi Jinpingຫົວໜ້າພັກຄອມມີວນີສຈີນ (ກາງ) ແລະທ່ານ Wen Jiabao ນາຍົກລັດຖະມົນຕີຈີນ (ທາງຫລັງ).

ບັນດາຜູ້ນໍາພັກຄອມມີວນີສຈີນເວົ້າວ່າ ພວກເຂົາເຈົ້າຈະ​ໃຫ້ບຸລິ
ມະສິດ​ໃນ​ລະດັບສູງຂຶ້ນ ​ແກ່ບັນຫາຄຸນນະພາບຂອງຊີວິດ ແລະ
ສະພາບ ແວດລ້ອມ ໃນໄລຍະຫຼາຍປີຕໍ່ໜ້ານີ້ ແມ່ນ​ແຕ່ໃນຂະນະ
ທີ່ຈີນກໍາລັງ​ພະຍາ ຍາມ​ຊຸກຍູ້​ການພັດທະນາເສດຖະກິດຂອງຕົນ
ໃຫ້ກ້າວ​ໄປໄກຍິ່ງ​ຂຶ້ນ ແລະ ຍົກລະດັບການແຂ່ງຂັນຂອງເສດຖະ
ກິດທີ່ໃຫຍ່ອັນດັບສອງຂອງໂລກ​ ​ໃຫ້ສູງ​ຂຶ້ນ. ຜູ້ສືຂ່າວວີໂອເອ
ວິລລຽມ ໄອດ໌ ມີລາຍງານເລຶ່ອງນີ້ເພີ່ມຕື່ມຈາກປັກກິ່ງ ຊຶ່ງທອງປານ ຈະນໍາມາສະເໜີທ່ານ.

ຄໍາປາໄສຄັ້ງສຸດທ້າຍຂອງນາຍົກລັດຖະມົນຕີ ເຫວິນ ເຈ້ຍ ບາວ
ຕໍ່ສະພາປະຊາຊົນຈີນ ເມື່ອອາທິດ​ແລ້ວ​ນີ້ ຊຶ່ງເປັນຄໍາປາໄສດົນ
100 ນາທີ ທີ່ເອີ້ນວ່າ “ລາຍງານການປະຕິບັດງານຂອງລັດຖະ
ບານ” ນັ້ນ ໂດຍສ່ວນໃຫຍ່​ແລ້ວ ​ແມ່ນເປັນສີ່ງທີ່​ໃຜໆ​ກໍ​ຄາດ​ວ່າ
ຈະ​ໄດ້​ຍິນກັນ.

​ໂດຍ​ມີ​ລາຍ​ຊື່ອັນຍາວຢຽດຂອງສີ່ງທີ່ທ່ານ​ເອີ້ນວ່າ ຜົນສໍາເລັດ
ຂອງຈີນໃນໄລຍະຫ້າປີຜ່ານມາ ເຊັ່ນການຮັບມືຢ່າງສໍາເລັດຜົນ
ຂອງປະເທດ ຕໍ່ວິກິດການການເງິນໂລກ ການສ້າງໜ້າວຽກໃນຕົວເມືອງຫຼາຍກວ່າ 58
ລ້ານວຽກ ບວກກັບການເປັນເຈົ້າພາບຈັດງານແຂ່ງຂັນກິລາໂອລິມປິກ ທີ່ປັກກິ່ງ ແລະ
ງານມະຫະກໍາໂລກ ທີ່​ຊຽງ​ໄຮ້.

ຜົນສໍາເລັດໃນດ້ານອື່ນໆນັ້ນ ທ່ານ ເຫວິນ ໄດ້ເອີ່ຍເຖິງສະຖິຕິການກໍ່ສ້າງຕ່າງໆ ​ໂຮມ
ທັງທາງລົດໄຟສາຍໃໝ່ຍາວເກືອບ 20.000 ຫຼັກ ແລະຖະໜົນຫົນທາງໃໝ່ ທີ່ມີໄລຍະ
ທາງລວມລາຍ ຫຼາຍກວ່າ 600.000 ຫຼັກ ທີ່ຖືກສ້າງຂຶ້ນໃນໄລຍະເວລາດັ່ງກ່າວ.

ທ່ານ ເຫວິນ ກ່າວຕໍ່ໄປວ່າ ເສດຖະກິດຈີນຈະສືບຕໍ່ເຕີບໂຕຂຶ້ນ ໃນອັດຕາທີ່ສະໝໍ່າ
ສະເໝີ​ໃນປີນີ້ ຄືປະມານ 7 ເປີເຊັນເຄິ່ງ.

ນອກນີ້ແລ້ວ ທ່ານເຫວິນຍັງປະກາດວ່າ ອີກຄັ້ງນຶ່ງ ງົບປະມານໃຊ້ຈ່າຍດ້ານປ້ອງກັນ
ປະເທດຈະເພີ່ມຂຶ້ນ ​ໃນ​ອັດຕາສອງຕົວເລກ ຄືປະມານ 119 ພັນ ລ້ານໂດລາສໍາລັບ
ປີ 2013 ນີ້ ແລະວ່າ ງົບປະມານໃຊ້ຈ່າຍສໍາລັບຄວາມໝັ້ນຄົງຢູ່ພາຍໃນປະເທດ
​ແມ່ນຈະເກີນງົບປະມານທີ່ຈີນໃຊ້ສໍາລັບກອງທັບ ນັ້ນອີກ.

ແຕ່ແນວໃດກໍດີ ທ່ານເຫວິນເວົ້າວ່າ ຈີນຍັງປະເຊີນກັບຫຼາຍໆບັນຫາແລະວ່າປະຊາຊົນ
ບາງກຸ່ມຍັງດໍາລົງຊີວິດດ້ວຍຄວາມຍາກແຄ້ນຢູ່. ນອກນັ້ນ ການພັດທະນາທີ່ບໍ່ສົມດຸນ
ບໍ່ມີການປະສານງານທີ່ດີກັນ ແລະ ບໍ່ຍືນຍົງຖາວອນ ກໍຍັງຄົງເປັນບັນຫາທີ່​ໂພ້ນ​ເດ່​ນ.

ສຽງພາສາຈີນກາງ.....
ທ່ານເຫວິນ ເວົ້າວ່າ ສັງຄົມຈີນ ແມ່ນໄດ້ປ່ຽນແປງໄປຢ່າງເລິກເຊິ່ງ ແລະບັນຫາສັງຄົມ
ກໍມີ​ຫຼາຍຂຶ້ນ. ທ່ານກ່າວວ່າ ລັດຖະບານຕ້ອງຈະຕ້ອງເອົາໃຈໃສ່ ​ເຮັດ​ໃຫ້ສະວັດດີການ ຄວາມຢູ່ດີກິນດີຂອງປະຊາຊົນ ເປັນຈຸດ​ເລີ້ມ​ຕົ້ນ ແລະ​ເປັນເປົ້າໝາຍຂອງວຽກງານ
ທັງໝົດຂອງລັດຖະບານ ແລະຍົກໃຫ້ເປັນບຸລິມະສິດສູງກວ່າຢ່າງອື່ນ.

ນອກນີ້ ທ່ານເຫວິນ ຍັງເວົ້າອີກວ່າ ລັດຖະບານຄວນຈະເຮັດຫຼາຍຂຶ້ນເພື່ອສ້າງຄວາມ
ເຂັ້ມແຂງແກ່ການພິທັກປົກປ້ອງສະພາບແວດລ້ອມ ແລະຄຸ້ມຄອງສຸຂະພາບຂອງສາທາ
ລະນະ ​ແລະເຈົ້າໜ້າທີ່ຄວນຈະໃຫ້ຄວາມຫວັງແກ່ປະຊາຊົນ ໂດຍການປະຕິບັດງານ
ຢ່າງ​ເປັນ​ຮູບ​ປະ​ທໍາ.

ໃນໄລຍະບໍ່ເທົ່າໃດປີຜ່ານມາ ປະຊາຊົນຈີນ​ໄດ້ພາກັນອອກປາກ​ອອກສຽງ ຫຼາຍຂຶ້ນ ໃນການຮຽກຮ້ອງໃຫ້ມີ ອາກາດຫາຍໃຈແລະນໍ້າດື່ມນໍ້າໃຊ້ ທີ່​ສະອາດ​ຂຶ້ນ ມີອາຫານ
ການກິນທີ່ດີຂຶ້ນ ຢຸກຢາທີ່ປອດໄພຂຶ້ນ ແລະມີການບໍລິການດ້ານ​ການແພດ ແລະສຸຂະ
ພາບທີ່ດີຂຶ້ນ. ປະຊາຊົນຫຼາຍໆຄົນເລີ່ມ ຕັ້ງຄໍາຖາມຂຶ້ນມາວ່າ ການພັດທະນາເສດຖະ
ກິດທີ່ເຕີບໂຕຢ່າງໄວຂອງຈີນນັ້ນ ມັນຄຸ້ມຄ່າຫຼືບໍ່ ກັບຜົນເສຍຫາຍທາງສັງຄົມ ທີ່​ເກີດ
ແກ່ມະຫາຊົນ ແລະ ສະພາບແວດລ້ອມນັ້ນ.

ແຕ່ວ່າ ຄໍາປາໄສຂອງທ່ານ ເຫວິນ ບໍ່ໄດ້ລົງ​ເລິກ​ ກ່ຽວກັບຫົວຂໍ້ນຶ່ງທີ່ລັດຖະບານເອງ
​ໄດ້​ໃຫ້​ຄວາ​ມສົນ​ໃຈຄືນໃໝ່ເມື່ອບໍ່ດົນມານີ້ ກໍ​ຄືບັນຫາການສໍ້ລາດບັງຫຼວງ ໃນວົງການ
ລັດຖະບານ.

ທ່ານ Hu Xingdou ອາຈານປະຈໍາສະຖາບັນເທັກໂນໂລຈີ່ປັກກິ່ງ ເວົ້າວ່າ ມັນບໍ່ແມ່ນ
ວ່າ ລັດຖະບານບໍ່ໄດ້ເຮັດຫຍັງ​ເລີຍເພື່ອແກ້ໄຂບັນຫານີ້ ແຕ່ວ່າ ລັດຖະບານ​ເອງກໍ​ຕົກ
​ຢູ່​ໃນ​ສະພາບທີ່ກືນບໍ່ໄດ້ ຄາຍບໍ່ອອກ.

ສຽງພາສາຈີນກາງ.....
ທ່ານ ຫູ ຊິງໂດ ເວົ້າວ່າ ເຫດຜົນທີ່ລັດຖະບານບໍ່ເອີ່ຍເຖິງຫົວຂໍ້ນັ້ນ ຫຼືບໍ່ຍົກເອົາມາເວົ້າ
ຫຼາຍປານໃດໃນ​ເວລາ​ນີ້ ກໍຍ້ອນວ່າລັດຖະບານຮູ້ດີວ່າ ຖ້າເວົ້າອອກມາແລ້ວ ເຂົາເຈົ້າກໍ ຕ້ອງໄດ້​ໃຊ້​ວິທີ​ການ​ແກ້​ໄຂສະໄໝໃໝ່ທີ່​ເປັນ​ລະບົບ ມາຈັດການ​ກັບບັນຫານີ້ ເຊັ່ນການ​
ບັງຄັບ​ໃຫ້ເຈົ້າໜ້າທີ່ເປີດເຜີຍ ຊັບສິນຂອງພວກເຂົາເຈົ້າ ແຕ່ທ່ານຫູເວົ້າວ່າ ລັດຖະບານ ບໍ່ກ້າຈະເຮັດເຊັ່ນນັ້ນ ​ເພາະວ່າຖ້າເຮັດໄປ ປະຊາຊົນກໍຈະທວງໃຫ້ລັດຖະກອນທັງຫຼາຍ ເປີດເຜີຍຊັບສິນຂອງຕົນ ໃຫ້ສາທາລະນະຊົນຮູ້.

ອີງຕາມສະຖິຕິການສໍ້ລາດບັງຫຼວງໃນວົງການລັດຖະບານ ​ແມ່ນວ່າ ມີເຈົ້າໜ້າທີ່ລະດັບ ແຂວງຫຼາຍກວ່າ 740 ຄົນ ຖືກປົດອອກຈາກໜ້າທີ່ໃນໄລຍະຫ້າປີຜ່ານມາ ຍ້ອນສໍ້ລາດ ບັງຫຼວງ ແລະມີເຈົ້າໜ້າທີ່ລະດັບເມືອງ ຫຼາຍກວ່າ 9,000 ຄົນ ຖືກໄລ່ອອກ.

ເມື່ອປີຜ່ານມາ ທາງການໄດ້ພິຈາລະນາ​ຄະດີສໍ້ລາດບັງຫຼວງ ຫຼາຍກວ່າ 33.000 ລາຍ
ຈາກໄລຍະລະຫວ່າງ ເດືອນມັງກອນ ຫາ​ເດືອນພະຈິກ ຊຶ່ງພົວພັນນໍາຫຼາຍກວ່າ
46.000 ຄົນ ແລະໃນຈໍານວນທັງໝົດນັ້ນ ເກືອບ 2.500 ຄົນ ​ແມ່ນ​ເປັນ​ພະນັກງານ​ລັດຖະບານ.

ພາບຈາກກອງປະຊຸມຫລວງ ຂອງພັກຄອມມິວນິສຈີນ:

ກອງປະຊຸມ ປະຈຳປີ ສະພາປະຊາຊົນແຫ່ງຊາດຈີນ