ກອງປະຊຸມກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ

  • ໄພສານ ວໍຣະຈັກ

ທ່ານນາງ Christiana Figueres ຫົວໜ້າຮັບຜິດຊອບ ເລື່ອງ ດິນຟ້າອາກາດ ຂອງ ສປຊ ກ່າວຄຳໄສ ໃນພິທີ ເປີດກອງປະຊຸມ ທີ່ເມືອງ Tianjin (10 ຕຸລາ 2010)

ທ່ານນາງ Christiana Figueres ຫົວໜ້າຮັບຜິດຊອບໃນເລື່ອງດິນຟ້າອາກາດຂອງ ສະຫະປະຊາຊາດກ່າວວ່າ ການດຳເນີນຄວາມພະຍາຍາມຂອງນາໆຊາດ ເພື່ອຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ ຕ້ອງໄດ້ເຄື່ອນໄຫວ​ໄປໄວຂຶ້ນ.

ທ່ານນາງ Figueres ກ່າວຕໍ່ກອງປະຊຸມ ຊຶ່ງຈັດຂຶ້ນຢູ່ໃນພາກເໜືອຂອງຈີນ ໃນມື້ວັນຈັນ ວານນີ້ວ່າ ທຸກໆປະເທດຕ້ອງໄດ້ສະແດງອອກໃຫ້ເຫັນເຖິງການປັບປ່ຽນ ແລະຈິດໃຈໃນ ການຜ່ອນສັ້ນຜ່ອນຍາວ ເພື່ອຮັບມືກັບການປ່ຽນແປງຂອງສະພາບໂລກຮ້ອນດ້ວຍແຜນ ການທີ່ສະເພາະເຈາະຈົງ.

ທ່ານນາງ Figueres ຫົວໜ້າເຈລະຈາຂອງອົງການສະຫະປະຊາຊາດ ກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ ກ່າວວ່າ ມີຄວາມຕ້ອງການຜົນຮັບທີ່​ເປັນຮູບ​ປະ​ທໍາ ກ່ອນ ໜ້າກອງປະຊຸມສຸດຍອດ ທີ່​ເມືອງ Cancun ປະເທດເມັກຊິໂກ ໃນທ້າຍປີນີ້.

ທ່ານນາງ Figueres ໄດ້ກ່າວຄຳປາໄສ ຕໍ່ຜູ້ຕາງໜ້ານາໆຊາດ 3,000 ກວ່າຄົນ ໃນທພິທີເປີດກອງປະຊຸມ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ທີ່ເມືອງ Tianjin ປະເທດຈີນ ໃນມື້ວັນຈັນວານນີ້.