ຈີນ ແລະ ກຳປູເຈຍ ເລີ້ມການຊ້ອມລົບທາງທະຫານປະຈຳປີ

  • ວີໂອເອ

ຜູ້ບັນຊາການກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບກຳປູເຈຍກວດກາກຳລັງທະຫາຍ ໃນຂະນະທີ່ໄດ້ເດີນທາງມາເຖິງ ເພື່ອດຳເນີນການຊ້ອມລົບ ມັງກອນທອງ ຢູ່ບ້ານ Svay Chok, ແຂວງ Kampong Chhnang, ທາງພາກເໜືອຂອງນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ວັນທີ 16 ພຶດສະພາ 2024.

ຈີນ​ແລະ​ກຳປູ​ເຈຍ​ ໄດ້ເລີ່​ມ​ການ​ຊ້ອມ​ລົບ​ປະຈຳ​ປີ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອເສີມ ຂະຫຍາຍ​ການ​ຮ່ວມ​ມື​ ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ກຳລັງ​ຂອງ​ທັງສອງ ປະ​ເທດ.

​ແຕ່​ຫຼາຍ​ປະ​ເທດ, ​ລວມເຖິງສະຫະລັດ, ມີ​ຄວາມກັງວົນ​ກ່ຽວ​ກັບ​ອິດ​ທິພົນ​ທີ່ເພີ້ມ ຂຶ້ນຂອງ​ຈີນ​ຢູ່​ໃນກຳປູ​ເຈຍ.

ການ​ຊ້ອມ​ລົບເປັນ​ເວລາ 15 ວັນ​ທີ່​ມີ​ຊື່ວ່າ "ມັງກອນ​ຄຳ" ລວມມີ​ກຳລັງພົນ 1,315 ຄົນ ​ຈາກ​ກຳປູ​ເຈຍ ​ແລະ 760 ຄົນ​ຈາກ​ຈີນ, ພ້ອມກັບກຳ​ປັ່ນ​ກຳປູ​ເຈຍ 11 ລຳ ​ແລະ ກຳ​ປັ່ນ​ຈີນ 3 ລຳ.

ການ​ຊ້ອມ​ລົບ​ທາງ​ບົກ ​ແລະ​ທາງ​ທະ​ເລ​ໄດ້​ເລີ່​ມຂຶ້ນ​ຢູ່ທີ່​ຖານ​ທັບ​ທະຫານ ​ກຳປູ​ເຈຍ ຢູ່ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນຫຼວງ ພະນົມ​ເປັນ.

​ໂຄສົກ​ກອງທັບ​ກຳປູ​ເຈຍ ພົນ​ຕີ ທອງ ​ໂຊ​ລິ​ໂມ ກ່າວ​ວ່າການ​ຊ້ອມລົບ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ຝຶກ​ຊ້ອມ​ກຳລັງເພື່ອຕໍ່ສູ້ກັບ​ລັດ​ທິກໍ່​ການ​ຮ້າຍ ​ແລະ ສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ຢູ່​ທັງ​ສອງ​ປະ​ເທດ.

ນາຍພົນ ວົງ ປິເຊນ ຂອງກໍາປູເຈຍ ໄດ້ຂອບໃຈ ຈີນ ທີ່ໄດ້ໃຫ້ການສະໜັບ ສະໜູນທາງດ້ານການເງິນ ສຳລັບອຸປະກອນການທະຫານໃໝ່ ແລະ ໃຫ້ການ ຊ່ວຍເຫລືອໃນການຍົກລະດັບ ສິ່ງອຳນວຍຄວາມສະດວກທາງດ້ານການ ທະຫານເຊັ່ນ ຖານທັບເຮືອ ຣຽມ (Ream) ທີ່ຢູ່ຝັ່ງຕາເວັນຕົກສຽງໃຕ້ຂອງ ກຳປູເຈຍ.

​ບັນດາ​ນັກວິ​ເຄາະ​ດ້ານຄວາມໝັ້ນຄົງຂອງ​ສະຫະລັດ ​ແລະສາກົນ ​ໄດ້​ສະ​ແດງ​ຄວາມ​ກັງວົນ ​ກ່ຽວ​ກັບ​ການມີສ່ວນຮ່ວມຂອງ​ຈີນ​ໃນ​ຖານທັບ​ດັ່ງກ່າວ, ​ໂດຍ​ກ່າວ​ເຕືອນ​ວ່າ ສະຖານທີ່ດັ່ງກ່າວ​ອາດ​ຈະ​ກາຍ​ເປັນປ້ອມດ່ານໜ້າທາງ​ຍຸດ​ທະ​ສາດ​ຂອງ​ກອງທັບ​ເຮືອ​ປັກ​ກິ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ