ຈີນ ດຳເນີນຄະດີ ຕຳຫຼວດ ທີ່ພົວພັນ ການຄາດຕະກຳ ນັກທຸລະກິດອັງກິດ (ວີດິໂອ)

  • ໄພສານ ວໍຣະຈັກ

ຕຳຫຼວດຈີນ ພວມປ່ຽນຍາມ ຢູ່ນອກສານແຫ່ງນຶ່ງໃນເມືອງ Hefei ແຂວງ Anhui (10 ສິງຫາ 2012)

ຕຳຫຼວດຈີນ 4 ຄົນ​ໄດ້ໄປ​ຂຶ້ນສານ​ ໃນ​ວັນ​ສຸກ​ມື້ນີ້ ທີ່​ເມືອງ Hefei ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຈີນໃນ​ຂໍ້​ຫາ​ພະຍາຍ​າມຊ່ອຍພັນ​ລະ​ຍາ​ຂອງ​ທ່ານ Bo Xilai ນັກ ການ​ເມືອງ​ທີ່​ມີ​ອິດ​ທິພົນ​ຄົນ
​ນຶ່ງ​ຂອງ​ຈີນ ​ເພື່ອປົກ​ປິດ​ການ​ຄາດ​ຕະກຳ​ນັກ​ທຸລະ​ກິດ​ອັງກິດ​ຄົນ​ນຶ່ງ.

ອະດີດ​ນາຍ​ຕຳຫຼວດ 4 ຄົນ​ຂອງ​ເມືອງ Chongqing ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້
ຖືກ​ກ່າວ​ຫາ​ວ່າ ຊ່ອຍ​ນາງ Gu Kailai ປົກ​ປິດ​ການ​ພົວພັນ​ຂອງນາງ ​ໃນ​ການ​ວາງຢາ​ພິດ​ທ່ານ
Neil Heywood ທີ່​ມີ​ການ​ສົງ​ໄສ​ກັນນັ້ນ.

ນາງ Gu Kailai ບໍ່​ໄດ້​ໂຕ້​ແຍ້​ງ​ໃດໆ ​ກ່ຽວ​ກັບ​ຂໍ້​ຫາ​ຄາດ​ຕະກຳ​ຕໍ່​ນາງ ​ໃນ​ການ​ດຳ​ເນີນ​ຄະດີທີ່
​ສານ​ແຫ່ງ​ດຽວ​ກັນ ​ໃນ​ມື້ວັນ​ພະຫັດ​ວານ​ນີ້. ການ​ດຳ​ເນີນ​ຄະດີແບບ​ປິດ​ລັບ ​ໄດ້​ດຳ​ເນີນ​ໄປ​ເປັນ
​ເວລາ 7 ຊົ່ວ​ໂມງ ກ່ອນທີ່​ຈະສິ້ນສຸດ​ລົງ ໂດຍທີ່ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຈະ​ມີ​ການ​ອອກ​ຄຳ​ພິ
ພາກສາ​ໃນ​ໄວໆ​ນີ້.

ດັ່ງ​ດຽວ​ກັນ​ກັບ​ການ​ດຳ​ເນີນຄະດີ​ໃນ​ມື້ວານ​ນີ້ສື່​ມວນ​ຊົນ​ທີ່​ເປັນ​ອິດສະຫຼະທັງຫຼາຍ​ໄດ້​ຖືກ​ຫ້າມ
ບໍ່​ໃຫ້​ເຂົ້າ​ໄປໃນ​ສານ ຊຶ່ງ​ຫ້ອມ​ລ້ອມ​ໄປ​ດ້ວຍ ພວກ​ຍາມ​ປະກອບ​ອາວຸດ ທີ່​ໄດ້​ປິດ​ຫົນທາງ​ສາຍ
​ຕ່າງໆ​ໃນ​ບໍລິ​ເວນ​ອ້ອມ​ແອ້ມ​ສານ​ນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້