ຈີນປົດ ທ່ານໂບຊີຫຼາຍ ອອກຈາກ ພັກຄອມມີວນິດ

  • ສິງ ບູຣົມມະວົງ

ທ່ານໂບຊີຫຼາຍ (ຂວາ) ແລະພັນລະຍາຂອງທ່ານ ທ່ານນາງ Gu Kailai ໃນພິທີໄວ້ອາໄລໃຫ້ທ່ານ Bo Yibo ມື້ລາງບິດາຂອງທ່ານ. (11 ເມສາ 2012)

ໃນ​ວັນ​ພຸດ​ມື້​ນີ້ ສື່​ມວນ​ຊົນ​ຈີນ​ໄດ້​ກ່າວ​ຍ້ອງຍໍ​ການ​ຕັດສິນ​ໃຈ​ຂອງ​ພັກຄອມ​ມີ​ວນິດທີ່​ປົດ​ທ່ານ Bo Xilai ​ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ສະມາຊິກຂັ້ນ​ອາວຸ​ໂສ​ຂອງ​ພັກ​ອອກ​ຈາກ​ຕໍາ​ແໜ່​ງສູງ​ສຸດ​ທີ່​ພົວພັນ​ໃນຂ່າວ​ນອງ​ນັນທາ​ງການ​ເມືອງ​ທີ່​ບໍ່​ດີ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ທີ່​ຈື່​ຈໍາ​ໄດ້ໃນ​ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນີ້.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ລາຍ​ງານ​ໃຫ້​ຮູ້​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ວ່າ ທ່ານ Bo ​ໄດ້​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ ໃນ​ຄະນະ​ກົມ​ການ​ເມືອງທີ່ມີ​ສະມາຊິກ 25 ທ່ານ ​ແລະ​ຄະນະ​ກໍາມະການ​ສູນ​ກາງ​ພັກ​ທີ່​ມີ​ສະມາຊິກ 300 ທ່ານ​ນັ້ນ ກ່ຽວ​ກັບ​ການລະ​ເມີດ​ກົດ​ລະບຽບ​ວິ​ໄນ​ຂອງ​ພັກຢ່າງ​ຮ້າຍ​ແຮງ​ ຊຶ່ງຢູ່​ໃນ​ຈີນ​ ​ຕາມ​ທໍາ​ມະ​ດາ​ແລ້ວນັ້ນ​ແມ່ນໝາຍ​ເຖິງການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ.

ຂ່າວ​ທີ່​ວ່າ​ນີ້​ມີ​ຂຶ້ນ​ຫຼັງ​ຈາກ​ການ​ປະກາດທີ່​ໜ້າ​ຕື່ນ​ຕົກ​ໃຈ​ທີ່​ວ່າ​ທ່ານນາງ Gu Kailai ພັນ​ລະ​ຍາ​ຂອງ​ທ່ານ Bo Xilai ​ໄດ້​ຖືກ​ຈັບ​ກຸມ​ໃນຖານເປັນ​ຜູ້​ຕ້ອງ​ສົງໄສ​ທີ່​ສໍາຄັນ​ໃນ​ການ​ຄາດ​ຕະກໍາ​ນາຍ Neil Heywood ນັກທຸລະກິດ​ອັງກິດທີ່​ລາຍ​ງານ​ເວົ້າ​ວ່າ ມີ​ສາຍ​ພົວພັນ​ທີ່​ໃກ້ຊິດ​ກັບຄອບຄົວ​ຂອງ​ທ່ານ Bo Xilai ນັ້ນ.

ທ່ານ Bo Xilai ນັກ​ການ​ເມືອງ​ທີ່​ມີ​ພອນ​ສະຫວັນ ​ໄດ້​ມີ​ການ​ພິຈາລະນາ​ກັນ​ວ່າ ​ເປັນ​ບຸກຄົນສໍາຄັນຜູ້​ນຶ່ງ​ສຳ​ຫຼັບ​ຕໍາ​ແໜ່​ງນໍາພາ​ໃນ​ຄະນະ​ກໍາມະການປະຈຳຄະນະ​ກົມການ​ເມືອງສູນ​ກາງ​ພັກ​ທີ່​ມີ​ອໍານາດ​ຫຼາຍ​ທີ່​ສຸດ​ຂອງ​ຈີນ​ເວລາ​ພວກ​ສະມາຊິກ 7 ຄົນ ​ໃນ​ຈໍານວນ 9 ຄົນ​ຂອງ​ຄະນະ​ດັ່ງກ່າວລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ທ້າຍ​ປີ​ນີ້ ຊຶ່ງ​ເປັນການ​ໂອນ​ອໍານາດ​ທີ່​ມີ​ຂຶ້ນ​ເທື່ອ​ນຶ່ງ​ໃນ​ແຕ່​ລະ​ນຶ່ງ​ທົດ​ສະ​ວັດ​ນັ້ນ.

ທ່ານ Victor Shin ຮອງ​ສາດສະດາຈານ​ສອນ​ວິຊາ​ລັດຖະສາດ​ທີ່ມະຫາວິທະຍາ​ໄລ Northwestern ກ່າວ​ວ່າ ​ຂ່າວ​ນອງ​ນັນທີ່​ບໍ່​ສູ້ເປີດ​ເຜີຍ​ໃຫ້​ປະຊາຊົນ​ຮູ້ ​ໄດ້​ເກີດ​ຂຶ້ນ​ຢູ່​ຫັງ​ສາກ​ຂອງ​ການ​ຊ່ວງຊີງ​ອໍານາດ​ກັນ​ໃນ​ພັກ​ຄອມ​ມີ​ວນິດ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ກ່ອນ​ການ​ໂອນ​ອໍານາດ​ກັນ​ນັ້ນ.